ອາຫານເພື່ອສຸຂະພາບທີ່ອາດເຮັດໃຫ້ທ່ານຕຸ້ຍ

     – ນ້ຳໝາກໄມ້ : ເຖິງວ່າໝາກໄມ້ຈະມີເອັນໄຊທີ່ເປັນກົດອາມິໂນ ຫລື ໂປຣຕິນຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກຢ່າງມີປະສິດທິພາບ, ແຕ່ກ່ວາຈະໄດ້ນ້ຳໝາກໄມ້ 1 ຈອກ ຕ້ອງໃຊ້ໝາກໄມ້ຫລາຍໜ່ວຍ ເຊັ່ນ : ນ້ຳໝາກກ້ຽງ 1 ຈອກ ໃຊ້ໝາກກ້ຽງເຖິງ 5 ໜ່ວຍ ໃຫ້ພະລັງງານລວມ…

ບາງເລື່ອງໜ້າຮູ້ກ່ຽວກັບການຊັກແຫ້ງ

     ການຊັກແຫ້ງ ແມ່ນການຊັກເຄື່ອງທີ່ມີສິ່ງເປິເປື້ອນໃຫ້ສະອາດ ໂດຍບໍ່ໃຊ້ນ້ຳ ແລະ ສະບູຝຸ່ນ, ການຊັກແຫ້ງນັ້ນຈະໃຊ້ນ້ຳຢາພິເສດເປັນໂຕລະລາຍຄາບໄຂມັນ ຫລື ສິ່ງເປິເປື້ອນທີ່ຕິດຢູ່ໃນເຄື່ອງນຸ່ງໃຫ້ຫລຸດອອກໂດຍບໍ່ມີຜົນຕໍ່ເສັ້ນໄຍ ແລະ ສີສັນຂອງເຄື່ອງນຸ່ງຂອງທ່ານແຕ່ຢ່າງໃດ. ການຊັກແຫ້ງທີ່ແທ້ຈິງຈະບໍ່ໃຊ້ນ້ຳຢາຊັກແຫ້ງມາປະສົມກັບນ້ຳດັ່ງທີ່ເຂົ້າໃຈກັນ, ແຕ່ໃຊ້ນ້ຳມັນຊັກແຫ້ງ PERCHLOROETHYENE) ຈະບໍ່ເຮັດໃຫ້ເນື້ອຜ້າໂພງ ຫລື ຂະຫຍາຍຂຶ້ນ ແລະ ທັງຍັງສາມາດ ຊຳລະລ້າງຄາບນ້ຳມັນທີ່ຕິດເທິງຜ້າອອກໄດ້…

ບາງຕົ້ນຕໍທີ່ເຮັດໃຫ້ທ່ານເມື່ອຍ, ທໍ້ ແລະ ໝົດແຮງ

ຕໍ່ໄປນີ້ແມ່ນໂຕການສ້າງຄວາມອິດເມື່ອຍອ່ອນເພຍທີ່ທ່ານອາດຄິດບໍ່ເຖິງພ້ອມກັບວິທີຮັບມືເພື່ອເອີ້ນຄວາມສົດຊື່ນຫ້າວຫັນກັບຄືນມາ. ໂຕການພະເຊີນໂຕເລືອກຫລາຍເກີນໄປ : ໃນແຕ່ລະມື້ທ່ານຕ້ອງພະເຊີນກັບໂຕເລືອກນັບຮ້ອຍ ເລີ່ມແຕ່ການຈະຊົງກາເຟຈັກຈອກໃນຕອນເຊົ້າ ໄປຈົນເຖິງເລືອກລາຍການໂທລະພາບໃນຕອນຄໍ່າ. ການຊັ່ງຊາຈິດໃຈກັບທຸກໆໂຕເລືອກທີ່ຜ່ານເຂົ້າມາຈະເຮັດໃຫ້ທ່ານອິດເມື່ອຍອ່ອນເພຍໄດ້ຄືກັນ ຄົນທີ່ຕ້ອງຕັດສິນໃຈເລືອກຊື້ສິ່ງຂອງຈຳນວນຫລາຍຈະຮູ້ສຶກອິດເມື່ອຍ ແລະ ສັບສົນໃນຄວາມຄິດຫລາຍກ່ວາຄົນທີ່ເບິ່ງຜ່ານໆ. – ເຕັກນິກການເອີ້ນພະລັງງານ : ຫລີກເວັ້ນການຕັດສິນໃຈຢ່າງຖີ່ຖ້ວນໄປໝົດທຸກເລື່ອງ ໃຫ້ຂ້າມເລື່ອງນ້ອຍໆທີ່ບໍ່ສຳຄັນໄປ ແດ່ ເຊັ່ນ : ໃນການເລືອກອາຫານສຸຂະພາບ ແທນທີ່ຈະເລືອກຈາກລາຍການອາຫານທັງໝົດ…

​​ເກີດ​​​ໄຟ​ໄໝ້ເຮືອນປະຊາຊົນຫລາຍ​ຫລັງຢູ່ບ້ານທົ່ງຂັນຄຳ​

  ​​ເຈົ້າໜ້າ​ທີ່​ຕ້ານ ​ແລະ ສະກັດ​ກັ້ນ​ອັກຄີ​ໄພ​ນະຄອນຫລວງ​ວຽງ​ຈັນ ​ລາຍ​ງານ​ໃຫ້​ຮູ້​ວ່າ: ​ເວລາ​ປະມານ 11:00 ​ໂມງ​ຂອງ​​ວັນ​ທີ 31 ມີນາ​ນີ້, ​ໄດ້ເກີດ​ເຫດ​ໄຟ​ໄໝ້​ເຮືອນປະຊາຊົນຢູ່ບ້ານທົ່ງຂັນຄຳ, ເມືອງຈັນທະບູລີ ​ໃນ​ເຂດທີ່​ເປັນຊຸມຊົນ​ແອ​ອັດ​ເສຍ​ຫາຍທັງໝົດ 6 ຫລັງ ​ແລະ ມີ 5 ຫລັງຖືກ​ໄຟລວກ​ເສຍ​ຫາຍ ​ແລະ…

ລັດຖະບານຢືນຢັນຈະຮີບຮ້ອນສ້າງເງື່ອນໄຂອໍານວຍໃຫ້ແກ່ພາກທຸລະກິດ

ໃນໂອກາດໂອ້ລົມຕໍ່ກອງປະຊຸມພາກທຸລະກິດຄັ້ງທີ 10 ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເມື່ອບໍ່ດົນມານີ້ໄດ້ຢືນຢັນວ່າ: ລັດຖະບານຈະຮີບຮ້ອນປັບປຸງ ແລະ ສ້າງສະພາບແວດລ້ອມດ້ານລະບຽບກົດໝາຍທີ່ເປັນທຳເພື່ອອໍານວຍໃຫ້ແກ່ພາກທຸລະກິດ, ເນື່ອງຈາກພາກທຸລະກິດຄືຫົວໃຈສໍາຄັນທີ່ຈະຊ່ວຍໃຫ້ປະເທດມີການພັດທະນາໄປດ້ວຍບາດກ້າວໜັກແໜ້ນເຂັ້ມແຂງ ແລະ ໃນປີນີ້ລັດຖະບານຈະສະເໜີລົບລ້າງອາກອນຊົມໃຊ້ສຳລັບອິນເຕີເນັດຕໍ່ສະພາແຫ່ງຊາດ ແລະ ຈະຫລຸດຄ່າທຳນຽມຈົດທະບຽນສັນຍາເງິນກູ້ຂອງທະນາຄານຜ່ານການປັບປຸງລັດຖະບັນຍັດວ່າດ້ວຍຄ່າທຳນຽມ. ນອກຈາກນີ້  ສຳນັກງານນາຍົກລັດຖະມົນ, ກະຊວງອຸດສາຫະກຳ-ການຄ້າ ແລະ ສະພາການຄ້າ ແລະ…

ສັງຄົມເປັນຫວ່ງການບໍລິການໂດຍສານໄລຍະປີໃໝ່

ຄືດັ່ງຮູ້ນໍາກັນວ່າ, ເມື່ອຮອດໄລຍະບຸນປີໃໝ່ລາວມັກຈະມີສະພາບການສວຍໂອກາດຂອງຜູ້ປະກອບການ ຫລື ຊາວຄ້າຂາຍຈໍານວນໜຶ່ງທີ່ສະແຫວງຫາຜົນກໍາໄລໂດຍການຂຶ້ນຄ່າບໍລິການ ແລະ ລາຄາສີນຄ້າຕາມລໍາພັງໃຈ ແລະ ບັນຫາໜຶ່ງທີ່ສັງຄົມມີຄວາມເປັນຫວ່ງກໍແມ່ນຄ່າລົດໂດຍສານກໍມັກມີສະພາບດັ່ງກ່າວເຊັ່ນກັນໃນໄລຍະປີໃໝ່ນີ້. ພາຍຫລັງລັດຖະບານໄດ້ມີແຈ້ງການກ່ຽວກັບການສະຫລອງບຸນປີໃໝ່ລາວ ພສ 2560 ອອກມາເມື່ອບໍ່ດົນນີ້ວ່າ: ປີໃໝ່ລາວປີນີ້ແມ່ນເລີ່ມແຕ່ວັນທີ 14-16 ເມສາກົງກັບວັນສຸກ, ວັນເສົາ ແລະ ວັນອາທິດ, ແຕ່ເນື່ອງຈາກວັນທີ 15-16…

ລາວຫາລືການຄຸ້ມຄອງສານເຄມີຕົກຄ້າງໃນຂະແໜງພະລັງງານ

ກົມຄວບຄຸມມົນລະພິດກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຈັດກອງປະຊຸມຄະນະກຳມະການຊີ້ນຳໂຄງການຄຸ້ມຄອງ ແລະ ທຳລາຍສານເຄມີອົງຄະທາດທີ່ຕົກຄ້າງ (POPs) ເປັນຕົ້ນ: ສານ PCBs ໃນຂະແໜງພະລັງງານ, ໂດຍປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ທົບທວນຄືນບັນດານິຕິກຳກໍຄືຮ່າງດຳລັດວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ, ລວມທັງຄູ່ມືແນະນຳການຄຸ້ມຄອງສານດັ່ງກ່າວ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ການຈຳກັດສານເຄມີອົງຄະທາດທີ່ເປັນພິດຕົກຄ້າງໃນຂະແໜງພະລັງງານແມ່ນໄດ້ຮັບການສະໜັບສະໜູນງົບປະມານ ຈາກກອງທຶນສິ່ງແວດລ້ອມໂລກ…

ກອງທຶນປະກັນສັງຄົມ ແລະ ໂຮງໝໍຕ່າງໆທົ່ວປະເທດເປັນເອກະພາບຍົກສູງຄຸນນະພາບການປິ່ນປົວ

  ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ຮ່ວມກັບ ໂຮງໝໍທົ່ວປະເທດ, ຈັດກອງ ປະຊຸມຖອດຖອນບົດຮຽນ ແລະ ເຊັນສັນຍາການບໍລິການປິ່ນປົວສຸຂະພາບ, ພາຍໃຕ້ ລະບົບປະກັນສັງຄົມ, ຂື້ນໃນວັນທີ 29 ມີນານີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ…

ປກສ ນະຄອນຫລວງທຳລາຍລົດຈັກຜິດລະບຽບເປັນຈໍານວນຫລາຍ

ໃນວັນທີ 29 ມີນານີ້, ເຈົ້າໜ້າທີ່ກອງພັນເຄື່ອນທີ່ ປກສ ນະຄອນຫລວງວຽງຈັນໄດ້ນໍາລົດຈັກທີ່ຜິດລະບຽບ ເຊັ່ນ: ດັດແປງສະພາບເປັນລົດແຂ່ງ, ດັດແປງທໍ່ເຮັດໃຫ້ເກີດສຽງດັງ, ບໍ່ມີເອກະສານ ແລະ ອື່ນໆຈໍານວນ 60 ຄັນໄປທຳລາຍຖີ້ມ ເພື່ອບໍ່ໃຫ້ກຸ່ມຄົນທີ່ເຄີຍກະທຳຜິດສາມາດນຳເອົາລົດດັ່ງກ່າວໄປນຳໃຊ້ໃນທາງບໍ່ຖືກຕ້ອງອີກ, ເຊິ່ງລົດຈັກເຫລົ່ານີ້ແມ່ນຢຶດໄດ້ຈາກແກ໋ງກວນເມືອງໃນໄລຍະຜ່ານມາ. ທ່ານພັນໂທ ຄຳຜິວ ວັດທະນາພອນ ຫົວໜ້າກອງພັນເຄື່ອນທີ່…