45 ປີ ຜ່ານມາ ຂະແໜງການສາທາລະນະສຸກຖືເອົາການປິ່ນປົວສຸຂະພາບຂອງປະຊາຊົນເປັນຫລັກ


ໃນວັນທີ 4 ທັນວານີ້, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີວ່າ: ຕະຫລອດໄລຍະ 45 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ນຳພາປວງຊົນລາວ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ມີການປ່ຽນແປງດີຂຶ້ນໃນແຕ່ລະໄລຍະ, ຊຶ່ງເປັນບາດກ້າວຂອງການພັດທະນາທີ່ຕໍ່ເນື່ອງທັງດ້ານເສດຖະກິດ ແລະສັງຄົມ, ໂດຍສະເພາະຂະແໜງສາທາລະນະສຸກໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍ ແນວທາງສາທາລະນະສຸກຕາມມະຕິແລະ ຄຳສັ່ງຕ່າງໆຂອງພັກ ແລະລັດຖະບານໃນການຮັບໃຊ້ປະຊາຊົນ ໂດຍໄດ້ສືບຕໍ່ຍຶດໝັ້ນ.


ຈັດຕັ້ງປະຕິບັດນະໂຍບາຍສາທາລະນະສຸກໂດຍປະຊາຊົນຂອງປະຊາຊົນ ເພື່ອປະຊາຊົນທົ່ວປວງຊົນ ຕາມທິດຖືເອົາ ການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົວ ແລະ ສະໜອງບໍລິການສຸຂະພາບ ຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະ ສະເໝີພາບເປັນສໍາຄັນ. ປະຕິຮູບສາທາລະນະສຸກຢ່າງຮອບດ້ານ, ສ້າງລະບົບບໍລິການສຸຂະພາບທີ່ດີ ທີ່ຖືເອົາຄົນເປັນໃຈກາງ ໂດຍໃຫ້ບໍລິການທີ່ມີຄຸນນະພາບ, ມີຈັນຍາທຳ, ເອົາໃຈໃສ່ດູແລ ນັບທັງຮ່າງກາຍ, ຈິດໃຈ ແລະ ສິ່ງແວດລ້ອມ; ສ້າງລະບົບການປົກປ້ອງສັງຄົມ ດ້ານສຸຂະພາບທີ່ທົ່ວເຖິງ ເພື່ອເຮັດໃຫ້ສັງຄົມເຂັ້ມແຂງ ແລະ ຊ່ວຍເຫລືອຊຶ່ງກັນ ແລະ ກັນ ດ້ວຍຫລັກປະກັນສຸຂະພາບທົ່ວປວງຊົນປົກປ້ອງທຸກຄົນ ທັງໃນດ້ານກັນພະຍາດ, ສົ່ງເສີມສຸຂະພາບ ແລະ ການປິ່ນປົວ ເຮັດໃຫ້ປະຊາຊົນມີສຸຂະພາບດີ ນັບແຕ່ເດັກຢູ່ໃນທ້ອງຈົນເຖິງຜູ້ອາຍຸສູງ ໂດຍເນັ້ນໃສ່ ການສ້າງຮາກຖານທີ່ເຂັ້ມແຂງ ຈາກແບບແຜນການດຳລົງຊີວິດ ປາດສະຈາກປັດໃຈສ່ຽງຕໍ່ສຸຂະພາບ ແລະ ສ້າງຈິດສຳນຶກເປັນເຈົ້າການ ໃນການຮັກສາສຸຂະພາບຂອງຕົນເອງ, ຂອງຄອບຄົວ ແລະ ຊຸມຊົນ.
ສຳລັບຂະແໜງການສາທາລະນະສຸກ 45 ປີຜ່ານມາ ເຫັນໄດ້ຈະແຈ້ງແລ້ວວ່າຕາໜ່າງບໍລິການສາທາລະນະສຸກ ໄດ້ຮັບການປັບປຸງທາງດ້ານປະລິມານໄດ້ມີການຂະຫຍາຍການປົກຄຸມຢ່າງທົ່ວເຖິງ ທາງດ້ານຄຸນນະພາບ ກໍໄດ້ຮັບການປັບປຸງນັບມື້ດີຂຶ້ນ, ສະແດງອອກໃນລະບົບບໍລິການ ມີຄວາມເຕີບໂຕ ແລະ ເຂັ້ມແຂງນັບແຕ່ຂັ້ນສູນກາງລົງເຖິງທ້ອງຖິ່ນຮາກຖານ ກໍຄືພູດອຍຫ່າງໄກ ແລະ ສອກຫລີກ. ໂດຍສະເພາະຢູ່ໃນໄລຍະເວລາຕອບໂຕ້ ແລະ ແກ້ໄຂກັບການລະບາດຂອງພະຍາດໂກວິດ-19 ນີ້ ໄດ້ເປັນການພິສູດຢ່າງຊັດເຈນ ເຖິງລະບົບການບໍລິການສາທາລະນະສຸກ ຂອງປະເທດເຮົາ ມີຄວາມສາມາດຮັບມືໄດ້ດີສົມຄວນ.


ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍໃນວັນທີ 2 ທັນວາ 1975, ບັນດາສະຖານທີບໍລິການດ້ານສາທາລະນະສຸກທົ່ວປະເທດທີ່ມີຢູ່ຢ່າງຈຳກັດຢູ່ແລ້ວນັ້ນພັດຍັງໄດ້ຮັບຜົນເສຍຫາຍຈາກສົງຄາມ ໃນໄລຍະນັ້ນມີໂຮງໝໍສູນກາງພຽງແຕ່ 2 ແຫ່ງຄື: ໂຮງໝໍມະໂຫສົດ ແລະ ໂຮງໝໍໂອບີ (ເຊດຖາທິຣາດໃນປະຈຸບັນ) ແລະ ບັນດາໂຮງໝໍແຂວງຈຳນວນໜຶ່ງ ເຊິ່ງອຸປະກອນການແພດຍັງຢູ່ໃນສະພາບປະຖົມປະຖານ (ບໍ່ທັນສະໄໝ) ແລະ ຈຳນວນບຸກຄະລາກອນທາງການແພດມີໜ້ອຍພ້ອມທັງລະດັບຄວາມຮູ້ຄວາມສາມາດ ບໍ່ສູງ ສ່ວນໃຫຍ່ແມ່ນລະດັບຊັ້ນຕົ້ນ ແລະ ຊັ້ນກາງ ສ່ວນປະລິນຍາຕີແມ່ນມີຈຳນວນຈຳກັດຫລາຍ. ຕະຫລອດໄລຍະ 45 ປີ ມາຮອດປະຈຸບັນ ລະບົບບໍລິການສາທາລະນະສຸກ ໄດ້ສືບຕໍ່ຂະຫຍາຍປົກຄຸມທົ່ວເຖິງກວ່າເກົ່າ.


ຕາໜ່າງບໍລິການສາທາລະນະສຸກ ໄດ້ຂະຫຍາຍເພີ່ມຂຶ້ນ (98%) ລວມທັງ ລະບົບການປິ່ນປົວ:ໂຮງໝໍສູນກາງ, ແຂວງ, ເມືອງ ແລະສຸກສາລາ, ມີລະບົບອະນາໄມ-ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນຕົ້ນ ການບໍລິການສຸຂະພາບແມ່ ແລະເດັກ, ການໂຄສະນາສຸຂະສຶກສາ, ໂພຊະນາການ, ສັກຢາກັນພະຍາດ, ວາງແຜນຄອບຄົວ, ການຊົມໃຊ້ນໍ້າສະອາດ ແລະວິດຖ່າຍ, ມີລະບົບຕິດຕາມເຝົ້າລະວັງ ແລະຕອບໂຕ້ພະຍາດລະບາດ ຕາມລະດູການ ຊຶ່ງຜ່ານມາສາມາດຄວບຄຸມໄດ້ ແລະບໍ່ມີພະຍາດລະບາດຮ້າຍແຮງ, ການບໍລິການສຸຂະພາບ, ວຽກອາຫານ ແລະຢາ ໄດ້ຂະຫຍາຍກາງລົງຮອດທ້ອງຖິ່ນ ເຂດພູດອຍ ຫ່າງໄກສອກຫຼີກ. ເກືອບທຸກບ້ານ ມີຄະນະກຳມະການສຸຂະພາບຂັ້ນບ້ານ ແລະອາສາສະໝັກບ້ານ; ບ້ານຫ່າງໄກ ຈາກສຸກສາລາຈຳນວນນຶ່ງ ໄດ້ມີແພດບ້ານ ແລະຖົງຢາປະຈຳບ້ານ. ສະເລ່ຍແລ້ວ ທຸກກຸ່ມບ້ານ 6-8 ບ້ານ/ສຸກສາລາ ແລະ 6-8 ສຸກສາລາ/ເມືອງ; ມີໂຮງໝໍເມືອງ 135 ແຫ່ງ (13 ເມືອງເທດສະບານ ບໍ່ມີໂຮງໝໍເມືອງ), ໂຮງໝໍແຂວງ 17 ແຫ່ງ, ໂຮງໝໍສູນກາງ 5 ແຫ່ງ ແລະ ສູນບໍລິການປິ່ນປົວສະເພາະ ເປັນຕົ້ນ ສູນການແພດຟື້ນຟູໜ້າທີ່ການ, ສູນສຸຂະພາບຕາ, ສູນຜິວໜັງ, ສູນວິໄຈພະຍາດຊຶມເຊື້ອ. ສູນວິໄຈອາຫານ ແລະຢາ ໄດ້ຮັບການຢັ້ງຢືນມາດຕະຖານ ການວິໄຈທີ່ດີ ຕາມຫລັກສາກົນ. ທົ່ວປະເທດ ມີໂຮງງານຜະລິດຢາ 8 ແຫ່ງ, ໃນນັ້ນ 5 ແຫ່ງໄດ້ມາດຕະຖານການຜະລິດທີ່ດີ (GMP) ກວມຕະຫຼາດ 40%.
ສະຖາບັນການສຶກສາສາທາລະນະສຸກ ມີ 11 ແຫ່ງ, ສະເລ່ຍຈຳນວນແພດ ຕໍ່ປະຊາກອນ ແມ່ນ: 1.45/1000 ຄົນ ເຫັນວ່າເພີ່ມຂຶ້ນ. ກອງທຶນປະກັນສຸຂະພາບແຫ່ງຊາດ ໄດ້ຂະຫຍາຍກວມ 17 ແຂວງ (ຍັງນະຄອນຫລວງ) ປົກຄຸມ 75% (ຖ້າລວມທັງ ອປສ ແລະ ອປລ ແມ່ນກວມຮອດ 93%) ຂອງປະຊາກອນທັງໝົດ.