ລັດຖະບານສະເຫນີດັດແກ້ ຕົວເລກຄາດຄະເນການຂະຫຍາຍຕົວຂອງ ເສດຖະກິດແຫ່ງຊາດ ຕໍ່ສະພາ

ລັດຖະບານສະເຫນີດັດແກ້ ຕົວເລກຄາດຄະເນການຂະຫຍາຍຕົວຂອງ ເສດຖະກິດແຫ່ງຊາດ ຕໍ່ສະພາ - 568 - ລັດຖະບານສະເຫນີດັດແກ້ ຕົວເລກຄາດຄະເນການຂະຫຍາຍຕົວຂອງ ເສດຖະກິດແຫ່ງຊາດ ຕໍ່ສະພາ
ລັດຖະບານສະເຫນີດັດແກ້ ຕົວເລກຄາດຄະເນການຂະຫຍາຍຕົວຂອງ ເສດຖະກິດແຫ່ງຊາດ ຕໍ່ສະພາ - kitchen vibe - ລັດຖະບານສະເຫນີດັດແກ້ ຕົວເລກຄາດຄະເນການຂະຫຍາຍຕົວຂອງ ເສດຖະກິດແຫ່ງຊາດ ຕໍ່ສະພາ

ໃນວັນທີ 24 ມີຖຸນານີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໃນ 5 ເດືອນຜ່ານມາ ແລະ ຕົວເລກຄາດຄະເນ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020ນີ້ ຕໍ່ກອງປະຊຸມສະໄຫມສາມັນ ເທືີ່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ  VIII. ຊຶ່ງຍ້ອນ ຜົນກະທົບຂອງຫຼາຍປັດໄຈໂດຍ ສະເພາະແມ່ນ ການລະບາດຂອງພະຍາດໂຄວິດ-19,  ດັ່ງນັ້ນ ສະຖາບັນຄົົ້ນຄວ້າເສດ ຖະກິດແຫ່ງຊາດ ແລະ ສູນສະຖິຕິແຫ່ງຊາດ ໄດ້ ຄາດ ຄະເນລະດັບ ການ ຂະຫຍາຍຕົວຂອງເສດຖະກິດອຫ່ງຊາດຈະຢູ່ໃນລະດັບ 3,3% ຫາ 3,6%  ແລະ ສະພາແຫ່ງ ຊາດໄດ້ຮັບຮອງເອົາ 6,5%. ດັ່ງນັ້ນຈິ່ງໄດ້ນຳ ສະເຫນີຕໍ່ສະພາວ່າ:

  1. ສະເໜີ ດັດແກ້ຕົວເລກອັດຕາການເຕີບໂຕ ຂອງເສດຖະກິດ (GDP) ຈາກແຜນການທີ່ສະພາແຫ່ງຊາດ ໄດ້ຮັບຮອງ 6,5% ມາເປັນ 3,3% ຫາ 3,6% ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.
  2. ສະເໜີ ດັດແກ້ແຜນງົບປະມານ ປະຈໍາປີ 2020 ຕາມມາດຕາ 51 ແລະ ມາດຕາ 59 ຂອງກົດໝາຍວ່າດ້ວຍງົບປະມານ ແຫ່ງລັດດັ່ງນີ້:

– ດັດແກ້ຫຼຸດແຜນລາຍຮັບ ຕາມສະພາແຫ່ງຊາດຮັບຮອງຈາກ 28.997 ຕື້ ກີບ ມາເປັນ 22.725 ຕື້ ກີບ (ຫຼຸດລົງ 6.272 ຕື້້ ກີບ)

ລັດຖະບານສະເຫນີດັດແກ້ ຕົວເລກຄາດຄະເນການຂະຫຍາຍຕົວຂອງ ເສດຖະກິດແຫ່ງຊາດ ຕໍ່ສະພາ - Visit Laos Visit SALANA BOUTIQUE HOTEL - ລັດຖະບານສະເຫນີດັດແກ້ ຕົວເລກຄາດຄະເນການຂະຫຍາຍຕົວຂອງ ເສດຖະກິດແຫ່ງຊາດ ຕໍ່ສະພາ

2)   ດັດແກ້ຫຼຸດແຜນລາຍຈ່າຍ ຕາມແຜນສະພາແຫ່ງຊາດຮັບຮອງ ຈາກ 35.693 ຕື້ ກີບ ມາເປັນ 33.043 ຕື້ ກີບ (ຫຼຸດລົງ 2.650 ຕື້ ກີບ), ໃນນັ້ນ: ຫຼຸດແຜນລາຍຈ່າຍບໍລິຫານ, ດັດສົມຂອງສູນກາງ 30%, ຫຼຸດລາຍຈ່າຍດັດສົມສົງເສີມ ຂອງທ້ອງຖິີ່ນ 10%, ເລືີ່ອນຈ່າຍເງິນ ລົງທຶນຂອງລັດ ຢ່າງໜ້ອຍ 50% ແລະ ລາຍຈ່າຍອືີ່ນໆ ທີ່ ສາມາດ ເລືີ່ອນໄດ້.

3)   ດັດແກ້ເພ ີ່ມແຜນດຸ່ນດ່ຽງ ຈາກ 6.696 ຕື້ ກີບ, ເທົີ່າກັບ 3,77% ຂອງ GDP ມາເປັນ 10.318 ຕື້ ກີບ, ເທົີ່າກັບ 5,87% ຂອງ GDP (ຂາດດູນເພີ່ມ 3.622 ຕື້ ກີບ).   ຕົວເລກຂໍດັດແກ້ທີ່ສະເໜີມານີ້ແມ່ນ ລັດຖະບານ ໄດ້ຄົົ້ນຄວ້າລະອຽດຖີ່ຖ້ວນພໍສົມຄວນແລ້ວ ແລະ ຄວາມອາດສາມາດ ຕົວຈິງ ກໍຈະໄດ້ໃນລະດັບນີ້ເທົີ່ານັົ້ນ (ຖ້າພວກເຮົາສາມາດຄວບຄຸມພະຍາດ ໂຄວິດ-19 ໄດ້ດັ່ງຜ່ານມາ) ເພາະເປັນເຫດສຸດ ວິໄສ. ຊຶ່ງຫວັງວ່າ ສະພາຈະໄດ້ພິຈາລະນາດ້ວຍ

ທ່ານ ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ເພືີ່ອຮັບປະກັນ ໃຫ້ແກ່ການ ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຕ່າງໆ ແຕ່ນີ້ ຫາທ້າຍປີ  2020 ໃຫ້ບັນລຸ ໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດ ສາມາດ ຮັບຮອງ ເອົາຕາມທີ່ສະເໜີມານີ້. ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້: 1.  ສືບຕ ໍ່ຈັດຕັັ້ງປະຕິບັດ 10 ນະໂຍບາຍ ແລະ 9 ມາດຕະການ  ເພື່ອແກ້ໄຂ ແລະ ຫຼຸດຜ່ອນຜົນກະທົບ ຈາກການລະບາດ ຂອງພະຍາດ    ໂຄວິດ-19 ທີ່ໄດ້ປະກາດໄປແລ້ວ ໃຫ້ເປັນຮູບປະທໍາ.

  1. ມາດຕະການດ້ານການເງິນ-ເງິນຕາ:

–    ສູູ້ຊົນເກັບລາຍຮັບຈາກບັນດາຫົວໜ່ວຍທຸລະກິດທີ່ ບໍ່ຖືກຜົນກະ ທົບຫຼາຍປານໃດ ຈາກພະຍາດ ໂຄວິດ-19 ແລະ ຫົວໜ່ວຍອືີ່ນໆ ພາຍຫຼັງມາດຕະການຜ່ອນຄາຍ ໃຫ້ໄດ້ຄົບຖ້ວນ ຕາມກົດໝາຍກໍານົດ ຢ່າງເຂັ້ມງວດ ແລະ ປະຕິບັດລາຍ ຈ່າຍທີ່ຈໍາເປັນ ໃຫ້ໄດ້ຕາມແຜນການ ລວມທັງການສືບຕໍ່ຊໍາລະໃຫ້ແກ່ການລົງທຶນຂອງລັດ ເພື່ອສ້າງສະ ພາບຄ່ອງໃນການດໍາ ເນີນທຸລະກິດ ແລະ ການຈ້າງງານ;

–    ສືບຕໍ່ຫັນລະບົບເກັບລາຍຮັບງົບປະມານ ເປັນທັນສະໄໝ ໃຫ້ ຫຼາຍຂຶ້ນ ໂດຍເຊືີ່ອມຕໍ່ກັບລະບົບທະນາຄານໃຫ້ກວ້າງຂວາງ ເພືີ່ອຫຼຸດຜ່ອນການຮົ່ວໄຫຼງົບປະມານ.

–    ສືບຕໍໍສຶກສາອົບຮົມການເມືອງແນວຄິດ, ກວດກາ ແລະ ປະຕິບັດວິໄນຕໍຕໍ່ພະນັກງານ ທີ່ເຮັດຜິດລະບຽບ -ກົດໝາຍ ແລະ  ປັບປຸງການຈັດຕັ້ງຢູ່ຫົວໜ່ວຍເກັບ ແລະ ຄຸູ້ມຄອງລາຍຮັບ. ກະຊວງ ການເງິນ ໄດ້ອອກລະບຽບສະເພາະເພີ່ມ ເຕີມ ເພືີ່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້້ຂອງກົງຈັກໃນຂົງເຂດການເງິນຢ່າງຕັ້ງໜ້າ;

–    ສືບຕໍ່ປະຢັດ-ຈໍາກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດ ທີ່ສາມາດປະຕິບັດໄດ້ ແລະ ຄົົ້ນຄວ້າຊອກແຫຼ່ງລາຍຮັບ ເພືີ່ອ            ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ໂດຍການສົ່ງເສີມການສົ່ງອອກ, ຈໍາກັດການນໍາເຂົົ້າສິນຄ້າຟຸມເຟືອຍ ແລະ ສົ່ງເສີມ ການຊົມໃຊ້ສິນຄ້າ ທີ່ຜະລິດຢູ່ພາຍໃນປະເທດ ໃຫ້ຫຼາຍຂຶົ້ນ.

–    ສືບຕໍໍ່ກວດກາບັນດາໂຄງການລົງທຶນຂອງລັດ ທີ່ສໍາເລັດແລ້ວ ແລະ ຕໍ່ລອງມູນຄ່າໂຄງການຄືນໃໝ່ (ໃຫ້ຖຶກຕ້ອງກັບຄວາມ ເປັນຈິງ ແລະ ເປັນທໍາ) ໃຫ້ສໍາເລັດໂດຍໄວ.

–    ສືບຕໍໍແກ້ໄຂໜີ້ສິນສາທາລະນະຢ່າງມີ ຍຸດທະສາດ ໂດຍນໍາ ໃຊ້ທັງມາດຕະການໄລຍະສັ້ນ, ໄລຍະກາງ ແລະ ໄລຍະ ຍາວ, ເປັນຕົົ້ນຫຼຸດການຂາດດຸນງົບປະມານ; ຫັນຫນີ້ເປັນທຶນ; ສໍາລັບ ໂຄງການ ທີ່ຈໍາເປັນກູູ້ຢືມຕ້ອງເຂັ້ມງວດ ໃນການປະເມີນ ປະສິດທິຜົນ ແລະ  ຜົນຕອບແທນທາງດ້ານເສດຖະກິດແທ້; ປະເມີນ ຄວາມອາດສາມາດໃນການກູູ້ຢືມໄລຍະກາງ ແລະ ໄລຍະຍາວ; ບໍລິຫານໜີ້ສິນດ້ວຍຄວາມລະມັດລະວັງ ແລະ ປະເມີນ ຄວາມສ່ຽງ ທາງດ້ານອັດຕາແລກປ່ຽນ, ສະກຸນເງິນກູູ້ຢືມ, ຈໍານວນກູູ້ຢືມ ແລະ ໄລຍະເວລາການກູູ້ຢືມ; ພ້ອມທັງເສີມສ້າງຄວາມເຊື້ອຫມົ້ນຂອງ ຕະຫຼາດ ຕໍ່ການບໍລິຫານໜີ້ສິນຂອງລັດ ແລະ ຫັນການບໍລິຫານ         ໜີ້ສິນດ້ວຍລະບົບທັນສະໄໝ ເພືີ່ອຫຼຸດຜ່ອນຄວາມສ່ຽງທາງດ້ານ        ໜີ້ສິນລົງ ເທືີ່ອລະກ້າວ, ຫຼຸດຜ່ອນ ການກູູ້ຢືມທີ່ບໍ່ສ້າງມູນຄ່າເພີ່ມ ແລະ  ບໍ່ມີຜົນຕອບແທນທາງດ້ານເສດຖະກິດ ດ້ວຍການຈໍາກັດໂຄງການໃໝ່      ທີ່ບໍໍມີ ຜົນຕອບ ແທນທາງດ້ານເສດຖະກິດ ເຊັ່ນກັນ ທັງເປັນການ ຫຼຸດຜ່ອນການສ້າງໜີ້ໃໝ່, ສຸມໃສ່ການແກ້ໄຂໜີ້ສິນ ຕິດພັນກັບ ການປ່ອຍສິນເຊືີ່ອຂອງ ທະນາຄານ, ໂດຍສະເພາະ ໂຄງການໄພພິບັດ, ໂຄງການທີ່ກາຍເປັນໜີ້ແກ່ຍາວມາຫຼາຍປີ . ສໍາລັບຕົົ້ນທຶນ ແມ່ນຕ້ອງເລື່ອນ ອາຍຸໜີ້ອອກໄປໃນໄລຍະເວລາທີ່ເໝາະສົມ ດ້ວຍການກູູ້ຢືມ ໃໝ່ມາບໍລິຫານໜີ້ເກົີ່າ,ແຕ່ຕ້ອງຮັບປະກັນ ການກູູ້ ຢືມ ທີ່ີມີ ໄລຍະເວລາ ແລະ ເງືີ່ອນໄຂທີ່ເໝາະສົມຕາມຄວາມອາດສາມາດ, ພ້ອມນັ້ນ ກໍເຈລະຈາເລືີ່ອນໜີ້ສິນຕາມນະໂຍບາຍ ຜູູ້ໃຫ້ກູູ້ ແລະ ຕາມຄວາມເປັນໄປໄດ້ ເພືີ່ອຫຼຸດຜ່ອນຄວາມກົດດັນໃນການຊໍາລະ      ໜີ້ສິນ ແລະ ດຶງຄືນຄວາມເຊືີ່ອໝັ້ນຕໍ່ການ ບໍລິຫານໜີ້ສິນຂອງລັດໃຫ້ມີປະສິດທິຜົນ.

–    ສືບຕໍ່ດໍາເນີນນະໂຍບາຍເງິນຕາ ໂດຍການຄວບຄຸມປະລິມານເງິນ ໃຫ້ຂະຫຍາຍຕົວຢູ່ໃນລະດັບ 20% ທຽບ ໃສ່ປີ ຜ່ານມາ; ຄວບຄຸມອັດ ຕາເງິນເຟີ້ໃຫູ້ຢູ່ໃນລະດັບທີ່ເໝາະສົມ; ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນໂດລາສະຫະລັດ     ເໜັງຕີງໃນຂອບເຂດ ອ່ອນຄ່າ ຫຼື ແຂງຄ່າ ບໍ່ເກີນ 5% ທຽບໃສ່ປີ ຜ່ານມາ; ຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ຢູ່ໃນລະດັບ ທີ່ສາມາດກຸ້ມການນໍາເຂົົ້າໄດ້ຢ່າງໜ້ອຍ 3 ເດືອນ; ຊຸກຍູູ້ໃຫ້ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດ ຢູ່ໃນລະດັບ 58,43% ຂອງ GDP ແລະ ຍອດເຫຼືອສິນເຊືີ່ອຂອງຂະແໜງ ທະນາຄານ ຢູ່ໃນລະດັບ 49,56% ຂອງ GDP; ພ້ອມທັງ ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ໃຫ້ຢູ່ໃນລະດັບບໍ່ເກີນ 3%;

–    ສືບຕໍໍຄວບຄຸມອັດຕາເງິນເຟີ້ ແລະ ຮັບປະກັນສະຖຽນລະພາບ ຂອງຄ່າເງິນກີບ ໃຫ້ເຂັ້ມງວດກ່ວາເກົ່າ.

ລັດຖະບານສະເຫນີດັດແກ້ ຕົວເລກຄາດຄະເນການຂະຫຍາຍຕົວຂອງ ເສດຖະກິດແຫ່ງຊາດ ຕໍ່ສະພາ - 4 - ລັດຖະບານສະເຫນີດັດແກ້ ຕົວເລກຄາດຄະເນການຂະຫຍາຍຕົວຂອງ ເສດຖະກິດແຫ່ງຊາດ ຕໍ່ສະພາ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!