ລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ອະດີດນາຍົກ ມາເລເຊຍ
April 19, 2025 - 9:48 AM


ວັນທີ 18 ເມສາ 2025 ນີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ທ່ານ ຕຸນ ອັບດຸນລາ ອາມັດ ບາດາວີ ອະດີດນາຍົກລັດຖະມົນຕີ ຄົນທີ 5 ແຫ່ງ ມາເລເຊຍ ໃນວັນທີ 14 ເມສາ 2025 ທີ່ຜ່ານມາ.
ເນື້ອໃນປຶ້ມໄວ້ອາໄລລະບຸໄວ້ວ່າ: ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ປະຊາຊົນລາວກໍຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ເຫັນອົກເຫັນໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ທ່ານ ຕຸນ ອັບດຸນລາ ອາມັດ ບາດາວີ ອະດີດນາຍົກລັດຖະມົນຕີ ຄົນທີ 5 ແຫ່ງ ມາເລເຊຍ.
ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກມາຍັງລັດຖະບານ ແລະ ປະຊາຊົນມາເລເຊຍ ໂດຍສະເພາະຄອບຄົວ ແລະ ຍາດພີ່ນ້ອງ ຂອງ ທ່ານ ຕຸນ ອັບດຸນລາ ອາມັດ ບາດາວີ ມານະໂອກາດນີ້ດ້ວຍ.