ປະທານປະເທດເນັ້ນໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເອົາໃຈໃສ່ຕື່ມຫຼາຍບັນຫາທີ່ສຳຄັນ

ວັນທີ 27 ກຸມພາ 2025 ນີ້ ໃນໂອກາດເຂົ້າຮ່ວມ ພິທີສະເຫລີມສະຫລອງວັນສ້າງຕັ້ງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຄົບຮອບ 30 ປີ (27 ກຸມພາ 1995 – 27 ກຸມພາ 2025)…

ຄຳສັ່ງຊອກຈັບທ້າວ ບົວຄໍາ ສົມວັນຈິດ ຍັກຍອກຊັບແລ້ວເອົາຕົວຫລົບໜີ

ວັນທີ 21 ກຸມພາ 2025 ນີ້ ອົງການສືບສວນ-ສອບສວນ ກົມຕໍາຫຼວດເສດຖະກິດ ໄດ້ອອກຄໍາສັ່ງຊອກຈັບຕົວ ທ້າວ ບົວຄໍາ ສົມວັນຈິດ, ອາຍຸ 29 ປີ, ວັນເດືອນປີເກີດ ເຊື້ອຊາດ- ສັນຊາດ ລາວ, ບ້ານເກີດ ແລະ…

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ຄົ້ນຄ້ວາ ແລະ ພິຈາລະນາ ຫລາຍບັນຫາສຳຄັນ

ວັນທີ 27 ກຸມພາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ…

ປກສ ເມືອງໝື່ນ ແຂວງວຽງຈັນ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ

ປກສ ເມືອງໝື່ນ ລາຍງານວ່າ: ວັນທີ 26 ກຸມພາ 2025 ຢູ່ຫ້ອງປະຊຸມພະແນກຕຳຫລວດ ປກສ ເມືອງໝື່ນ ໄດ້ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດຈັກ ຂັບຂີ່ກວນເມືອງ ສ້າງສຽງເນືອງນັນ, ຂັບຂີ່ລົດໄວເກີນກຳນົດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ໂດຍ ການເຂົ້າຮ່ວມຂອງ ພັທ…

ທະນາຄານແຫ່ງ ສປປ ລາວ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

ວັນທີ 26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຖະແຫລງຂ່າວປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການຄຸ້ມ ຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 155/ທຫລ…

ທະນາຄານກາງຂອງໄທ ປັບຫລຸດດອກເບ້ຍ 0.25% ຈາກ 2.25% ເຫລືອ 2.00%

ສຳນັກຂ່າວ MRG ຂອງໄທລາຍງານວ່າ: ວັນທີ 26 ກຸມພາ 2025 ຄະນະກໍາມະການນະໂຍບາຍການເງິນ (ກນງ) ປະເທດໄທຖະແຫລງຜົນການປະຊຸມ ຂອງຄະນະກໍາມະການ ໂດຍໄດ້ມີການລົງມະຕິ ຫລຸດອັດຕາດອກເບ້ຍນະໂຍບາຍລົງ 0.25% ຈາກ 2.25% ເຫລືອ 2.00% ຕໍ່ປີ ເຊິ່ງຜົນການລົງມະຕິເຫັນວ່າ…

ອັດຕາເງິນເຟີ້ ປະຈຳເດືອນກຸມພາ 2025 ເພີ່ມຂຶ້ນ +12.7%

ວັນທີ 25 ກຸມພາ 2025 ສູນສະຖິຕິແຫ່ງຊາດ ກະຊວງ ແຜນການ ແລະ ການລົງທຶນ ລາຍງານ ດັດຊະນີລາຄາການຊົມໃຊ້ ແລະ ອັດຕາເງິນເຟີ້ ຂອງສປປ ລາວ ປະຈໍາເດືອນ ກຸມພາ 2025 ການຊົມໃຊ້ແປງຕາມໝວດລະຫັດຈັດແບ່ງສ່ວນບຸກຄົນຕາມຈຸດປະສົງ “COICOP”…

ເສດຖະກິດເມືອງວັງວຽງ ແຂວງວຽງຈັນ ຂະຫຍາຍຕົວ 8.62%

ສະຫາຍ ພອນແກ້ວ ຂຸນພົນ ຄະນະປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວັງວຽງ ໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງວັງວຽງ ຄັ້ງທີ VIII ທີ່ໄຂຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ 2025 ນີ້ ວ່າ: ເສດຖະກິດຂອງເມືອງວັງວຽງ ຂະຫຍາຍຕົວໃນລະດັບດີ ໝັ້ນທ່ຽງ ແລະ…

WHO ເຝົ້າຕິດຕາມພະຍາດປິດສະໜາຢູ່ຄອງໂກ ມີຜູ້ເສຍຊີວິດແລ້ວ 53 ຄົນ

       ອົງການອະນາໄມໂລກເຝົ້າລະວັງພະຍາດປິດສະໜາທີ່ກໍາລັງເກີດຂຶ້ນຢູ່ພາກພື້ນແຫ່ງໜຶ່ງຂອງຄອງໂກ ເຊິ່ງມີຜູ້ເສຍຊີວິດແລ້ວ 53 ຄົນ ພາຍໃນເວລາບໍ່ເທົ່າໃດອາທິດ ແລະ ເລີ່ມຈາກການທີ່ເດັກ 3 ຄົນ ເສຍຊີວິດຢ່າງວ່ອງໄວ ພາຍຫລັງກິນໂຕເຈຍ.        ສໍານັກງານປະຈໍາພາກພື້ນອາຟຣິກາຂອງອົງການອະນາໄມໂລກ (WHO) ລາຍງານວ່າ: ທຸກຝ່າຍທີ່ກ່ຽວຂ້ອງກໍາລັງຕິດຕາມສະຖານະການຢ່າງໃກ້ຊິດ ພາຍຫລັງມີປະຊາຊົນບໍ່ສະບາຍສະສົມຢ່າງໜ້ອຍ 419 ຄົນ…

ສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດໃນຮອບ 5 ປີ

      ລັດຖະບານສີລັງກາກັບມານໍາເຂົ້າລົດເປັນຄັ້ງທໍາອິດ ນັບແຕ່ປີ 2020 ໂດຍສິນຄ້າຊຸດທໍາອິດເດີນທາງມາຈາກປະເທດໄທ.        ສໍານັກຂ່າວຊິນຮົວລາຍງານວ່າ: ທ່ານ ປຣາສາດ ມານາເກ ປະທານສະມາຄົມຜູ້ນໍາເຂົ້າລົດຂອງສີລັງກາ ກ່າວວ່າ: ລົດຊຸດທໍາອິດທີ່ນໍາເຂົ້ານັ້ນສົ່ງອອກມາຈາກໄທ ສົ່ງມອບຢູ່ທ່າເຮືອໂກລໍາໂບ ໃນວັນທີ 25 ກຸມພາຜ່ານມາ ພາຍຫລັງລັດຖະບານສີລັງກາຕັດສິນໃຈຢຸດການນໍາເຂົ້າລົດທີ່ດໍາເນີນມາ 5 ປີ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!