ຕົວເລກວ່າງວຽກຢູ່ເຂດໃຊ້ເງິນເອີໂຣຫລຸດລົງຕໍ່າສຸດໃນຮອບກວ່າ 7 ປີ

- kitchen vibe - ຕົວເລກວ່າງວຽກຢູ່ເຂດໃຊ້ເງິນເອີໂຣຫລຸດລົງຕໍ່າສຸດໃນຮອບກວ່າ 7 ປີ

- 1491213729777 960x0 300x169 - ຕົວເລກວ່າງວຽກຢູ່ເຂດໃຊ້ເງິນເອີໂຣຫລຸດລົງຕໍ່າສຸດໃນຮອບກວ່າ 7 ປີ       ສະຫະພາບເອີຣົບ (EU) ມີລາຍງານໃນວັນທີ 3 ເມສານີ້ວ່າ: ອັດຕາການວ່າງວຽກເດືອນກຸມພາໃນກຸ່ມປະ ເທດທີ່ໃຊ້ເງິນສະກຸນເອີໂຣຫລຸດລົງສູ່ລະດັບຕໍ່າສຸດນັບແຕ່ເດືອນພຶດສະພາ 2009. ຂະນະທີ່ມີການຈ້າງວຽກເພີ່ມ ຂຶ້ນຫລາຍ ເຖິງວ່າທ່າອ່ຽງທີ່ສະຫະຣາຊະອານາຈັກອອກຈາກການເປັນສະມາຊິກສະຫະພາບເອີຣົບຍັງບໍ່ແນ່ນອນ.

ສຳນັກງານສະຖິຕິຢູໂຣສແຕດລາຍງານວ່າ: ອັດຕາການວ່າງວຽກໃນກຸ່ມປະເທດສະມາຊິກເຂດໃຊ້ເງິນເອີໂຣ 19 ປະເທດຫລຸດລົງມາຢູ່ 9,5% ໂດຍຈຳນວນທີ່ຫລຸດລົງຫລາຍຢູ່ແອັສປາຍ ແລະ ປອກຕຸຍການເປັນປັດໄຈໜຶ່ງທີ່ ເຫັນໄດ້ຈະແຈ້ງ. ກ່ອນໜ້ານີ້ ວິກິດໜີ້ຢູ່ເອີຣົບ ເຊິ່ງເປັນໄລຍະທີ່ຮຸນແຮງທີ່ສຸດມີອັດຕາການວ່າງວຽກສູງເຖິງ 12,1%. ເຖິງຢ່າງໃດກໍຕາມ, ອັດຕາການວ່າງວຽກທີ່ຫລຸດລົງຫລາຍຈະເປັນໜຶ່ງໃນບັນຫາຖົກຖຽງຈາກເຢຍລະ ມັນ ເຊິ່ງເປັນປະເທດຜູ້ນຳເຂດໃຊ້ເງິນເອີໂຣວ່າ: ທະນາຄານກາງເອີຣົບຈະຕ້ອງຢຸດມາດຕະການກະຕຸ້ນເສດຖະກິດ ເທື່ອໃຫຍ່ໂດຍໄວທີ່ສຸດ.

- Visit Laos Visit SALANA BOUTIQUE HOTEL - ຕົວເລກວ່າງວຽກຢູ່ເຂດໃຊ້ເງິນເອີໂຣຫລຸດລົງຕໍ່າສຸດໃນຮອບກວ່າ 7 ປີ
- 4 - ຕົວເລກວ່າງວຽກຢູ່ເຂດໃຊ້ເງິນເອີໂຣຫລຸດລົງຕໍ່າສຸດໃນຮອບກວ່າ 7 ປີ
- 5 - ຕົວເລກວ່າງວຽກຢູ່ເຂດໃຊ້ເງິນເອີໂຣຫລຸດລົງຕໍ່າສຸດໃນຮອບກວ່າ 7 ປີ
- 3 - ຕົວເລກວ່າງວຽກຢູ່ເຂດໃຊ້ເງິນເອີໂຣຫລຸດລົງຕໍ່າສຸດໃນຮອບກວ່າ 7 ປີ