ເປີດນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງຍາວ 43,5 ກິໂລແມັດ ເພື່ອເປັນຂອງຂວັນໃຫ້ປະຊາຊົນ
February 15, 2021 - 6:02 PM


ໃນວັນທີ 15 ກຸມພາ 2021 ໄດ້ມີພິທີເປີດການນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງ ເຊິ່ງມີຄວາມຍາວທັງໝົດ 43,5 ກິໂລແມັດ ພາຍຫລັງສໍາເລັດການກໍ່ສ້າງ ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ມູນຄ່າ 12 ລ້ານກວ່າໂດລາສະຫະລັດ.
ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ, ໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໂຂງฏ
ເສັ້ນທາງຄອນກຣີດອ້ອມດອນໂຂງແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 6 ຕຸລາ 2018 ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 2 ປີ 4 ເດືອນ, ການກໍ່ສ້າງເສັ້ນທາງນີ້ ບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນຊາວເມືອງໂຂງເທົ່ານັ້ນ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາຢູ່ແຂວງຈຳປາສັກ.
ໂຄງການນີ້, ແມ່ນເປັນພຽງການເລີ່ມຕົ້ົ້ນລົງມືຂອງໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ, ເຊິ່ງໃນແຕ່ລະໄລຍະການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກນັ້ນ ແມ່ນຈະສາມາດຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍສະເພາະແມ່ນຈະສ້າງໂອກາດອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວຂອງແຂວງຈຳປາສັກ.