ອຸປະຕິເຫດ ຍັງເປັນພະຍາດເກົ່າໆ ຈົນກາຍເປັນ ມະເຮັງທີ່ຊຳເຮື້ອທີ່ຂ້າຊີວິດຄົນລາວ

ໂດຍ: ຜາຕຸງ ຈາກສະຫຼຸບລາຍງານຈຳນວນອຸປະຕິເຫດທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດຂອງກົມຕຳຫຼວດ ຈາລະຈອນ ກົມໃຫຍ່ຕຳຫຼວດໃຫ້ຮູ້ວ່າ: ໃນເດືອນພຶດສະພາຜ່ານມາ ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນທັງໝົດ 532 ລາຍ ເພີ່ມຂຶ້ນຈາກເດືອນເມສາ 202 ລາຍ, ພາຫະນະເປ່ເພ 931ຄັນ ຫຼຸດລົງ 344 ຄັນ, ມີຄົນໄດ້ຮັບບາດເຈັບ 800…

ສະຫລຸບ 7 ສະຫລອງປີໃໝ່ລາວ ທົ່ວປະເທດມີອຸປະຕິເຫດ 313 ຄັ້ງ ເສຍຊີວິດ 26 ຄົນ

ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຕໍ່ສື່ມວນຊົນ ປກສ ລາຍງານວ່າ: ໄລຍະການສະເຫຼີມສະຫຼອງປີໃໝ່ລາວ 2568 ຂອງກໍາລັງຕໍາຫຼວດຈະລາຈອນ ທົ່ວປະເທດ ໄລຍະ 7 ວັນອັນຕະລາຍ ລະຫວ່າງວັນທີ 11-17 ເມສາ 2025…

ມີສະຕິ  ຈຶ່ງເຮັດໃຫ້ສະຖິຕິອຸປະຕິເຫດຫລຸດລົງ ແລະ ດຳລົງໄວ້ຮີດຄອງປະເພນີອັນດີງາມ

ໂດຍ: ຄຳພຸດ ການປະພຶດໂດຍການມີສະຕິ ບໍ່ຕ່າງຫຍັງກັບການເອົາຕົວລອດຈາກອຸປະຕິເຫດຕ່າງໆ ເຊິ່ງຜູ້ປົກຄອງທັງ ຫລາຍຕ່າງກໍເຕືອນໃຫ້ຕັ້ງສະຕິ ໂດຍສະເພາະການມ່ວນຊື່ນທີ່ຕ້ອງລະວັງບໍ່ໃຫ້ເກີດໄພ ການບອກແບບນີ້ງ່າຍ, ແຕ່ການຕັດສິນໃຈ ທີ່ຊະນະໃຈຕົນເອງບາງທີມັນກໍຍາກ ດັ່ງເວລາດື່ມນໍ້າມຶນເມົາແລ້ວເກີດການປະໝາດໝາຍຄວາມວ່າ ເຫລົ້າເຂົ້າປາກຄວາມຍາກບໍ່ມີ ສິ່ງທີ່ເວລາດຳລົງຊີວິດປົກກະຕິບໍ່ເຄີຍເຮັດກໍໄດ້ເຮັດ. ຄວາມຈິງນັ້ນ, ບຸນບ້ານເຮົາ ບໍ່ສາມາດແຍກຂາດຈາກນໍ້າມຶນເມົາ ເຊິ່ງເມື່ອເວົ້າເລື່ອງສະຕິ ບາງຄົນ ຈະຄວບຄຸມໃຫ້ເກີດຄວາມພໍດີພໍງາມກໍບໍ່ງ່າຍ. ກະຕິກາ,…

ບຸນປີໃໝ່ລາວ ມື້ສຸດທ້າຍທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນ 44 ຄັ້ງ ມີຜູ້ເສຍຊີວິດ 1 ຄົນ

ກົມຕຳຫລວດຈະລາຈອນ ລາຍງານວ່າ: ວັນທີ 16 ເມສາ 2025 ທົ່ວປະເທດ ມີອຸປະຕິເຫດເກີດຂຶ້ນທັງໝົດ 44 ຄັ້ງ, ພາຫະນະເປ່ເພ 75 ຄັນ, ມີຜູ້ໄດ້ຮັບບາດເຈັບ 89 ຄົນ, ໃນນັ້ນ, ເຈັບສາຫັດ 11 ຄົນ,…

ອຸປະຕິເຫດເທິງທ້ອງຖະໜົນ ມາຈາກຕົວບຸກຄົນເປັນຕົ້ນເຫດ

ໂດຍ: ຜາຕຸງ ປັດຈຸບັນນີ້ ເຫັນໄດ້ວ່າ ມີລົດລາງພາຫະນະລວມທັງຜູ້ຄົນສັນຈອນໄປມາຕາມທ້ອງຖະໜົນຢ່າງມາກມາຍກ່າຍກອງເຮັດໃຫ້ຖະໜົນຫົນທາງທີ່ຄັບແຄບຢູ່ແລ້ວຍິ່ງຄັບແຄບເຂົ້າຕື່ມອີກ  ສ່ວນຜູ້ທີ່ໃຊ້ລົດໃຊ້ຖະໜົນລວມທັງລົດຈັກ ແລະ ລົດໃຫຍ່ ມີຈຳນວນຫຼາຍພັດຫັນໜ້າໜີຈາກລະບຽບການສັນຈອນທາງບົກ ເຖິງຈະມີປ້າຍຫ້າມ ປ້າຍເຕືອນກໍຕາມ ຈຶ່ງພາໃຫ້ເກີດອຸປະຕິເຫດຂຶ້ນເລື້ອຍໆບໍ່ເວັ້ນແຕ່ລະວັນ ໂດຍລວມແລ້ວສັງເກດເຫັນວ່າໄລຍະນີ້ຈຳນວນອຸປະຕິເຫດເກີດຂຶ້ນອ່າວຖີ່ແດ່ ແລະ ສ້າງຄວາມເສຍຫາຍທາງດ້ານຊັບສິນຂອງລັດ ຂອງບຸກຄົນ ນິຕິບຸກຄົນ ແລະຊີວິດຂອງຜູ້ຄົນເປັນຈຳນວນຫຼາຍພໍສົມຄວນ. ອຸປະຕິເຫດທີ່ເກີດຂຶ້ນນັ້ນ ແມ່ນມີຫຼາຍລະດັບທີ່ແຕກຕ່າງກັນ…

5 ວັນອັນຕະລາຍ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ມີອຸປະຕິເຫດ 170 ຄັ້ງ ເສຍຊີວິດ 17 ຄົນ

ພັອ ຄໍາເຫລັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານ ວັນທີ 3 ມັງກອນ 2025 ນີ້ວ່າ: ໃນໄລຍະການສະເຫລີມສະຫລອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີ ໃໝ່ສາກົນ 2025 ໄລຍະ 5 ວັນອັນຕະລາຍ…

ປີ 2024 ມີອຸປະຕິເຫດ 6,100 ຄັ້ງ ເສຍຊີວິດ 837 ຄົນ

ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຜູ້ເຮັດໜ້າທີ່ຊີ້ນໍາມະຫາພາກຕາມສາຍຕັ້ງວິຊາສະເພາະໃຫ້ສໍາພາດຕໍ່ສຳນັກຂ່າວນັສືພິມຄວາມສະຫງົບວັນທີ 27 ທັນວາ 2024 ວ່າ: ໃນປີ 2024 ທົ່ວປະເທດມີອຸປະຕິເຫດເກີດຂຶ້ນທັງໝົດຈຳນວນ 6,100 ຄັ້ງ, ພາຫະນະເປ່ເພ 10,818 ຄັນ,…

10 ອຸປະຕິເຫດ ທີ່ຮຸນແຮງ ໃນນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດ 15 ຄົນ ຄວາມເສຍຫາຍລວມຫລາຍຕື້ກີບ

ວັນທີ 26 ທັນວາ 2024 ໜັງສືພິມປ້ອງກັນຄວາມສະຫງົບໄດ້ລາຍງານວ່າ: ນັບແຕ່ເດືອນມັງກອນ-ພະຈິກ 2024 ທົ່ວນະຄອນຫລວງວຽງຈັນ (ນວ) ມີອຸບັດຕິເຫດຕາມທ້ອງຖະໜົນ ເກີດຂຶ້ນ ຈຳນວນ 994 ເລື່ອງ, ມີພາຫະນະເປ່ເພ ທັງໝົດ 1,994 ຄັນ. ໃນນີ້, ເປ່ເພເລັກໜ້ອຍ…

ລົດເມສາຍໃຕ້ ນະຄອນຫລວງວຽງຈັນ-ປາກເຊ ເສຍຫລັກຕຳຄູກາງ

ຕອນແລງວັນທີ 9 ກໍລະກົດ 2024 ລົດເມສາຍໃຕ້ ນະຄອນຫລວງວຽງຈັນ-ປາກເຊ ທີ່ມຸງໜ້າລົງໄປປາກເຊ ໄດ້ເກີດອຸປະຕິເຫດເສຍຫລັກ ຢູ່ຈຸດ ບ້ານຫ້ວຍສຽດກ່ອນຈະເຂົ້າຕົວເມືອງປາກຊັນ ແຂວງບໍລິຄຳໄຊ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ. ມີແຕ່ລົດເປເພ່ສົມຄວນ, ປ້າຍສັນຍານຈາລະຈອນຫັກ 1 ປ້າຍ ແລະ ເສົາໄຟເຍືອງທາງຫັກ…

ອຸປະຕິເຫດ! ລົດຈິບເສຍຫລັກຕົກຂົວນ້ຳຫຍາມ ເມືອງທຸລະຄົມ

ເວລາປະມານ 11:00 ໂມງ ຂອງວັນທີ 10 ກໍລະກົດ 2024 ນີ້, ມີປະຊາຊົນພົບເຫັນລົດຈິບໂຕໂຢຕາ ປຣາໂດ ເສຍຫລັກຕົກລົງຂົວບ້ານນ້ຳຫຍາມ ເມືອງທຸລະຄົມ ແຂວງວຽງຈັນ. ເບື້ອງຕົ້ນຍັງບໍ່ມີລາຍງານກ່ຽວກັບຜູ້ຂັບຂີ່ໃນລົດຄັນດັ່ງກ່າວ. ສ່ວນສາເຫດ ແລະ ຄວາມເສຍຫາຍຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນຂອງເຈົ້າໜ້າທີ່.

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!