ກະຊວງການຕ່າງປະເທດ ຢຶດໝັ້ນແນວທາງການຕ່າງປະເທດຂອງພັກ ບົນຫລັກການສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ໃນລະຫວ່າງ ວັນທີ 6-7 ມັງກອນ 2025 ນີ້ວ່າ: ຕະຫລອດໄລຍະຜ່ານມາ ກະຊວງການຕ່າງປະເທດ ໄດ້ເດັດດ່ຽວຢຶດໝັ້ນແນວທາງການຕ່າງປະເທດຂອງພັກໃນແຕ່ລະໄລຍະບົນຫລັກການ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ພ້ອມທັງ ສົມທົບກໍາລັງແຮງຂອງຊາດ ກັບ ກໍາລັງແຮງຍຸກສະໄໝ, ມີຄວາມເປັນເຈົ້າການ ແລະ ມີຄວາມຕັ້ງໜ້າໃນການເຊື່ອມໂຍງສາກົນຢ່າງຮອບດ້ານ, ກວ້າງຂວາງ ແລະ ເລິກເຊິ່ງ, ອັນໄດ້ເຮັດໃຫ້ເພື່ອນມິດ ຂອງ ສປປ ລາວ ໄດ້ນັບມື້ນັບເພີ່ມຂຶ້ນ, ສາມາດຍາດແຍ່ງເອົາການສະໜັບສະໜູນ ແລະ ຄວາມເຫັນອົກເຫັນໃຈ, ພ້ອມທັງການຊ່ວຍເຫລືອຈາກວົງຄະນາຍາດສາກົນ ກໍໄດ້ນັບມື້ນັບເພີ່ມຂຶ້ນເຊັ່ນກັນ ຊຶ່ງສະແດງອອກມາຮອດປັດຈຸບັນນີ້ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດ ກັບ 151 ປະເທດ ແລະ ມີການພົວພັນກັບ 140 ພັກ ຈາກ 83 ປະເທດໃນໂລກ; ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 28 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສູນ 1 ແຫ່ງ; ມີກົງສູນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 23 ແຫ່ງ, ກົງສູນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ, ຂະແໜງການຕ່າງປະເທດກໍໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງປະກອບ ສ່ວນເຮັດໃຫ້ເສດຖະກິດຂອງລາວໄລຍະຜ່ານມາ ໄດ້ຂະຫຍາຍຕົວຢ່າງໝັ້ນທ່ຽງ, ລາຍໄດ້ສະເລ່ຍຂອງປະຊາຊົນເພີ່ມຂຶ້ນ, ອັດຕາຄວາມທຸກຍາກຂອງປະຊາຊົນຫລຸດລົງ ແລະ ອື່ນໆ ຊຶ່ງສິ່ງເຫລົ່ານີ້ ກໍຍ້ອນມາຈາກການກໍານົດແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດ ຈຶ່ງສາມາດເຮັດໃຫ້ພວກເຮົາ ສາມາດຍາດແຍ່ງເອົາການສະໜັບສະໜູນ ແລະ ຊ່ວຍເຫລືອຈາກປະຊາຄົມໂລກ, ການຍາດແຍ່ງການສະໜັບສະໜູນ, ການຊ່ວຍເຫລືອ ແລະ ຄວາມເຫັນອົກເຫັນໃຈຈາກປະຊາຄົມໂລກ ຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຂອງຊາດ.
ທ່ານກ່າວຕື່ມວ່າ: ທິດທາງແຜນການເຄື່ອນໄຫວການຕ່າງປະເທດໃນຕໍ່ໜ້າ, ສືບຕໍ່ຈັດຕັ້ງຜັນຂະຫຍາຍທິດທາງ ແລະ ແນວທາງການຕ່າງປະເທດຂອງມະຕິກອງປະຊຸມໃຫຍ່ຂອງພັກໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ຕັ້ງໜ້າປະຕິບັດຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ”, ແນໃສ່ນໍາອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ, ສືບຕໍ່ສ້າງສະພາບແວດລ້ອມພາຍນອກທີ່ເອື້ອອຳນວຍ, ເປັນເຈົ້າການຍາດແຍ່ງກາລະໂອກາດ ຄຽງຄູ່ກັບການຈຳກັດຜົນກະ ທົບຈາກສະພາບພາຍນອກ, ສາມາດປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປ້ອງຜົນປະໂຫຍດແຫ່ງຊາດຂອງ ສປປ ລາວ ຢູ່ໃນເວທີສາກົນ ແລະ ຂົນຂວາຍຍາດແຍ່ງຜົນປະໂຫຍດທາງດ້ານເສດຖະກິດ ມາໃຫ້ປະເທດຊາດນັບມື້ນັບຫລາຍຂຶ້ນ, ໂດຍສະເພາະແມ່ນການເຄື່ອນໄຫວວຽກງານການຕ່າງປະເທດ ຕ້ອງຕິດພັນກັບການທູດເສດຖະກິດ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຫັນການພົວພັນຮ່ວມມືກັບເປົ້າໝາຍຕ່າງໆເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ເສີມສ້າງສາຍພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດຮ່ວມອຸດົມການສັງຄົມນິຍົມ ເປັນບຸລິມະສິດສຳຄັນ ໂດຍສະເພາະແມ່ນເຮັດໃຫ້ການພົວພັນແບບພິເສດ ລາວ-ຫວຽດນາມ ແລະ ການພົວພັນຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ມີຄຸນນະພາບອັນໃໝ່ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ, ມີໝາກຜົນກັບປະເທດເພື່ອນບ້ານ ເພີ່ມທະວີການເຄື່ອນໄຫວໃນຂອບອາຊຽນ; ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາປະເທດໃຫຍ່ຢ່າງໝັ້ນທ່ຽງ; ເປີດກວ້າງການພົວພັນຮ່ວມມືກັບປະເທດຕ່າງໆຕາມຈັງຫວະທີ່ເໝາະສົມ, ແກ້ໄຂການພົວພັນກັບປະເທດຕ່າງໆຢ່າງຄ່ອງແຄ້ວ ແລະ ຮັບປະກັນຜົນປະໂຫຍດແຫ່ງຊາດຂອງພວກເຮົາເສີມຂະຫຍາຍການເຄື່ອນໄຫວການທູດຢ່າງຮອບດ້ານ, ໂດຍສົມທົບລະຫວ່າງການເຄື່ອນໄຫວການທູດທາງການຂອງລັດ ກັບການເຄື່ອນໄຫວການທູດສາຍພັກ, ການທູດລັດຖະສະພາ ແລະ ການທູດປະຊາຊົນ; ລະຫວ່າງການທູດການເມືອງກັບການທູດເສດຖະກິດ ແລະ ການທູດວັດທະນະທຳ ແລະ ປະສານສົມທົບລະຫວ່າງວຽກງານຕ່າງປະເທດກັບປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ ເກື້ອກູນ ຊຶ່ງກັນ ແລະ ກັນ, ເພີ່ມທະວີການປະສານສົມທົບ ລະຫວ່າງ ພາກສ່ວນກ່ຽວຂ້ອງໃນການເຄື່ອນໄຫວຕໍ່ສູ້ການເມືອງ, ທັບມ້າງກົນອຸບາຍມ້າງເພທຳລາຍ, ການຫັນປ່ຽນໂດຍສັນຕິຂອງສັດຕູ, ເພີ່ມທະວີການຄຸ້ມຄອງການນໍາໃຊ້ສື່ສັງຄົມອອນລາຍ, ຕິດພັນກັບການຕອບໂຕ້ການໂຄສະນາບິດເບືອນໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ຫວັງດີ, ອະທິບາຍ ຊີ້ແຈງຕໍ່ສາກົນຢ່າງທັນການ ແລະ ຢູ່ໃນທ່າບຸກ. ເຜີຍແຜ່ແນວທາງນະໂຍບາຍຂອງພັກ – ລັດ, ຜົນສຳເລັດການເຄື່ອນໄຫວວຽກງານຕ່າງປະເທດ ເພື່ອສ້າງຄວາມເຂົ້າໃຈ ແລະ ການສະໜັບສະໜູນຈາກສັງຄົມ ເພື່ອສ້າງສະພາບເວດລ້ອມອັນດີຢູ່ພາຍໃນ ແລະ ພາຍນອກ.
ທີ່ມາ: ໜັງສືພິມ ປະຊາຊົນ