ລາວກຽມສົ່ງນັກກິລາດຶງເຊືອກເຂົ້າຮ່ວມແຂ່ງຂັນ ລາຍການ KL 2019 Tug OFWAR Championsmips ທີ່ມາເລເຊຍ


ປັດຈຸບັນ ສະຫະພັນກິລາດຶງເຊືອກແຫ່ງຊາດ ຕ່າງກໍສຸມໃສ່ຝຶກຊ້ອມນັກກິລາຂອງຕົນໃນທຸກໆວັນ ຢູ່ສະໂມສອນໂຮງຮຽນ ມສ ວຽງຈັນ ເພື່ອກະກຽມຄວາມພ້ອມເຂົ້າສູ່ເສິກໃນລາຍການ KL 2019 Tug OFWAR Championsmips ໂດຍປະເທດມາເລເຊຍເປັນເຈົ້າພາບ, ພາຍໃຕ້ການສະໜັບສະໜູນຂອງກະຊວງການທ່ອງທ່ຽວມາເລເຊຍ ເຊິ່ງງານແຂ່ງຂັນດັ່ງກ່າວຈະຈັດຂຶ້ນຢູ່ນະຄອນຫລວງກົວລາລຳເປີ ໂດຍແບ່ງອອກເປັນ 2 ປະເພດຄື: ຊາຍນ້ຳໜັກ 600 ກິໂລ ຈຳນວນນັກກິລາບໍ່ເກີນ 8 ຄົນ, ສ່ວນເພດຍິງນ້ຳໜັກ 500 ກິໂລ ຈຳນວນນັກກິລາບໍ່ເກີນ 8 ຄົນ. ຄາດວ່າຈະມີນັກກິລາຈາກ 11 ປະເທດອາຊຽນເຂົ້າຮ່ວມເຊັ່ນ: ໄທ, ກຳປູເຈຍ, ລາວ, ຫວຽດນາມ, ສິງກະໂປ, ບຣູໄນ, ອິນໂດເນເຊຍ, ຟີລິບປິນ, ມຽນມາ, ຕີມໍແລັດສະເຕ ແລະ ປະເທດເຈົ້າພາບ ເຊິ່ງການແຂ່ງຂັນຄັ້ງນີ້ ສະຫະພັນກິລາດຶງເຊືອກລາວເຮົາໄດ້ວາງເປົ້າໝາຍໄວ້ວ່າຈະສ້າງໃຫ້ໄດ້ສະຖິຕິດີທີ່ສຸດ, ພ້ອມຈະເປັນໂອກາດອັນດີເພື່ອຍົກສູງຄວາມອາດສາມາດຂອງກິລາດຶງເຊືອກລາວເຮົາກຽມເຂົ້າສູ່ການແຂ່ງຂັນໃນລາຍການໃຫຍ່ອີກຄັ້ງໜຶ່ງຢູ່ ສສ ຫວຽດນາມ ໃນມໍ່ໆນີ້.