ນັ່ງໆນອນໆລະວັງພະຍາດຈະຖາມຫາ

     ຄົນໃນໂຕເມືອງມັກນັ່ງລົດ, ຂຶ້ນລິຟແລ້ວກໍນັ່ງຢູ່ໃນຫ້ອງການມື້ລະຫລາຍໆຊົ່ວໂມງ ເມື່ອເລີກວຽກກັບເຮືອນກໍໃຊ້ເວລານັ່ງຢູ່ຕໍ່ ໜ້າຈໍຄອມພິວເຕີ ຫລື ໂທລະພາບດົນໆໄປກໍເຈັບປ່ວຍ ທັງນີ້, ຈາກການສືກສາຂອງບໍລິສັດປະກັນໄພ  (TK) ຮ່ວມກັບສະຖາບັນ F.A.Z  ໃນປະເທດເຢຍລະມັນສະແດງໃຫ້ເຫັນວ່າ : ການບໍ່ຄ່ອຍໄດ້ອອກກຳລັງກາຍ ຫລື ເຄື່ອນໄຫວຮ່າງກາຍມັກເຈັບປ່ວຍໂດຍອາການປວດຫລັງ, ພະຍາດຫົວໃຈ, ເບົາຫວານ, ນ້ຳໜັກເກີນມາດຕະຖານ,…

ສິ່ງທີ່ຕ້ອງຮູ້ກ່ອນຈະຜ່າຕັດເສີມດັງ

     ເກີດເປັນແມ່ຍິງຄົງບໍ່ຢາກຢຸດງາມ ແມ່ຍິງຫລາຍໆຄົນຢາກມີດັງງາມໂດຍການໄປເສີມດັງ ເຊິ່ງການຜ່າຕັດເສີມດັງໂດຍຊິລິໂຄນເປັນວິທີທີ່ແຜ່ຫລາຍ ແລະ ນິຍົມເຮັດກັນ ເນື່ອງຈາກມີຂໍ້ດີຫລາຍປະການ. ການຜ່າຕັດສາມາດເຮັດໄດ້ໂດຍການສັກຢາຫມຶນສະເພາະບ່ອນ ເລືອກເຫລົາຊິລິໂຄນໃຫ້ໄດ້ຮູບຕາມທີ່ຕ້ອງການ ເຊິ່ງຂຶ້ນກັບໃບໜ້າ ແລະ ຊີ້ນດັງເກົ່າຂອງແຕ່ລະຄົນ. ຊິລິໂຄນທີ່ໃຊ້ເປັນ Elastomer ທີ່ເປັນຂອງແຂງ ບໍ່ເຮັດປະຕິກິລິຍາກັບຮ່າງກາຍ ມີຄວາມສ່ຽງຕໍ່າເລື່ອງການຕິດເຊື້ອ ແລະ ເລື່ອນຕຳແໜ່ງ, ຊິລິໂຄນມີຄວາມແຂງ…

ລະວັງ !!! ນິໄສທີ່ເຮັດໃຫ້ຄວາມຮັກບໍ່ໝັ້ນຄົງ

     ແມ່ຍິງທຸກຄົນອາດຕັ້ງໃຈຮັກໃຜໃຈຈົດໃຈຈໍ່, ແຕ່ບາງເທື່ອນິໄສຄວາມເປັນແມ່ຍິງທີ່ບໍ່ຮູ້ຈັກປັບໂຕໃຫ້ເຂົ້າກັບຄວາມຮັກ ມັນກໍ ເປັນໂຕການພາໃຫ້ຄວາມຮັກເປັນເລື່ອງອາລົມຂອງແມ່ຍິງທີ່ເຮັດໃຫ້ຜູ້ຊາຍເຖິງຈະຮັກຫລາຍປານໃດ, ແຕ່ກໍຮູ້ສຶກໝຸດໝັດໄປນຳ. – ເອົາແຕ່ໃຈ : ນິໄສເອົາແຕ່ໃຈໃຜໆກໍບໍ່ມັກໜ້າເບື່ອຈົນບໍ່ຢາກຈະລົມນຳ ເພາະລົມກັນບໍ່ຮູ້ເລື່ອງ ຖ້າເຂົາພົບຄົນທີ່ດີກ່ວາທ່ານ ຮັບຮອງເຂົາໄປບໍ່ກັບ. ສະນັ້ນ ຖ້າຄິດຈະເປັນຄົນເອົາແຕ່ໃຈໂຕເອງໂດຍບໍ່ມີເຫດຜົນກໍຄິດຈັກໜ້ອຍ ແລ້ວຫັນມາລົມກັນແບບກົງໆດີກ່ວາ. – ໃຊ້ອາລົມເປັນໃຫຍ່ : ຄວາມຈິງແລ້ວຄວນມີເຫດຜົນຫລາຍກ່ວາເອົາອາລົມຕັດສິນ…

ຊາວກະສິກອນອາກຊັງຕິນແຈກຜັກຟຣີ ປະທ້ວງລາຄາຕົກຕໍ່າ

     ບົວໂນສໄອເຣສ 27 ເມສາ: ກະສິກອນຢູ່ອາກຊັງຕິນຂົນພືດຜັກຫລາຍຊະນິດນ້ຳໜັກລວມປະມານ 4.000 ກິໂລກຣາມ ມາແຈກຢາຍໃຫ້ປະຊາຊົນຢູ່ບໍລິເວນໃຈກາງນະຄອນຫລວງບົວໂນສໄອເຣສ ໃນວັນທີ 26 ເມສານີ້ ເພື່ອປະທ້ວງລາຄາສິນຄ້າກະສິກຳຕົກຕໍ່າໃນປະເທດ. ລາຍງານລະບຸວ່າ: ຖືເປັນເທື່ອທີ 2 ຂອງອາທິດນີ້ທີ່ຊາວກະສິກອນນຳເອົາພືດຜັກຕ່າງໆເຊັ່ນ: ຜັກຫົມ ແລະ ໝາກເຫລັ່ນ ມາແຈກຢາຍປະຊາຊົນຫລາຍພັນຄົນຢູ່ບໍລິເວນໃຈກາງເມືອງຫລວງຂອງອາກຊັງຕິນ…

ກິນຫິວຜັກບົ່ວໃຫຍ່ຊ່ວຍປ້ອງກັນພະຍາດຫົວໃຈ

ຫລາຍທ່ານບໍ່ມັກກິນອາຫານທີ່ມີກິ່ນແຮງ ຍິ່ງຖ້າແມ່ນຜັກຍິ່ງບໍ່ຕ້ອງເວົ້າເຖິງ ແລະ ຜັກກິ່ນທຳອິດທີ່ຄົນສ່ວນຫລາຍບໍ່ມັກກໍແມ່ນຫົວຜັກບົ່ວ ໂດຍບໍ່ຮູ້ວ່າຜັກຊະນິດນີ້ມີປະໂຫຍດຕໍ່ຮ່າງກາຍບໍ່ໜ້ອຍ. ຈາກການສຶກສາພົບວ່າ : ສານປະກອບຊັລເຟີທີ່ພົບໃນຫົວຜັກບົ່ວສາມາດປ້ອງກັນການແຂງໂຕຂອງເກັດເລືອດ ແລະ ຊ່ວຍປ້ອງກັນບໍ່ໃຫ້ຈັບໂຕເປັນກ້ອນຮ່ວມກັນຢູ່ແຊນເກັດເລືອດໃນເລືອດ. ນອກນີ້, ຍັງມີຫລັກຖານທີ່ສະແດງໃຫ້ເຫັນວ່າສານປະກອບຊັລເຟີໃນຫົວຜັກບົ່ວສາມາດຫລຸດລະດັບຄໍເລສເຕີໂຣນໄຕຣກລີເຊີໄຣໃນເລືອດ ແລະ ຍັງຊ່ວຍເພີ່ມຮູບແບບໃນເຍື່ອຫຸ້ມແຊນເມັດເລືອດແດງນຳອີກ ເຊິ່ງປະລິມານທີ່ເດັ່ນຂອງຟລາໂວນອຍ ລວມກັບປະໂຫຍດຂອງຫົວຜັກບົ່ວທີ່ກ່າວມາທັງໝົດສະໜັບສະໝູນຜົນການວິໄຈທີ່ວ່າ : ຫົວຜັກບົ່ວເປັນອາຫານປ້ອງກັນພະຍາດຫົວໃຈ. ນອກຈາກຫົວຜັກບົ່ວຈະມີປະໂຫຍດໃນການຕ້ານພະຍາດຫົວໃຈແລ້ວ ຍັງຊ່ວຍເພີ່ມຄວາມໜາແໜ້ນຂອງກະດູກ…

ກາບໄຫ້ວວັດສີເມືອງ ແລະ ຊົມຫໍຫລັກເມືອງ

ວັດ​ສີ​ເມືອງ​ເປັນ​ບ່ອນ​ຕັ້ງຂອງ​ເສົາ​ຫລັກ​ເມືອງ​ຢູ່​ເຂດ​ບ້ານ​ສີ​ເມືອງ, ​ເມືອງ​ຈັນທະ​ບູລີ ​ເຊິ່ງມີ​ປະ​ຫວັດ​ອັນ​ເກົ່າ​ແກ່​ທີ່​ເລົ່າ​ຂານ​ສືບ​ຕໍ່​ກັນ​ມາ​ວ່າ ​ໃນ​ສະ​ໄໝ​ກ່ອນ ຕອນ​ທີ່​ຊາວ​ເມືອງ​ພວມ​ເຮັດ​ພິທີ​ປັກ​ຫລັກ​ເມືອງ​ຢູ່​ນັ້ນ ມີ​ແມ່ຍິງ​ຄົນ​ໜຶ່ງ​ຊື່ວ່າ​ນາງ ສີ ​ເຊິ່ງກຳລັງ​ຖືພາ​ໄດ້​ສະຫລະ​ຊີບ​ໂດ​ດລົງ​ໄປ​ໃນ​ຂຸມ​ນັ້ນ, ນາງ​ໄດ້​ຖືກ​ຝັງ​​ໄປ​ພ້ອມ​ກັບ​ຫລັກ​ເມືອງ ​ແລະ ກາຍ​ເປັນ​ຜີ​ຫລັກ​ເມືອງ ຈິ່ງ​ເປັນ​ທີ່​ມາ​ຂອງ​ຊື່​ວັດ​ສີ​ເມືອງ​ແຫ່ງ​ນີ້. ຍ້ອນ​ວັດ​ສີ​ເມືອງ​ເປັນ​ສະຖານ​ທີ່​ສັກສິດ ຈິ່ງ​ໄດ້​ກາຍ​ເປັນ​ທີ່​ເພິ່ງທາງ​ໃຈ​ໃຫ້​ຊາວ​ລາວ ​ແລະ ​ເປັນ​ສະຖານ​ທີ່​ຊາວ​ຕ່າງ​ຊາດ​ໃຫ້ ຄວາມ​ສົນ​ໃຈ​​ເຂົ້າມາ​ສຶກສາ ​ແລະ ທ່ຽວ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ປັດຈຸບັນ,…

ນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມລາວ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊີນຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ. ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງລັດຖະບານຫວຽດນາມໄດ້ເດີນທາງມາຢ້ຽມຢາມ ສປປ ລາວຢ່າງເປັນທາງການແຕ່ວັນທີ 26-27 ເມສານີ້,…

6 ເດືອນຜ່ານມາລັດຖະບານພະຍາຍາມແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງປະເທດໃຫ້ຜ່ອນຄາຍລົງ

  ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 6 ເດືອນຜ່ານມາໄດ້ຊີ້ໃຫ້ເຫັນວ່າໄລຍະດັ່ງກ່າວແມ່ນຊ່ວງປະຕິບັດແຜນ 3 ເດືອນຂ້າມຜ່ານທ້າຍປີ 2016 ແລະ ເລີ່ມປີງົບປະມານ2017 ງວດI ຕາມປີປະຕິທິນ, ໂດຍສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ…

ຫລາຍເຂດໃນຕົວເມືອງນ້ຳປະປາມາບໍ່ປົກກະຕິ

  ປັດຈຸບັນເຫັນວ່າສະພາບອາກາດຮ້ອນອົບເອົ້າ, ເຮັດໃຫ້ຄວາມຕ້ອງການນ້ຳດື່ມ, ນ້ຳໃຊ້ຂອງປະຊາຊົນເພີ່ມຫລາຍຂຶ້ນ, ຂະນະດຽວກັນການສະໜອງນ້ຳປະປາຍັງມີປະລິມານຈຳກັດ, ອັນໄດ້ສົ່ງຜົນກະທົບໃຫ້ຫລາຍໃນຕົວເມືອງນະຄອນຫລວງວຽງຈັນມີສະພາບນ້ຳປະປາມາບໍ່ເປັນປົກກະຕິ ຫລື ກໍ່ມີປະລິມານໜ້ອຍເປັນຕົ້ນ: ເຂດບ້ານໜອງທາໃຕ້, ໂພນຕ້ອງ, ເມືອງຈັນທະບູລີ, ເຂດບ້ານຂາມງອຍ, ເມືອງໄຊເສດຖາ ແລະ ເຂດອື່ນໆທີ່ຢູ່ເນີນສູງ, ອັນໄດ້ກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃນຫລາຍເຂດ. ເຖິງວ່າກ່ອນໜ້ານີ້ພາກສ່ວນກ່ຽວຂ້ອງໄດ້ຢືນຢັນວ່າພາຍຫລັງສຳເລັດການກໍ່ສ້າງໂຮງງານນ້ຳປະປາດົງໝາກຄາຍໃນປີ 2016 ຜ່ານມາຈະສາມາດສະໜອງນ້ຳໃຊ້ໃນນະຄອນຫລວງວຽງຈັນໃຫ້ມີຄວາມສະດວກດີກວ່າເກົ່າ, ແຕ່ມາຮອດປັດຈຸບັນເຫັນວ່າມີຫລາຍເຂດຕົກຢູ່ໃນສະພາບນໍ້າປະປາມາບໍ່ປົກກະຕິໄດ້ຫລາຍວັນແລ້ວ,…

ຮອງປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມລັດຖະສະພາໂລກທີ່ ສ.ອາເມລິກາ

  ໃນລະຫວ່າງວັນທີ 17-19 ເມສາຜ່ານມານີ້, ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາວຽກງານດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂອງສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມລັດຖະສະພາໂລກ (Global Parliamentary Conference) ກ່ຽວກັບວຽກງານຂອງທະນາຄານໂລກ (the World Bank)…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!