ປະຊາຊົນລາວທັງຊາດຈົ່ງໃຫ້ການຮ່ວມມືກັບລັດຖະບານ
ເພື່ອຜ່ານພົ້ນວິກິດການໂຄວິດ-19 ໃນຄັ້ງນີ້
ບົດຮຽນຂອງຫຼາຍໆປະເທດໄດ້ບອກໃຫ້ຮູ້ໃຫ້ເຫັນແລ້ວວ່າ ພະຍາດໂຄວິດ ມັນຮ້າຍກາດສໍ່າໃດ. ມັນບໍ່ໄດ້ເລືອກໜ້າເລືອກຕາ, ບໍ່ເລືອກຊົນຊັ້ນວັນນະ, ບໍ່ໄດ້ເລືອກປະເທດນ້ອຍ ປະເທດໃຫ່ຍ, ປະເທດຮັ່ງ, ປະເທດທຸກ. ທຸກຄົນມີສິດຕິດເຊື້ອໄດ້ຖ້າຫາກບໍ່ມີວິທີປ້ອງກັນທີ່ດີ ແລະ ບໍ່ປະຕິບັດຄຳສັ່ງຂອງລັດຖະບານ.
ພວກເຮົາຈົ່ງພ້ອມພຽງກັນ ຈັດຕັ້ງປະຕິມັດມາດຕະການຕ້ານພະຍາດໂຄວິດ-19 ຂອງລັດຖະບານວາງອອກໃຫ້ດີ, ມີການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ແລະ ປະຊາຊົນທຸກພາກສ່ວນ. ຢ່າປະໃຫ້ປະເທດຊາດເສຍຫາຍໄປຫຼາຍກວ່ານີ້ ດັ່ງທີ່ປະເທດທີ່ເພີ່ນຈະເລີນລື່ນເຮົາຫຼາຍຍົດເຊັ່ນ: ສະຫະລັດອາເມລິກາ, ອີຕາລີ…


ດັ່ງຂໍ້ຄວາມທີ່ນາຍົກລັດຖະມົນຕີຂອງ ອີຕາລີ ກ່າວທັງນໍ້າຕາອາບແກ້ມ ແລະ ທັງຍອມຮັບວ່າ ໝົດຫົນທາງບົນພື້ນພິພົບນີ້ທີ່ຈະຊ່ວຍເຫຼືອປະຊາຊົນໄດ້, ຕອນນີ້ມີຄວາມຫວັງຢ່າງດຽວ ຄືຢູ່ທີ່ຟ້າເບື້ອງບົນ ພະເຈົ້າຄົງຊ່ວຍຄົນຂອງທ່ານ.
ອ່ານແລ້ວສະເທືອນໃຈ, ເຫັນຮູບພາບແລ້ວ ສາມາດເຫັນເຖິງສີໜ້າແວວຕາແຫ່ງຄວາມສິ້ນຫວັງ ແລະ ເສົ້າເສຍໃຈ.
ຄົນລາວເຮົາຮູ້ແລ້ວຄວນຢູ່ເຮືອນ ບໍ່ອອກໄປຂ້າງນອກຖ້າບໍ່ມີຄວາມຈຳເປັນແທ້ໆ ເພາະບໍ່ຢາກເຫັນພາບແບບນີ້ໃນລາວ./.