ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ.

ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ. - 77 - ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ.
ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ. - kitchen vibe - ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ.
ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ. - 77 - ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ.

ໃນລະຫວ່າງວັນ1-2 ກັນຍານີ້, ຄະນະສະເພາະກິດ ນຳໂດຍທ່ານ ສົມດີດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານຮອງລັດຖະມົນຕີກະຊວງ ຍທຂ, ທ່ານຮອງລັດຖະມົນຕີກະຊວງພາຍໃນ, ພ້ອມດ້ວຍຄະນະກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະການລົງທຶນ, ອົງການກວດກາລັດຖະບານ, ຫ້ອງການສົ່ງເສີມຄຸ້ມ​ຄອງເຂດເສດຖະກິດພິເສດ ​ແລະ ແຂວງກ່ຽວຂ້ອງ​ໄດ້ລົງກວດກາ, ຊີ້ນໍາ ແລະ ກຳນົດພື້ນທີ່-ຈຸດທີ່ຕັ້ງຕົວຈິງຂອງການບໍລິການທຸລະກິດສາງພັກ ແລະ ສະຖານທີ່ຄ່ຽງຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນແຂວງຫລວງນ້ຳທາຂອງບໍລິສັດ ແອວເອັສການຄ້າຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດ ລາວສາກົນ ໂອຊີດີ ຈຳເກັດ.

ໃນການລົງກວດກາຕົວຈິງສະພາບການດຳເນີນທຸລະກິດສາງພັກ ແລະ ສະຖານທີ່ຄ່ຽງຖ່າຍສິນຄ້າດັ່ງກ່າວ​ ເພື່ອພ້ອມ​ກັນປຶກສາຫາລື ແລະ ຮັບຟັງລາຍ​ງານບັນຫາຕ່າງໆ, ເພື່ອພ້ອມກັນຄົ້ນຄວ້າຊອກວິທີທາງແກ້ໄຂໃນສະເພາະໜ້າ ແລະ ຍາວນານຮັບປະກັນໃຫ້ມີຄວາມສະຫງົບ ແລະ ຍືນຍົງຕາມທິດເຊື່ອມຈອດເຊື່ອມໂຍງທາງດ້ານການຂົນສົ່ງທາງບົກກັບ ສປ ຈີນ ແລະ ພາກພື້ນຢ່າງມີປະສິດທິຜົນ.

ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ. - Visit Laos Visit SALANA BOUTIQUE HOTEL - ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ.

ພ້ອມດຽວກັນນີ້, ໄດ້ປຶກສາຫາລືກ່ຽວກັບການດໍາເນີນທຸລະກິດບໍລິການສາງພັກສິນຄ້າ ແລະ ສະຖານທີ່ຄ່ຽນຖ່າຍສິນຄ້າດ້ວຍຮູບແບບການແຂ່ງຂັນຕາມກົນໄກເສດຖະກິດຕະຫລາດ, ຮັບປະກັນການບໍລິການໃຫ້ມີຄວາມວ່ອງໄວ,ໂປ່ງໃສ, ທັນສະໄໝ ໃຫ້ແກ່ລູກຄ້າຜູ້ມາໃຊ້ບໍລິການ ແຕ່ຕ້ອງພາຍໃຕ້ການຄຸ້ມຄອງຂອງລັດດ້ານລາຄາຄ່າບໍລິການ, ໂດຍໃຫ້ທັງສອງບໍລິສັດຕ້ອງປະຕິບັດຢ່າງເຂັ້ມງວດຕາມລາຄາທີ່ໄດ້ຮັບຮອງຈາກກະຊວງອຸດສາຫະກຳ ແລະ ການຄ້າຢ່າງເຂັ້ມງວດ.

​ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ມີຄຳເຫັນວ່າ: ໂດຍອີງຕາມການລາຍງານຈາກກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ (ຍທຂ) ໃນນາມຫົວໜ້າຄະນະສະເພາະກິດສະເໜີໃຫ້ກົມຄຸ້ມຄອງ, ພັດທະນາລັດວິສາຫະກິດແລະ ການປະກັນໄພ ແລະ ກົມພາສີ ກະຊວງການເງິນເຈລະຈາກັບບໍລິສັດລາວສາກົນໄອຊີດີ ເພື່ອມອບຂອບເຂດພື້ນທີ່ຈຳນວນໜຶ່ງຂອງຕົນທີ່ຕິດກັບເສັ້ນທາງ R3, ພ້ອມທັງອາຄານ ແລະ ວັດຖຸອຸປະກອນທີ່ນໍາໃຊ້ເຂົ້າໃນການບໍລິຫານດ່ານສາກົນໃຫ້ລັດເປັນຜູ້ຄຸ້ມຄອງ ເພື່ອຈັດລະບົບການແຈ້ງເອກະສານຕ່າງໆທັງຂາເຂົ້າ-ຂາອອກມາຢູ່ບ່ອນດຽວ (ລະບົບການກວດກາແຈ້ງພາສີ, ກວດກາຄົນເຂົ້າ-ອອກເມືອງ ແລະ ກັກກັນພືດ ແລະ ສັດ) ຄືກັນກັບດ່ານຊາຍແດນສາກົນອື່ນໆໃນ ສປປ ລາວ.

ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ. - 950 1024x681 - ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ.

ພາຍຫລັງການກໍ່ສ້າງທ່າບົກ (Dry Port) ຢູ່ເຂດນາເຕີຍແຂວງຫລວງນໍ້າທາສຳເລັດຈະເປັນປະຕູເຂົ້າ-ອອກຂອງສິນຄ້າສາກົນ (ສິນຄ້າລະຫວ່າງປະເທດ ແລະ ຜ່ານແດນ) ເຫັນດີໃຫ້ສອງບໍລິສັດສືບຕໍ່ດຳເນີນທຸລະກິດ, ແຕ່ຈະຫັນຮູບການບໍລິການໃຫ້ເປັນສາງພັກ, ຄ່ຽນຖ່າຍສິນຄ້າ (ICD) ຄືເກົ່າ ຫລື ຈະເປັນບ່ອນເຕົ້າໂຮມ ແລະ ແຈກຢາຍສິນຄ້າສໍາລັບເຂດອຸດສາຫະກຳ ແລະ ເປັນສະຖານທີ່ປຸງແຕ່ງ, ສ້າງມູນຄ່າເພີ່ມຂອງສິນຄ້າ ເພື່ອການນຳເຂົ້າ-ສົ່ງອອກ, ໂດຍຜ່ານທ່າບົກຢູ່ເຂດນາເຕີຍແຂວຫລວງນໍ້າທາບ່ອນດຽວ.

ທ່ານຮອງນາຍົກລັດຖະມົນຕີ ເນັ້ນຕື່ມວ່າ: ອີງຕາມທິດຊີ້ນໍາຂອງລັດຖະບານໄດ້ເຫັນດີດ້ານຫລັກການຕາມການສະເໜີວິທີແກ້ໄຂກ່ຽວກັບສະພາບການດຳເນີນສາງພັກສິນຄ້າ ແລະ ສະຖານທີ່ຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ ແຂວງຫລວງນໍ້າທາຂອງບໍລິສັດ ແອວເອັສ ຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດ ລາວສາກົນ ໄອຊີດີ ຈຳກັດ ໂດຍໃຫ້ສອງບໍລິສັດດັ່ງກ່າວສືບຕໍ່ດຳເນີນທຸລະກິດບໍລິການສາງພັກສິນຄ້າ ແລະສະຖານທີ່ຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ ດ້ວຍຮູບການແຂ່ງຂັນຕາມກົນໄກເສດຖະກິດຕະຫລາດ, ຮັບປະກັນຄຸນນະພາບການບໍລການໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ທັນສະໄໝໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການ.

ພ້ອມດຽວກັນນີ້, ໃຫ້ຍົກຍ້າຍຫ້ອງການພາສີ,ບ່ອນກວດກັກກັນພືດ ແລະ ຕູ້ສະແກນເນີທີ່ນໍາໃຊ້ປັດຈຸບັນໄປຢູ່ສະຖານທີ່ເບື້ອງ ບໍລິສັດ ລາວສາກົນ ໄອຊີດີຈຳກັດເພື່ອຈັດລະບົບການແຈ້ງເອກະສານຕ່າງໆທັງຂາເຂົ້າ-ຂາອອກໃຫ້ມີຄວາມສະດວກ.

ສ່ວນດ່ານຕຳຫລວດກວດຄົນເຂົ້າເມືອງ ແລະ ກົງສຸນແມ່ນໃຫ້ຮັກສາໄວ້ຢູ່ບ່ອນເກົ່າໄປກ່ອນໃຫ້ກະຊວງການເງິນໂດຍສະເພາະແມ່ນກົມກ່ຽວຂ້ອງສົມທົບກັບພາກສ່ວນຕ່າງໆເຈລະຈາກັບ ບໍລິສັດ ລາວສາກົນ ໄອຊີດີເພື່ອມອບເຂດພື້ນທີ່ຈຳນວນໜຶ່ງຂອງຕົນທີ່ຕິດກັບທາງ R3 ພ້ອມທັງອາຄານ ແລະວັດຖຸອຸປະກອນທີ່ນໍາໃຊ້ເຂົ້າໃນການບໍລິຫານດ່ານສາກົນໃຫ້ລັດເປັນຜູ້ຄຸ້ມຄອງ ແລະ ເຫັນດີໃຫ້ກະຊວງກ່ຽວຂ້ອງຄົ້ນຄວ້າ ແລະ ປຶກສາຫາລືກັບບໍລິສັດ ນູເທັກ (ຜູ້ສະໜອງອຸປະກອນສະແກນເນີ) ໃນການປະກອບເຄື່ອງສະແກນເນີນອີກ 1 ເຄື່ອງເຂົ້າຕື່ມເພື່ອສາມາດຮັບຮອງການເພີ່ມຂຶ້ນຂອງຈຳນວນລົດຂົນສົ່ງສິນຄ້າໃນຕໍ່ໜ້າ ແລະ ອໍານວຍຄວາມສະດວກບໍລິສັດຕ່າງໆສາມາດນໍາໃຊ້ໄດ້ໃນການຈໍລະຈອນສິນຄ້າຂາເຂົ້າ-ຂາອອກຢ່າງສະດວກສະບາຍ.

ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ. - 4 - ຄະນະສະເພາະກິດລົງກວດກາຊີ້ນຳກໍານົດຈຸດທີ່ຕັ້ງ​ເຂດບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານພາສີສາກົນບໍ່ເຕັນ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!