ບໍ່ຢາກເປັນຄົນຕຸ້ຍຄວນເຊົາກິນແປ້ງນົວ

     ຈາກການວິໄຈຄົ້ນຄ້ວາຂອງຕ່າງປະເທດບົ່ງບອກວ່າການກິນອາຫານທີ່ໃສ່ແປ້ງນົວຈະເຮັດໃຫ້ຜູ້ທີ່ກິນຕຸ້ຍຂຶ້ນ. ຜູ້ຄົ້ນຄ້ວາໄດ້ທົດລອງກັບຄົນຈີນທັງຊາຍ ແລະ ຍິງ ຈຳນວນ750 ຄົນ, ອາຍຸລະຫ່ວາງ 40 – 49 ປີ ທີ່ຢູ່ໃນກຸ່ມບ້ານເຂດພາກໃຕ້ກັບພາກເໜືອຂອງປະເທດຈີນ ສ່ວນຫລາຍປຸງແຕ່ງອາຫານກິນເອງ ກັບບໍ່ໄດ້ໃຊ້ຜະລິດຕະພັນອາຫານສຳເລັດຮູບ ປະມານ 82%ໃຊ້ແປ້ງນົວ ໂດຍຄອບຄົວທີ່ໃຊ້ແປ້ງນົວຫລາຍມີຈຳນວນຄົນຕຸ້ຍຫລາຍເປັນ 3 ເທົ່າຂອງຄົນທີ່ບໍ່ໃຊ້ແປ້ງນົວ….

ວິທີບີບໝາກນາວໃຫ້ໄດ້ນ້ຳຫລາຍ ແລະ ບໍ່ຂົມ

     ມື້ນີ້ພວກເຮົາມີເຄັດລັບການບີບນ້ຳໝາກນາວໃຫ້ໄດ້ຫລາຍ ແລະ ບໍ່ຂົມມາແນະນຳທ່ານ, ແຕ່ກ່ອນອື່ນໝົດຕ້ອງຮູ້ຈັກວິທີເລືອກ  ໝາກນາວກ່ອນ ເຊິ່ງຄວນເລືອກເປືອກໃສເຫລື້ອມ, ເປືອກສີຂຽວ ເພາະມັນແກ່ດີ ເກັບໄວ້ໄດ້ດົນກ່ວາເປືອກສີເຫລືອງ ຈາກນັ້ນໃຫ້ລອງຈັບແລ້ວບີບຄ່ອຍໆເນັ້ນໆ ຖ້າບີບແລ້ວຮູ້ສຶກນຸ້ມໆຈະເປັນໝາກນາວແກ່ ນ້ຳຫລາຍ ຫາກໍເດັດມາຈາກຕົ້ນໄດ້ບໍ່ດົນ, ແຕ່ຖ້າບີບແລ້ວຮູ້ສຶກອ່ອນແຫລວເລະເປັນນວມໆຈະແມ່ນໝາກນາວຜ່ານການກະແທກມາ ບໍ່ແມ່ນອ່ອນທຳມະຊາດ ເກັບໄວ້ໄດ້ບໍ່ດົນກໍເນົ່າ ບີບເອົານ້ຳມາກໍຂົມ. ສຳລັບວິທີບີບເອົານ້ຳໝາກນາວໃຫ້ໄດ້ນ້ຳຫລາຍ ແລະ…

ສປປ ລາວ ໃຫ້ສັດຕະຍາບັນສົນທິສັນຍາຕ້ານການຄ້າມະນຸດອາຊຽນ

ໃນວັນທີ 21 ເມສາ 2017, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ ແລະ ຕົກລົງໃຫ້ສັດຕະຍາບັນສົນທິ ສັນຍາອາຊຽນ ວ່າດ້ວຍການຕ້ານການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ (SAEAN Convention Against Trafficking in Persons, Especially…

ທ່ຽວຊົມຖ້ຳຈອມອອງ

ຖ້ຳຈອມ​ອອງ ມີ​ສາຍ​ນ້ຳ​ໄຫລ​ຜ່ານ, ມີ​ນົມ​ຜາ ​​ແລະ ຫີນ​ຍ້ອຍ-ຫີນ​ງອກ ທີ່​ມີ​ລວດລາຍ​ສວຍ​ງາມ​ພ້ອມ​ທັງ​ຫີນ​ແກ້ວ​ເປັນ​ສີຂາວ​ເຫລື້ອມຄື​ກັບ​ເພັດ​ພອຍ​ເປັນ​ກ້ອນ​ໃຫຍ່ໆ ຫ້ອຍ​ປະດັບ​ປະດາ​ຢູ່​ຕາມ​ຝາ​ຫີນ​ປຽບ​ດັ່ງ​ດອກ​ໄຟ​ສະຫວ່າງ​ສະ​ໄຫວຢ່າງ​ສວຍ​ສົດ​ງົດ​ງາມ. ຖ້ຳດັ່ງກ່າວ​ຕັ້ງຢູ່​ບ້ານ​ຈອມ​ອອງ ​ເມືອງ​ໄຊ, ​ແຂວງ ອຸດົມ​ໄຊ ຫ່າງ​ຈາກ​ເທສະ​ບານ​ເມືອງ​ໄຊ​ໄປ​ປະມານ45 ກິ​ໂລ​ແມັດ, ​ເປັນ​ຖ້ຳ​ໃຫຍ່ ມີ​ຫລາຍ​ຮູ​ເຂົ້າ-ອອກ, ຍາວ​ປະມານ 16 ກິ​ໂລ​ແມັດ, ກວ້າງ 15-50…

ເປີດໂຮງແຮມລະດັບ 5 ດາວ ຄລາວພລາຊາວຽງຈັນຢ່າງເປັນທາງ

  ພິທີເປີດໂຮງແຮມລະດັບ 5 ຄຣາວພລາຊາວຽງຈັນ (CROWNE PLAZA VIENTIANE) ຢ່າງເປັນທາງການໄດ້ມີຂຶ້ນໃນວັນທີ 27 ເມສານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວນ…

ກະຊວງແຮງງານກຽມເປີດໂທລະສັບສາຍດ່ວນຮັບຟັງຄຳເຫັນຂອງສັງຄົມ

   ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພວມກະກຽມເປີດໂທລະສັບສາຍດ່ວນ ເພື່ອຮັບຟັງຄຳຄິດເຫັນຈາກປະຊາຊົນ ກໍຄືຜູ້ໃຊ້ແຮງງານ, ຜູ້ອອກແຮງງານໃນທົ່ວປະເທດ, ແນໃສ່ພັດທະນາວຽກງານແຮງງານໃຫ້ມີຄຸນນະພາບ ແລະ ປະລິມານພຽງພໍກັບຄວາມຕ້ອງການຂອງຕະຫລາດແຮງງານເທື່ອລະກ້າວ. ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ພາຍຫລັງມີການເປີດສາຍດ່ວນຂອງລັດຖະບານ 1516 ເຫັນວ່າມີຜົນຕອບຮັບດີຫລາຍຈາກສັງຄົມ, ມີຫລາຍບັນຫາທີ່ຕິດພັນກັບບັນດາກະຊວງຕ່າງໆ ເພື່ອໃຫ້ມີການແກ້ໄຂບັນຫາຂອງປະຊາຊົນຜູ້ໂທເຂົ້າມາໄດ້ຢ່າງທັນການ,…

ນຳສະເໜີໂທລະສັບຊຳຊຸງກາແລັກຊີ ເອັສ 8 ແລະ ເອັສ 8 ພລັສ

         ບໍລິສັດ ລາວຊຳຊຸງ ເອເລັກໂຕນິກ ຈຳກັດຜູ້ດຽວ, ໄດ້ຈັດພິທີນຳສະເໜີໂທລະສັບຊຳຊຸງ ກາແລັກຊີ ເອັສ8 ແລະ ເອັສ8 ພລັສ ຂຶ້ນຢ່າງເປັນທາງການໃນວັນທີ 26 ເມສານີ້ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຊຶງໂຮ ຊອຍ…

ຄວນເບິ່ງຄືນການເອົາແຄມທາງຈັດສັນເປັນບ່ອນຈອດລົດ

ຜູ້ໃຊ້ລົດໃຊ້ຖະໜົນຫລາຍຄົນມີຂໍ້ຂ້ອງໃຈບໍ່ໜ້ອຍກ່ຽວກັບຄ່າບໍລິການຝາກລົດຂອງກຸ່ມຄົນຈໍານວນໜຶ່ງຕາມແຄມທາງ ແລະ ສະຖານທີ່ສາທາລະນະຕ່າໆໃນນະຄອນຫລວວງວຽງຈັນ, ພາຍຫລັງເຫັນວ່າເກັບຄ່າບໍລິການແພງ ແລະ ຫລາຍບ່ອນບໍ່ທັນເປັນເອກະພາບກັນ, ບາງຈຸດເກັບ 6.000 ກີບ, ບາງບ່ອນ 8.000 ກີບ ແລະ ບາງເຂດເກັບ 10.000 ກີບ, ເບິ່ງແລ້ວຄືກັບວ່າບັນຫາດັ່ງກ່າວຍັງບໍ່ທັນມີການຄຸ້ມຄອງໃຫ້ເປັນເອກະພາບ ແລະ ບໍ່ຮູ້ວ່າຮ່ວງເງິນນີ້ຈະເຂົ້າຖົງໃຜ? ເຂົ້າຖົງບຸກຄົນ…

ລົງນາມບົດບັນທຶກຄວາມເຂົ້າໃຈໂຄງການພັດທະນາລະບົບກະສິກຳເປັນສິນຄ້າທັນສະໄໝ

    ພິທີລົງນາມບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ເພື່ອກໍ່ສ້າງໂຄງການພັດທະນາລະບົບກະສິກຳເປັນສິນຄ້າທັນສະໄໝລະຫວ່າງກົມປູກຝັ່ງ ແລະ ບໍລິສັດ ຊວນເຢລາວ ຈຳກັດໄດ້ມີຂື້ນໃນວັນທີ 25 ເມສານີ້ທີ່ກະຊວງກະສິກໍາ-ປ່າໄມ້ລະຫວ່າງທ່ານ ໄຊປລາເດດ ຈຸລະມະນີ ຫົວໜ້າກົມແຜນ ການ ແລະ ການຮ່ວມມືກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ສູກົວອູ ປະທານບໍລິສັດ…