ສະຫລອງວັນສ້າງຕັ້ງເມືອງທ່າແຕງຄົບຮອບ 25 ປີ


ພິທີສະເຫຼີມສະຫຼອງວັນ ສ້າງຕັ້ງເມືອງທ່າແຕງແຂວງ ເຊກອງ ຄົບຮອບ 25 ປີ ໄດ້ ຈັດຂຶ້ນໃນຕອນເຊົ້າວັນທີ່ 8 ມັງກອນ ນີ້ ຢູ່ທີ່ເດີ່ນກິລາ ເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເຜີຍ ບຸດດາວຽງ ກໍາ ມະການສູນກາງພັກເລຂາພັກ ແຂວງ-ເຈົ້າແຂວງ ເຊກອງ,ມີ ຄະນະພັກ, ຄະນະປົກຄອງ ແຂວງເມືອງ ແລະ ມວນຊົນ ເຂົ້າຮ່ວມເປັນຈຳນວນຫລາຍພິເສດໄດ້ມີ ຮອງເລຂາພັກ ເມືອງ ຟູນິງ ແຂວງ ກວາງນາມ ສສ ຫວຽດນາມ ແລະບັນດາ ເມືອງທີ່ມີຊາຍແດນຕິດຈອດ ກັນຂອງແຂວງຈຳປາສັກ, ສາລະວັນ, ເຂົ້າຮ່ວມນຳດ້ວຍ.


+ ສະຫວັນນະເຂດສະເຫລີມສະຫລອງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຢ່າງເປັນຂະບວນຄຶກຄື້ນ
+ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງກຳລັງປ້ອງກັນຄວາມສະຫງົບຄົບຮອບ 52 ປີ
ທ່ານ ຄຳສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກ ເມືອງ ເຈົ້າເມືອງ ທ່າແຕງ ໄດ້ ເລົ່າຄືນມູນເຊື້ອ ແລະ ຜົນສຳ ເລັດຕ່າງໆ ແຫ່ງການສ້າງສາ ພັດທະນາເມືອງຂອງຕົນຕະ ຫລອດໄລຍະ 25 ປີຜ່ານມາ ວ່າ: ເມືອງທ່າແຕງເປັນດິນ ແດນອົງແກ້ວທີ່ອົງອາດກ້າ ຫານໂດຍຜ່ານຂະບວນການ ປະຕິວັດອັນດຸເດືອດຂ້ຽວຂາດ ແລະ ນໍ້າໃຈພິລະອາດຫານ ຂອງປະຊາຊົນບັນດາເຜົ່າ ເມືອງທ່າແຕງ ແລະ ການຮ່ວມ ມືຊ່ວຍເຫລືອອັນລ້ຳຄ່າຂອງ ປະຊາຊົນຫວຽດນາມອ້າຍ ນ້ອງຮ່ວມຂຸ່ມຄອງດຽວກັນ ປົດ ປ່ອຍທ່າແຕງ ໃນໃນວັນທີ 25 ເມສາ 1969 ອອກຈາກ ການ ກົດຂີ່ຂູດຮີດຂອງພວກຈັກກະ ພັດ,ທ່າແຕງໄລຍະນັ້ນ ແມ່ນ ຂຶ້ນກັບແຂວງສາລະວັນ,ຕໍ່ມາໄດ້ແຍກແຂວງສາລະວັນເປັນ 2 ແຂວງຄື: ສ້າງຕັ້ງ ແຂວງ ເຊກອງຂຶ້ນວັນທີ 14 ເມສາ 1984,ເວລານັ້ນທ່າແຕງ ເປັນ ພຽງແຕ່ກິ່ງເມືອງຂອງ ເມືອງ ລະມາມເທົ່ານັ້ນ, ຈົນເຖິງວັນທີ 8 ມັງກອນ 1993 ນາຍົກລັດ ຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ອອກດໍາລັດສ້າງຕັ້ງເມືອງ ທ່າແຕງຂຶ້ນໃນວັນທີ 8 ມັງ ກອນ 1993 ຢ່າງເປັນທາງ ການ,ໃນເວລານັ້ນມີ 58 ບ້ານ, ມີພົນລະເມືອງ 12.746 ຄົນ, ຕະຫຼອດໄລຍະ 25 ປີຜ່ານມາ ຄະນະບໍລິຫານງານພັກເມືອງທ່າແຕງ ໄດ້ປະເຊີນກັບ ສິ່ງທ້າ ທາຍທົດສອບຫຼາຍປະການ ແຕ່ພາຍໃຕ້ແສງສະຫວ່າງ ຂອງມະຕິກອງປະຊຸມ ໃຫ່ຍແຕ່ລະຄັ້ງຂອງສູນກາງພັກ,ກໍ່ຄື ມະຕິກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງເຊກອງ ແລະ ຂອງເມືອງວາງອອກແຕ່ລະ ສະໄໝ ຈິ່ງສາມາດເຮັດໃຫ້ ຊີ ວິດການເປັນຢູ່ຂອງປະຊາ ຊົນຫັນປ່ຽນແຕ່ລະບາດກ້າວ ຢ່າງຕັ້ງໜ້າ, ມາຮອດປະຈຸ ບັນເມືອງທ່າແຕງມີ 47 ບ້ານ, ມີ6.649 ຫຼັງເຮືອນ, ມີພົນລະເມືອງທັງໝົດ 40.900 ຄົນ,ຍິງ 20.725 ຄົນ,ທຽບໃສ່ປີ 1993 ເພີ່ມ ຂຶ້ນ 27.897 ຄົນ, ມີ 8 ຊົນ ເຜົ່າຄື: ລາວລຸ່ມ,ຕະໂອ້ຍ,ອາ ຣັກ,ກະຕູ,ຕຣຽງ,ກະລຽງ, ຢຣຸ ແລະ ຊົນເຜົ່າສວຍ. ຈາກ ເງື່ອນໄຂທີ່ອໍານວຍຄວາມ ສະດວກຕິດພັນກັບແຕ່ລະ ຂົງເຂດວຽກງານພາຍໃນ ເມືອງ ຈິ່ງສາມາດເຮັດໃຫ້ ເສດຖະກິດຂອງເມືອງມີ ການຂະຫຍາຍຕົວຢ່າງຕໍ່ ເນື່ອງ 10%/ປີ,ລວມຍອດ ຜະລິດຕະພັນ GDP ປີ 2017 ບັນລຸໄດ້ 696.181 ລ້ານກີບ,ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 17 ລ້ານກວ່າ ກີບ, ເທົ່າກັບ 2,050 ໂດລາສະ ຫະລັດ/ຄົນ/ປີ,ທຽບໃສ່ປີ 1993 ເພີ່ມຂື້ນ 1.880 ໂດ ລາສະຫະລັດ.


ໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງເມືອງຍັງ ໄດ້ປະດັບຫຼຽນໄຊ,ໃບຍ້ອງຍໍຂັ້ນຕ່າງໆໃຫ້ແກ່ກົມກອງ ລວມໝູ່ ແລະ ບຸກຄົນທີ່ມີຜົນ ງານ,ຄຸນງາມຄວາມດີປະ ກອບສ່ວນເຂົ້າໃນການສ້າງສາພັດທະນາເມືອງທ່າແຕງຕະຫຼອດໄລຍະຜ່ານມາ./.

