ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ຮ່ວມກັນຫາລືເພື່ອແກ້ໄຂບັນຫາການເງິນ-ເງິນຕາ


ວັນທີ 7 ມິຖຸນາ 2024, ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມພົບປະສອງຝ່າຍ ທີ່ກະຊວງການເງິນ, ເປັນປະທານຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ.
ກອງປະຊຸມຄັ້ງນີ້, ເພື່ອສືບຕໍ່ປຶກສາຫາລື ແລະ ລົງເລິກ ບາງບັນຫາຕິດພັນກັບວຽກງານການເງິນ-ເງິນຕາ ທີ່ຍັງຄົງຄ້າງ ແລະ ເປັນບັນຫາເຄັ່ງຮ້ອນ ຕິດພັນກັບແຜນຍຸດທະສາດວຽກງານການເງິນ-ເງິນຕາ ທີ່ປະເທດເຮົາກໍາລັງປະເຊີນ ເປັນຕົ້ນ: ບັນຫາເງິນເຟີ້ທີ່ຍັງຢູ່ໃນລະດັບທີ່ສູງ, ເງິນກີບຍັງສືບຕໍ່ອ່ອນຄ່າເມື່ອທຽບໃສ່ສະກຸນເງິນຫລັກ, ບັນຫາໜີ້ສິນສາທາລະນະທີ່ເພີ່ມສູງຂຶ້ນ ແລະ ຍັງມີອີກຫລາຍບັນຫາທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ.
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຮຽກຮ້ອງໃຫ້ກະຊວງການເງິນ ແລະ ທະນາຄານ ແຫ່ງ ສປປ ລາວ ຕ້ອງໄດ້ເພີ່ມທະວີການຮ່ວມມືດ້ານວິຊາການ ໃນການຄົ້ນຄວ້າວາງນະໂນບາຍ ລວມທັງການຈັດຕັ້ງປະຕິບັດວຽກງານຕົວຈິງຮ່ວມ ກັນຢ່າງແຂງແຮງ ແລະ ບຸກທະລຸຢ່າງພາວະວິໄສ ເພື່ອບັນເທົາຜົນກະທົບທີ່ໜັກໜ່ວງຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດ -ການເງິນ ທີ່ພວກເຮົາກຳລັງປະເຊີນຢູ່ໃນປະຈຸບັນ. ພ້ອມນັ້ນ, ເພື່ອເປັນການສືບຕໍ່ປຶກສາຫາລື ແລະ ລົງເລິກບາງບັນຫາທີ່ຕິດພັນກັບວຽກງານການເງິນ-ເງິນຕາ ທີ່ຍັງຄົງຄ້າງ ແລະ ເປັນບັນຫາເຄັ່ງຮ້ອນຮ່ວມກັນ.
ກອງປະຊຸມໄດ້ນຳເອົາຫລາຍບັນຫາປຶກສາຫາລືກັນ ເຊິ່ງສາມາດແບ່ງອອກເປັນ 4 ກຸ່ມວຽກໃຫຍ່ ຄື: ພັນທະໜີ້ສິນ ລະຫວ່າງ ກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ; ການຫັນເປັນທັນສະໄໝ ແລະ ການ ເຊື່ອມໂຍງຂໍ້ມູນຂ່າວສານ; ວຽກງານນິຕິກຳ; ການປັບປຸງໂຄງສ້າງວິສາຫະກິດ.