ຕະຫລາດນັດແຮງງານ ແລະ ການສຶກສາຄັ້ງທີ 6 ຈະຈັດຂຶ້ນກາງເດືອນພຶດສະພານີ້

ທ່ານ ບົວລິນ ສ້ອຍສຸວັນ ຄະນະບໍດີຄະນະວິສະວະກຳສາດມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ໃນວັນທີ 26 ເມສານີ້ວ່າ: ງານຕະຫລາດນັດແຮງງານ ແລະ ຕະຫລາດນັດການສຶກສາຄັ້ງທີ 6 ຈະຈັດຂຶ້ນໃນວັນທີ 19 ພຶດສະພານີ້ຢູ່ຄະນະວິສະວະກຳສາດມະຫາວິທະຍາໄລແຫ່ງຊາດ, ໂດຍໄດ້ການສະໜັບສະໜູນຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ສະພາການຄ້າ ແລະ…

ການປູກພືດລະດູແລ້ງປີນີ້ລື່ນແຜນການ

ກົມປູກຝັ່ງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ເຖິງວ່າການປູກເຂົ້ານາແຊງປີນີ້ຈະບໍ່ບັນລຸໄດ້ຕາມແຜນການວາງໄວ້, ຍ້ອນຊາວກະສິກອນຈໍານວນໜຶ່ງໄດ້ຫັນເນື້ອທີ່ນາໄປປູກພືດອື່ນແທນ, ຈຶ່ງເຮັດໃຫ້ການປູກພືດລະດູແລ້ງປີນີ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນ ແລະ ມາຮອດປັດຈຸບັນທົ່ວປະເທດສາມາດປູກໄດ້ລື່ນແຜນການວາງໄວ້ຄືຫລາຍກວ່າ 161 ພັນເຮັກຕາເທົ່າກັບ 115% ຂອງແຜນການ (140 ພັນເຮັກຕາ) ຍ້ອນພືດບາງປະເພດສາມາດປູກໄດ້ຫລາຍຮອບວຽນ ແລະ ນຳໃຊ້ເນື້ອທີ່ປ່າໃນການປູກພືດຫລາຍປະເພດ ພົ້ນເດັ່ນກວ່າໝູ່ແມ່ນພາກກາງປູກໄດ້ຫລາຍກວ່າ 70…

ຂາຍເຄື່ອງກອງບຸນກໍລ້ຽງຊີບໄດ້

ປ້າຄໍາຜັນເປັນຄົນມັກເຂົ້າວັດເຂົ້າວາເຮັດບຸນສິນກິນທານຕາມຮີດຄອງປະເພນີຂອງຊາວພຸດລາວເຮົາມາຕັ້ງແຕ່ຍັງເຍົາໄວ, ຍ້ອນວ່າພໍ່-ແມ່ເພິ່ນພາເຮັດຈຶ່ງ ເຮັດໃຫ້ຈິດໃຈຂອງປ້າຄໍາຜັນມີຄວາມຜູກພັນ ຢູ່ກັບວັດ ວາອາຮາມຕະຫຼອດມາ, ຈົນກະທັ້ງ ໄດ້ ມາສ້າງ ຄອບຄົວກໍຍັງໄດ້ພາລູກພາຫຼານສືບຕໍ່ເຂົ້າວັດຟັງທໍາ ຕັກບາດຢາດນໍ້າຄໍ້າຈັງຫັນເພື່ອ ອຸປະຖໍາຄໍ້າຊູພະພຸດທະສາສະໜາ, ຊຸກຍູ້ລູກຫຼານນັບຖືສິນຫ້າ ແລະ ພ້ອມກັນງົດເຫຼົ້າເຂົ້າພັນສາທຸກໆປີ. ປັດຈຸບັນ, ປ້າຄໍາຜັນຢູ່ບ້ານ ໜອງສ້າງທໍ່, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ເຖິງແມ່ນ…

ສະຫວັນນະເຂດຕ້ອງການແຮງງານຫລາຍກວ່າ 21 ພັນຄົນຮອງຮັບການພັດທະນາ

ທ່ານ ບຸນລົບ ໂຄດຫລັກຄຳຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເພື່ອຮອງ ຮັບການພັດທະນາເສດຖະກິດ- ສັງຄົມຂອງແຂວງທີ່ນັບມື້ເພີ່ມຂຶ້ນ,  ການສະໜອງແຮງງານ ໃຫ້ແກ່ໂຄງການ ລົງທຶນຕ່າງໆທີ່ເຂົ້າມາພາຍໃນແຂວງ ໂດຍສະເພາະໃນເຂດເສດຖະກິດພິເສດສະຫວັນ- ເຊໂນ, ໃຫ້ພຽງພໍໂດຍໃນປີ 2017 ແຂວງຈະຮ່ວມມືກັບສູນພັດທະນາສີມືແຮງງານ ຈັງຫວັດມຸກດາຫານປະເທດໄທຈັດ ເຝິກ ອົບຮົມວິຊາຊີບໃຫ້ແຮງງານລາວ…

ມ່ວນອີຫລີປີໃໝ່ລາວ ພສ 2560 ຮ່ວມກັບສະປາຍວາຍຄູເລີ (Spy wine cooler)

ເມື່ອຮອດລະດູການປີໃໝ່ ລາວຫລາຍໆທ່ານກໍຈະມີການ ຊຸມແຊວຈັດງານສັນໆກັນຢ່າງມ່ວນຊື່ນ. ປີນີ້ສະປາຍກໍບໍ່ພາດໃນການເປັນສ່ວນໜຶ່ງເພື່ອມອບ ຄວາມສຸກໃຫ້ແກ່ທຸກທ່ານຄືດັ່ງ ທຸກໆປີ ແລະ ນີ້ກໍເປັນອີກປີໜຶ່ງ ທີ່ທາງສະປາຍຂອງພວກເຮົາໄດ້ຈັດງານຂຶ້ນຢູ່ຮ້ານອາຫານມິກ (ນ້ຳພຸ) ວັນທີ 14-16 ເມສາ ທີ່  ຜ່ານມາໂດຍພາຍໃຕ້ຄອນເຊັບທີ່ວ່າ: ມ່ວນອີຫລີປີໃໝ່ລາວ 2017   (songkranBeach Party 2017)…

ວັດອົງຕື້ມະຫາວິຫານສະຖານທີ່ສຳຄັນພຸດທະສາສະໜາ

ວັດອົງຕື້ມະຫາວິຫານ ຕັ້ງຢູ່ເຂດບ້ານວັດຈັນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນທີ່ເຄີຍມີຊື່ວ່າ: ວັດສີພູມ (ໄຊຍະພູມ). ໄດ້ສ້າງຂຶ້ນໂດຍເຈົ້າໄຊເຊດຖາທິຣາຊ ໃນປີ ຄສ 1566. ວັດອົງຕື້ເປັນໜຶ່ງໃນບັນດາວັດທີ່ເກົ່າ ແກ່ທີ່ສຸດໃນນະຄອນຫຼວງວຽງຈັນ ແລະ ມີຄວາມໝາຍສຳຄັນທາງບູຮານນະສະຖານກໍຄື   ທາງດ້ານປະຫວັດສາດ. ວັດອົງຕື້ມີພຣະອຸໂບສົດໃຫຍ່ຢູ່ໜຶ່ງຫຼັງ, ມີລວງກ້ວາງ 16,34 ແມັດ, ລວງຍາວ…

UAE ເປີດປ້ຳນ້ຳມັນພະລັງງານແສງຕາເວັນແຫ່ງທຳອິດຢູ່ດູໄບ

    ດູ​ໄບ 26 ​ເມສາ: ບໍລິສັດ​ນ້ຳມັນ​ຂອງ​ລັດຖະບານ​ສະຫະ​ນະຄອນ ​ເອ​ເມຣັດ ອາຣັບ (UAE) ​ເປີດ​ປ້ຳນ້ຳມັນ​ພະລັງງານ​ແສງຕາ​ເວັນ​​ເປັນ​ແຫ່ງ​ທຳ​ອິດ​ຂອງ​ປະ​ເທດ​ໃນ​ນະຄອນ​ດ​ູ​ໄບ. ບໍລິສັດ​ນ້ຳມັນ​ແຫ່ງ​ຊາດ​ເອ​ເມຣັດຂອງ​ລັດຖະບານ​ເປີດ​ເຜີຍ​ວ່າ: ​ແຜງ​ໂຊ​ລາ​ເຊ​ວ ​ເຊິ່ງ​ໄດ້​ຮັບ​ການ​ຕິດຕັ້ງຢູ່​ປ້ຳນ້ຳມັນ​ແຫ່ງ​ນີ້ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ສູງ​ເຖິງ 120 ກິ​ໂລ​ວັດ​ຕໍ່​ຊົ່ວ​ໂມງ ສູງ​ກວ່າ​ລະດັບ​ພະລັງງານ​ທີ່​ປ້ຳນ້ຳມັນ​ຈຳ​ເປັນ​ຕ້ອງ​ໃຊ້ 30%. ດັ່ງນັ້ນ ກະ​ແສ​ໄຟຟ້າ​ສ່ວນ​ເກີນຈະ​ຖືກ​ສົ່ງ​ກັບ​ໄປ​ລະບົບ​​ເຄືອ​ຂ່າຍ​ໄຟຟ້າ​ຂອງ​ເມືອງ ​ເພື່ອ​ຈ່າຍ​ໃຫ້​ປະຊາຊົນ​ຕໍ່​ໄປ. ສະຫະ​ນະຄອນ…

ປາກເວົ້າມືເຮັດ ສຳເລັດແນ່ນອນ

    ຂໍສະເໜີຕໍ່ທ່ານຜູ້ອ່ານແຕ່ແຖວທຳອິດຂອງບົດນີ້ໂລດວ່າ ຢ່າຫາວ່າຈານແຫຍ່ຫລົບລີ້ນປີ້ນຄວາມ ເພາະຄັ້ງ ໜຶ່ງເຄີຍຂຽນ (ໃນຄໍລຳນີ້ລະ) ວ່າ ເບື່ອເວົ້າເລື່ອງບັນຫາພາສາລາວໃນຍຸກນີ້ ເພາະເວົ້າມາຫລາຍເທື່ອ ແລະ ມີ ຫລາຍຄົນເວົ້າ ແຕ່ຈັງຫວະການປ່ຽນແປງກໍຍັງຢູ່ໃນເກຍເຕົ່າ ເລັ່ງເທົ່າໃດມັນກໍຍັງຄືບຄານໄປຄືເຕົ່າ. ມີບາງຄົນ ໂຍນບັນຫາໄປເບື້ອງສະພາວ່າບໍ່ໄດ້ກຳນົດມາດຕະການທາງກົດໝາຍຄັກແນ່ ເພື່ອຄຸ້ມຄອງ ແລະ ພັດທະນາພາສາ ລາວ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!