ເກີດເຫດດິນເຈື່ອນຢູ່ໂກລົມບີ ມີຜູ້ເສຍຊີວິດກວ່າ 17 ຄົນ

- kitchen vibe - ເກີດເຫດດິນເຈື່ອນຢູ່ໂກລົມບີ ມີຜູ້ເສຍຊີວິດກວ່າ 17 ຄົນ

- 1492654460814 960x0 300x169 - ເກີດເຫດດິນເຈື່ອນຢູ່ໂກລົມບີ ມີຜູ້ເສຍຊີວິດກວ່າ 17 ຄົນ    ​ໂບ​ໂກ​ຕາ 20 ​ເມສາ: ລັດຖະບານ​ໂກ​ລົມ​ບີ​ຖະ​ແຫລ​ງວ່າ: ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 17 ຄົນ ​ແລະ ສູນຫາຍ 7 ຄົນ ພາຍຫລັງ​ດິນ​ເຈື່ອມ​ເຮັດ​ໃຫ້​ກອງ​ດິນ ​ແລະ ຫີນ​ໄຫລ​ເຂົ້າບ້ານ​ຫລາຍ​ແຫ່ງ​ຢູ່​ເມືອງ​ມາ​ນິຊາ​ເລ​ສ ຖື​ເປັນ​ເຫດ​ດິນ​ເຈື່ອນ​ທີ່​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ເປັນ​ເທື່ອ​ທີ​ສອງ​ຂອງ​ປະ​ເທດ​ໃນ​ເດືອນ​ນີ້.

ຝົນຕົກ​ໜັກ​ໃນ​ໄລຍະ​ຜ່ານ​ມາ​ເປັນ​ອັນຕະລາຍ​ຫລາຍ​ຕໍ່​ຜູ້​ຢູ່​ອາ​ໄສ​ຫລາຍ​ສິບ​ຄົນ​ໃນ​ເຂດ​ຊານ​ເມືອງ ​ເຊິ່ງອາ​ໄສ​ຢູ່​ໃນ​ແຫ​ລ່ງກໍ່ສ້າງ​ຊົ່ວຄາວ​ຕາມ​ຕີນ​ພູ​ຂອງ​ພູ​ແອນ​ດີ​ສ ທີ່​ມີ​ຄວາມ​ສ່ຽງ​ຕໍ່​ໄພ​ຫິມະ​ຖະຫລົ່ມ ​ແລະ ນ້ຳຖ້ວມ​ຮຸນ​ແຮງ. ​ເຫດ​ດິນ​ເຈື່ອນ​ຢູ່​ເມືອງ​ມານິຊາ​ເລ​ສ ​ເຊິ່ງ​ເປັນ​ແຫ​ລ່ງປູກ​ກາ​ເຟທາງ​ຕາ​ເວັນ​ຕົກ​ຂອງ​ນະຄອນຫລວງ​ໂບ​ໂກ​ຕາ​ເກີດ​ຂຶ້ນພາຍຫລັງ​ດິນ​ເຈື່ອນ​ເທື່ອ​ໃຫຍ່​​ແບບ​ດຽວ​ກັນ​ຢູ່​ເມືອງ​ໂມ​ໂກ​ໃນຕົ້ນ​ເດືອນ​ເມສາ​ນີ້ ​ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ກວ່າ 320 ຄົນ ​ແລະ ບໍ່​ມີ​ບ່ອນຢູ່​ອາ​ໄສ​ຫລາຍ​ພັນ​ຄົນ. ປະທານາທິບໍດີ ຮວນ ມາ​ນູ​ເອລ ຊານ​ໂຕ​ສ ຜູ້ນຳ​ໂກ​ລົມ​ບີ ປະກາດ​ໃຫ້​ຊ່ວຍ​ກັນ​ຄົ້ນຫາ​ຜູ້​ສູນຫາຍ, ຂະນະ​ທີ່​ຕົວ​ເລກ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ, ​ເຮືອນ​ຊານ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜ້ອຍ 57 ຫລັງ.

- Visit Laos Visit SALANA BOUTIQUE HOTEL - ເກີດເຫດດິນເຈື່ອນຢູ່ໂກລົມບີ ມີຜູ້ເສຍຊີວິດກວ່າ 17 ຄົນ
- 5 - ເກີດເຫດດິນເຈື່ອນຢູ່ໂກລົມບີ ມີຜູ້ເສຍຊີວິດກວ່າ 17 ຄົນ
- 3 - ເກີດເຫດດິນເຈື່ອນຢູ່ໂກລົມບີ ມີຜູ້ເສຍຊີວິດກວ່າ 17 ຄົນ
- 4 - ເກີດເຫດດິນເຈື່ອນຢູ່ໂກລົມບີ ມີຜູ້ເສຍຊີວິດກວ່າ 17 ຄົນ