ການເມືອງ ສ.ເກົາຫລີ ຂັດແຍ່ງໜັກ ສະພາຖອດຖອນຮັກສາການປະທານາທິບໍດີ
ການເມືອງ ສ.ເກົາຫລີ ເຄັ່ງຕຶງຂຶ້ນອີກ ເມື່ອສະພາເຊິ່ງຝ່າຍຄ້ານຄອງສຽງສ່ວນຫລາຍ ຖອດຖອນຮັກສາການປະທານາທິບໍດີ ດ້ວຍສາເຫດທີ່ຍືດເຍື້ອຈາກກໍລະນີປະທານາທິບໍດີປະກາດກົດໄອຍະການເສິກ. ສະພານິຕິບັນຍັດແຫ່ງຊາດຂອງ ສ.ເກົາຫລີ ມີມະຕິໃນກອງປະຊຸມວັນທີ 27 ທັນວາ ດ້ວຍສຽງເປັນເອກະພາບ 192 ຕໍ່ 0 ຖອດຖອນທ່ານ ຮັນ ດ໊ອກຊູ…
ທ່ານ ສອນໄຊ ສີພັນດອນ ນາຍົກລັຖະມົນຕີ ສະແດງຄວາມເຫັນໃຈນາຍົກໄທ ຕໍ່ເຫດການນໍ້າຖ້ວມພາກໃຕ້ຂອງໄທ
ວັນທີ 25 ທັນວາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ…
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານສະພາບໍລິຫານແຫ່ງລັດ, ນາຍົກລັດຖະມົນຕີ ແຫ່ງ ສສ ມຽນມາ
ວັນທີ 20 ທັນວາ 2024 ຜ່ານມາ, ທີ່ນະຄອນຫລວງເນປີດໍ, ທ່ານ ບຸນພຽງ ຈັນທະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ປະທານສະພາບໍລິຫານແຫ່ງລັດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ…
11 ຂໍ້ຫ້າມ ສຳລັບຜູ້ຂັບຂີ່ລົດໃນໄລຍະສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ສາກົນ 2025
ວັນທີ 27 ທັນວາ 2024 ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ ກະຊວງ ປກສ ຜູ້ເຮັດໜ້າທີ່ຊີ້ນໍາມະຫາພາກຕາມສາຍຕັ້ງວິຊາສະເພາະໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ສາກົນ 2025 ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ປາສະຈາກໄດ້ຜົນເສຍຫາຍທາງດ້ານຊີວິດ, ສຸຂະພາບ ແລະ ຊັບສິນ…
ສາຍດື່ມຄວນລະວັງ! ດື່ມໝົດບາດດຽວອັນຕະລາຍເຖິງຂັ້ນເສຍຊີວິດ
ໄພງຽບຂອງສາຍດື່ມທີ່ຄວນລະວັງ ທີ່ມີສາເຫດມາຈາກເຄື່ອງດື່ມທີ່ມີທາດເຫລົ້າ ເຊິ່ງອາດຈະພາໃຫ້ຊັອກເສຍຊີວິດຢ່າງໄວ ຖ້າຊ່ວຍຊີວິດບໍ່ທັນ.
ເຈົ້າໜ້າທີ່ກວດກາການຄ້າ ລົງກວດກາສິນຄ້າປອມແປງ, ເສື່ອມຄຸນນະພາບ, ຫມົດອາຍຸ ໄລຍະເທສະການຕ້ອນຮັບປີໃໝ່ 2025
ວັນທີ 26 ທັນວາ 2024 ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ລົງກວດກາສິນຄ້າປອມແປງ, ເສື່ອມຄຸນພາບ, ຫມົດອາຍຸ ເພຶ່ອຫລີກລ້ຽງ ບໍ່ໃຫ້ຫົວໜ່ວຍຜູ້ປະກອບການສວຍໂອກາດນຳເອົາມາຫໍ່ເປັນກະຕ່າຍຂອງຂວັນເພື່ອຈຳໜ່າຍໃນຊ່ວງເທສະການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2025. ພ້ອມທັງຮຽກຮ້ອງເຖິງຜູ້ປະກອບການໃຫ້ມີຈັນຍາບັນໃນການປະກອບກິດຈະການໂດຍແນ່ໃສ່ຄວາມປອດໄພຂອງຜູ້ບໍລິໂພກ ແລະ ບໍ່ສວຍໃຊ້ໂອກາດເອົາປຽບຜູ້ບໍລິໂພສ. ທີ່ມາ: ພະແນກອຸດສາຫະກໍາແລະການຄ້າແຂງເຊກອງ
ຫ້າມບໍ່ໃຫ້ມີການໂຄສະນາ ແລະ ແລກປ່ຽນເງິນຕາຊະຊາຍຢູ່ເຂດພິເສດສາມຫລ່ຽມຄຳ ລະເມີດປັບໃໝ 10 ລ້ານ-100 ລ້ານກີບ
ທີ່ມາ: ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ
ເຕືອນການສັນຈອນ ! ມີການສ້ອມແປງ ຢູ່ເສັ້ນທາງ R3 ແລະ R3B ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຫາ ແຂວງຫລວງນໍ້າທາ
ວັນທີ 26 ທັນວາ 2024 ນີ້ ແຂວງບໍ່ແກ້ວ ອອກແຈ້ງການເຖິງຜູ້ສັນຈອນຮັບຊາບວ່າ: ຈະໄດ້ມີການສ້ອມແປງຖົມຂຸມເສັ້ນທາງ R3 ແລະ R3B, ແຕ່ບ້ານນໍ້າເກິ່ງໃໝ່ – ຫ້ວຍຊາຍ – ກິ່ວອ້ອມ (ຊາຍແດນແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ), ເພື່ອຄວາມເປັນ…
ແຂວງສະຫວັນນະເຂດກວດພົບ 54 ໂຄງການ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເສຍຫາຍ 165,43ຕື້ກີບ ແລະ 215,850 ໂດລາສະຫາລັດ
ທ່ານ ລຳທອງ ຂອບສີລາວົງ ປະທານກວດກາພັກ-ລັດແຂວງ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ II ວັນທີ 26 ທັນວາ 2024 ນີ້ວ່າ: ແຂວງສະຫວັນນະເຂດໄດ້ກວດກາການລົງທຶນຂອງລັດປະຈໍາປີ 2024 ເຊິ່ງມີທັງໝົດ 16 ໂຄງການ ລວມມູນຄ່າທີ່ສະພາຮັບຮອງທັງໝົດ 68,57ຕື້ກີບ…