ງວດທໍາອິດປີ 2017 ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,6 ພັນຕື້ກີບ

- kitchen vibe - ງວດທໍາອິດປີ 2017 ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,6 ພັນຕື້ກີບ

- IMG 3999 300x200 - ງວດທໍາອິດປີ 2017 ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,6 ພັນຕື້ກີບ  ເມື່ອທ້າຍອາທິດຜ່ານມານີ້, ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນໄດ້ໃຫ້ຮູ້ຢູ່ກອງປະຊຸມກະກຽມບົດລາຍງານໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຈະຈັດຂຶ້ນໃນມໍ່ໆນີ້ວ່າ: ສຳລັບແຜນງົບປະມານແຫ່ງລັດປີ 2017 ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ມັງກອນຕາມປີປະຕິທິນທີ່ກົດໝາຍວ່າດ້ວຍງົບປະມານສະບັບປັບປຸງ ແລະ ເປັນປີທີສອງຂອງການຈັດຕັ້ງປະຕິບັດແຜນພັດທະ

ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020), ຜ່ານການຈັດຕັ້ງປະຕິບັດໃນງວດທີ 1 ນັບແຕ່ວັນທີ 1 ມັງກອນຫາວັນທີ 31 ມີນາ 2017 ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 4.621,58 ຕື້ກີບເທົ່າກັບ 77,89% ຂອງແຜນງວດ. ໃນນັ້ນລາຍຮັບພາຍໃນມີ 4.183,37 ຕື້ກີບເທົ່າກັບ 77,78%, ລາຍຮັບຈາກການຊ່ວຍເຫລືອລ້າຂອງຕ່າງປະເທດມີ  438,20 ຕື້ກີບເທົ່າ 78,87% ຂອງແຜນການງວດ. ສ່ວນດ້ານລາຍຈ່າຍ ປະຕິບັດໄດ້ 5.579,32 ຕື້ກີບເທົ່າກັບ 75,69%, ໃນນີ້ສະເພາະລາຍຈ່າຍທີ່ສໍາຄັນປະກອບມີ: ເງິນເດືອນ ແລະ ເງິນອຸດໜູນ ປະຕິບັດໄດ້ 58,86%, ຈ່າຍລົງທຶນພາຍໃນປະຕິບັດໄດ້ 49,78% ຈ່າຍລົງທຶນຕ່າງປະເທດປະຕິບັດໄດ້ 55,07% ເຫັນວ່າມີການຂາດດຸ່ນງົບປະມານຈໍານວນ 957,73 ຕື້ກີບ.

- Visit Laos Visit SALANA BOUTIQUE HOTEL - ງວດທໍາອິດປີ 2017 ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,6 ພັນຕື້ກີບ

ທ່ານຮອງລັດຖະມົນຕີ ກ່າວວ່າ: ເພື່ອໃຫ້ບັນລຸເປົ້າໝາຍທີ່ລັດລັດຖະບານກໍຄືກະຊວງການເງິນວາງໄວ້ໃນການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2017 ໃຫ້ໄດ້ທັງໝົດ 23.941 ຕື້ກີບ, ໃນນີ້ລາຍຮັບພາຍໃນ 21.463 ຕື້ກີບ ແລະ ແຜນລາຍຈ່າຍງົບປະມານທັງໝົດຈຳນວນ 32,402 ຕື້ກີບ, ຄາດຄະເນຂາດດຸນທັງໝົດຈຳນວນ 8.461 ຕື້ກີບ, ກະຊວງການເງິນຈິ່ງໄດ້ຕັ້ງເປົ້າໝາຍຈັດເກັບລາຍຮັບເຂົ້າງົບປະມານ 6 ເດືອນຕົ້ນປີ 2017 ຕ້ອງບັນລຸຫລາຍກວ່າ 10.027 ຕື້ກີບເທົ່າກັບ 41,88% ຂອງແຜນການປີ, ຊຶ່ງລັດຖະບານມີຄວາມຈໍາຕ້ອງໄດ້ເອົາໃຈໃສ່ລະດົມແຫລ່ງທຶນມາດຸ່ນດ່ຽງງົບປະມານໃນ 6 ເດືອນຕົ້ນປີໃຫ້ພຽງພໍກັບຄວາມຕ້ອງການການ, ເພື່ອຮັບປະກັນໃຫ້ບັນດາວຽກງານສໍາຄັນ ແລະ ການເຄື່ອນໄຫວວຽກງານຕ່າງໆດໍາເນີນໄປດ້ວຍຄວາມຄ່ອງຕົວ ແລະ ບັນລຸຸຕາມແຜນການວາງໄວ້.

- 3 - ງວດທໍາອິດປີ 2017 ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,6 ພັນຕື້ກີບ
- 4 - ງວດທໍາອິດປີ 2017 ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,6 ພັນຕື້ກີບ
- 5 - ງວດທໍາອິດປີ 2017 ຈັດເກັບລາຍຮັບເຂົ້າງົບປະມານໄດ້ 4,6 ພັນຕື້ກີບ