ໄຂຂໍ້ຂ້ອງໃຈເສັ້ນທາງລົດໄຟ ລາວ-ຈີນ ເຮົາໄດ້ປະໂຫຍດຫຍັງແດ່ ?
ໂດຍ: ທິດກໍ່າ ນັບແຕ່ສອງພັກ, ສອງລັດຖະບານ ລາວ-ຈີນ ໄດ້ພ້ອມກັນຕົກລົງປົງໃຈເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ຮ່ວມກັນ ກໍເລີ່ມມີຫາງສຽງເວົ້າວ່າວິພາກວິຈານຕ່າງໆນາໆຕາມມາ ຈົນມາຮອດປັດຈຸບັນກໍຍິ່ງແຜ່ລາມກວ້າງຂວາງໄປທົ່ວສາລະທິດ ໂດຍສະເພາະແມ່ນວົງການສື່ມວນຊົນໃນປະເທດລາວ ແລະ ປະເທດໄທ. ໃນບັນດາຫາງສຽງວິພາກວິຈານນັ້ນ ສ່ວນຫລາຍກໍວິເຄາະວິຈານໄປໃນທິດທາງທີ່ດີ, ແຕ່ມີບາງສື່, ບາງກຸ່ມບາງຄົນກໍໃສ່ຮ້າຍປ້າຍສີວ່າ ລາວຕິດກັບດັກຈີນ, ວ່າຈີນຈະມາຢຶດເອົາແຜ່ນດິນລາວ ຕ່າງໆນານາ….