ຜູ້ປະສົບໄພນ້ຳຖ້ວມຢູ່ 4 ບ້ານເມືອງໄຊພູທອງ ໄດ້ຮັບເຄື່ອງຊ່ວຍເຫລືອ

ທ້າຍອາທິດຜ່ານມາ, ທ່ານ ພັທ ສົມພອນ ສຸດທິສົມ ບັດ ສະມາຊິກ ສະພາແຫ່ງ ຊາດປະຈໍາເຂດ ເລືອກຕັ້ງ ທີ 13, ທັງເປັນສະມາຊິກ ສະພາ ປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ໄຊພູທອງ ພ້ອມຄະນະໄດ້ ລົງ ເຄື່ອນໄຫວຕິດຕາມຖາມ ຂ່າວຄາວ ແລະ ມອບເຄື່ອງ ຊ່ວຍເຫລືອເພື່ອບັນເທົາ ທຸກແກ່ປະຊາຊົນຜູ້ທີ່ໄດ້ຮັບ ຜົນກະທົບໄພນໍ້າຖ້ວມ ຢູ່ 4 ບ້ານ ເຂດເມືອງໄຊພູທອງ ແຂວງ ສະຫວັນນະເຂດ.
+ ລະດັບນ້ຳຂອງສືບຕໍ່ເພີ່ມຂຶ້ນນະຄອນຫລວງເຕືອນປະຊາຊົນກຽມຮັບມືນ້ຳຖ້ວມ
+ ກະຊວງສາທາລະນະສຸກມອບເຄື່ອງຜ່າຕັດທັນສະໄໝໃຫ້ໂຮງໝໍແຂວງອັດຕະປື
ໂອກາດນີ້, ຄະນະຜູ້ ແທນ ໄດ້ຮັບຟັງການລາຍ ງານໂດຍຫຍໍ້ຂອງແຕ່ລະ ບ້ານ ເປັນຕົ້ນ ຢູ່ຈຸດບ້ານ ໂພນສົ້ມໂຮງມີເນື້ອຖືກນໍ້າ ຖ້ວມ 171.500 ກວ່າເຮັກ ຕາ, ເນື້ອທີ່ຖືກເສຍຫາຍ 158.600 ກວ່າເຮັກຕາ, ມີ 91 ຄອບຄົວ, ໜອງສະ 12 ໜອງຈໍານວນປາປ່ອຍ ເສຍຫາຍ 21.500 ກວ່າ ໂຕ. ສ່ວນຢູ່ບ້ານຕາກ ແດດມີເນື້ອທີ່ນານໍ້າຖ້ວມ 124.500 ກວ່າເຮັກຕາ, ມີ 53 ຄອບຄົວ ທີ່ຖືກນໍ້າ ຖ້ວມ. ຢູ່ຈຸດບ້ານຄັນທະຈານ ທີ່ຂຶ້ນກັບກຸ່ມບ້ານທີ 1 ເທ ສະບານເມືອງໄຊພູທອງ ຈໍານວນ 32 ຄອບຄົວ, ມີ ເນື້ອທີ່ທັງໝົດ 65,99 ເຮັກ ຕາ, ເນື້ອທີ່ນໍ້າຖ້ວມມີ 28 ເຮັກຕາ ເນື້ອທີ່ນາເສຍຫາຍ ມີ 19 ກວ່າເຮັກຕາ ແລະ ໜອງປາເສຍຫາຍ 10 ໜອງ ແລະ ຢູ່ຈຸດບ້ານທີ 4 ບ້ານເວີນຄູນ ທີ່ຂຶ້ນກັບ ກຸ່ມ ບ້ານທີ 8 ຂອງເມືອງ ນໍ້າຖ້ວມເນື້ອທີ່ນາ 29 ກວ່າເຮັກຕາ, ເນື້ອທີ່ນາ ເສຍຫາຍ 22 ກວ່າເຮັກ ຕາມີຈໍານວນ 29 ຄອບ ຄົວ.
ໃນໂອກາດດຽວກັນນີ້, ທ່ານ ພັທ ສົມພອນ ສຸດ ທິສົມບັດ ກໍໄດ້ມອບ ເຄື່ອງ ຊ່ວຍເຫລືອໃຫ້ແກ່ປະຊາ ຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມໃນເຂດດັ່ງ ກ່າວ ເຊິ່ງເຄື່ອງທີ່ນໍາມາ ຊ່ວຍເຫລືອຄັ້ງນີ້ ແມ່ນໄດ້ ຈາກການລະດົມເຄື່ອງ ອຸປະໂພກ, ບໍລິໂພກຈາກ ພາກສ່ວນອົງການຈັດຕັ້ງຂອງລັດ, ເອກະຊົນ ແລະ ຈາກຕ່າງປະເທດ.