ເຮັດບຸນສິນກິນທານ ບົນພື້ນຖານຂອງຄວາມຖືກຕ້ອງ ແລະ ພໍດີ

- 15813186926606 - ເຮັດບຸນສິນກິນທານ ບົນພື້ນຖານຂອງຄວາມຖືກຕ້ອງ ແລະ ພໍດີ
- kitchen vibe - ເຮັດບຸນສິນກິນທານ ບົນພື້ນຖານຂອງຄວາມຖືກຕ້ອງ ແລະ ພໍດີ

ໂດຍ: ທິດກໍ່າ

ພໍກ້າວເຂົ້າສູ່ລະດູແລ້ງ ໂດຍສະເພາະນັບແຕ່ເດືອນຈຽງເດືອນຍີ່ເປັນຕົ້ນມາ ການເຮັດບຸນສິນກິນທານຕາມຮີດຄອງປະເພນີຂອງຊາດລາວເຮົາກໍມີຂຶ້ນຢ່າງລຽນຕິດ ເຊັ່ນໃນເດືອນສາມເພັງຜ່ານມາ ມີຫລາຍທ້ອງຖິ່ນເຂດແຂວງໄດ້ຈັດຂຶ້ນຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາເຊັ່ນ: ບຸນນະມັດສະການພະທາດສີໂຄດຕະບອງ, ບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ເຊິ່ງໃນແຕ່ລະປີແມ່ນກົງກັບເດືອນ 3 ເພັງ ຫລືວ່າ ມື້ຂຶ້ນ 15 ຄໍ່າເດືອນສາມລາວ. ສ່ວນເດືອນສາກົນປີນີ້ແມ່ນຖືກມື້ວັນທີ 12 ກຸມພາ 2025 ເປັນມື້ຕັກບາດຖວາຍສັງຄະທານແດ່ພະສົງສາມະເນນ. ນອກຈາກບຸນທີ່ກ່າວມານີ້ແລ້ວ ກ່ອນໜ້ານັ້ນ ຫລື ຫລັງໆຕໍ່ມາກໍມີບຸນອື່ນໆຕາມເງື່ອນໄຂ ແລະ ປັດໄຈຂອງແຕ່ລະທ້ອງຖິ່ນ. ສໍາລັບຢູ່ນະຄອນຫລວງວຽງຈັນ ເທົ່າທີ່ໄດ້ຕາມເຫັນແຫລ່ງຂ່າວໃນສື່ອອນລາຍກໍຍິ່ງມີຫລາຍບຸນ ແລະ ກິດຈະກໍາຕ່າງໆ ເພາະເປັນສູນກາງດ້ານການເມືອງ, ເສດຖະກິດ-ສັງຄົມຂອງປະເທດ.

- Visit Laos Visit SALANA BOUTIQUE HOTEL - ເຮັດບຸນສິນກິນທານ ບົນພື້ນຖານຂອງຄວາມຖືກຕ້ອງ ແລະ ພໍດີ
- Visit Laos Visit SALANA BOUTIQUE HOTEL - ເຮັດບຸນສິນກິນທານ ບົນພື້ນຖານຂອງຄວາມຖືກຕ້ອງ ແລະ ພໍດີ

ແນວໃດກໍຕາມ, ການເຮັດບຸນສິນກິນທານສະໄໝນີ້ມັນແຕກຕ່າງກັບສະໄໝກ່ອນຢ່າງຂາດຂັ້ນ. ຕົວຢ່າງໃນຍຸກກ່ອນການເຮັດບຸນແມ່ນບໍ່ໄດ້ເນັ້ນການໃຊ້ເງິນ ແລະ ວັດຖຸເປັນຕົ້ນຕໍໃນການເຮັດບຸນ ພຽງແຕ່ນໍາໃຊ້ສັດທາເຫື່ອແຮງປຸ້ມລຸມສາມັກຄີກັນເຮັດ, ໃກ້ຮອດມື້ບຸນມາກໍໃສ່ສະຫລາກປ່າວຫົວບ້ານຫາງບ້ານ ຫລື ໃສ່ຊອງຂ່າວເຖິງບ້ານໃກ້ຄຽງໄປຮ່ວມຕາມສັດທາ ແລະ ເປັນໄປຕາມກົດຂອງທໍາມະເປັນເຄົ້າ, ພໍຕົກມາສະໄໝນີ້ ການເຮັດບຸນສິນກິນທານ ແລະ ການບູລະນະສ້າງສາກຸດຕິວິຫານຕ່າງໆ ກ່ອນອື່ນໝົດແມ່ນຕ້ອງມີເງິນໄປຊື້ວັດຖຸ ບໍ່ຈັກວ່າດິນຈີ່ຊີມັງ, ມີທັງຫີນທັງຊາຍ, ເງິນຄ່າຈ້າງເອົານາຍຊ່າງມາເຮັດ. ໃນກໍລະນີເຮັດບຸນຕາມຮີດ 12 ຄອງ 14 ຕົວຢ່າງເຮັດບຸນກະຖິນກໍຕ້ອງມີສັດທາເປັນຕົວຕັ້ງ ມີເຈົ້າໃຫຍ່ນາຍໂຕເຂົ້າຮ່ວມ. ຈາກນັ້ນຍັງມີບໍລິວານສັດທາຈາກອອກຕົນຍາດໂຍມທັງຫລາຍພ້ອມກັນເຮັດຈຶ່ງຈະສໍາເລັດບໍລະບວນ. ນອກຈາກທີ່ກ່າວມານີ້ແລ້ວ ຍັງມີສິ່ງສາທາລະນູປະໂພກອື່ນໆຕາມຄວາມຮຽກຮ້ອງຕ້ອງການ ເພາະມັນເປັນຍຸກພັດທະນາ, ຍຸກໂລກາພິວັດທັນສະໄໝໄປໄກແລ້ວ.

ເຖິງຢ່າງໃດກໍດີ, ໃນການເຮັດບຸນສິນກິນທານ ບໍ່ວ່າໃນເງື່ອນໄຂ ແລະ ປັດໄຈໃດກໍຕາມ ຂໍໃຫ້ຢູ່ໃນກົດຂອງທໍາມະ, ບໍ່ເປັນການດູດດຶງເອົາຜູ້ທີ່ມີສັດທາເຂົ້າໄປຢູ່ໃນແວດວົງງົມງວາຍອະບາຍຍະມຸກດັ່ງ 6 ຂໍ້ຫ້າມໃນພະພຸດທະສາສະໜາໄດ້ບັນຍັດເອົາໄວ້ໃນທໍາມະນູນສົງລາວຄື: ອັນທີໜຶ່ງ ກາຍເປັນການດໍາເນີນທຸລະກິດການພະນັນ, ສອງ ໂຄສະນາຊວນເຊື່ອ, ຊັກຈູງເອົາພຸດທະສາສະໜານິກະຊົນເຊື່ອຖືງົມງວາຍ. ສາມ ອວດອ້າງຄວາມສັກສິດອິດທິລິດ ຫລື ປະຕິຫານ. ສີ່ ຫ້າມສ້າງຕັ້ງເຜີຍແຜ່ລັດທິ ຫລື ນິກາຍຕ່າງໆ. ຫ້າ ມີພຶດຕິກໍາແບ່ງແຍກຄວາມສາມັກຄີ. ຫ້າ ຫ້າມມີພຶດຕິກໍາອື່ນທີ່ເປັນການລະເມີດຫລັກທໍາມະວິໄນ. ຖ້າຝ່າຝືນ ຫລື ຢູ່ນອກກົດຂອງທໍາມະແລ້ວ ການທໍາບຸນຈະກາຍເປັນການທໍາບາບ.

ສຸດທ້າຍແລ້ວ ບໍ່ວ່າພະສົງອົງຄະເຈົ້າ ກໍຕ້ອງດຳເນີນໄປໃນທາງຖືກຕ້ອງສອດຄ່ອງກັບຫລັກທຳວິໄນ ເນັ້ນໃສ່ໃຫ້ຊາວພຸດມີປັນຍາ ແກ້ໄຂບັນຫາຊີວິດ ບໍ່ເປັນໄປເພື່ອຄວາມມອມເມົາສັດທາ ຫລື ນຳພາໄປໃນທາງທີ່ງົມງວາຍ ສ່ວນຊາວພຸດເຮົາກໍກໍຕ້ອງປະຕິບັດຕາມຄຳສອນຂອງອົງສຳມາສຳພຸດທະເຈົ້າ, ຕັ້ງຕົ້ນຢູ່ໃນສຳມາອາຊີວະ ຄືການລ້ຽງຊີບໃນທາງທີ່ຖືກຕ້ອງ ເພິ່ງຕົນເອງເປັນຫລັກ ບໍ່ອ້ອນວອນຂໍ ງໍມືງໍຕີນ ແລະ ການໃຫ້ທານຕ້ອງປະຕິບັດຕາຫລັກຄືທີ່ພຸດທະອົງສອນໄວ້ວ່າ ວິໄຈຍະທານັງ ຄືການພິຈາລະນາໃຫ້ດີແລ້ວຈຶ່ງໃຫ້ທານ ຄື: ໜຶ່ງ ສິ່ງຂອງທີ່ຈະທານ ຕ້ອງເປັນສິ່ງທີ່ໄດ້ມາດ້ວຍຄວາມບໍລິສຸດ ບໍ່ລັກ ບໍ່ຈະໂມຍ ບໍ່ໂລບ ບໍ່ໂກງ; ສອງ ບຸກຄົນທີ່ຈະໃຫ້ທານ ຕ້ອງແມ່ນບຸກຄົນທີ່ຕ້ອງການຄວາມຊ່ວຍເຫລືອ, ເປັນບຸກຄົນທີ່ຢູ່ໃນສິນ ແລະ ສຸດທ້າຍຄື ກ່ອນໃຫ້ທານ ກຳລັງໃຫ້ທານ ແລະ ຫລັງໃຫ້ທານ ກໍຕ້ອງມີຄວາມບໍລິສຸດໃຈ ການໃຫ້ທານຈຶ່ງປຽບເໝືອນການຫວ່ານພືດຜົນ ເມັດພັນດີ ດິນດີ ແລະ ບຳລຸງດໍກໍຈະໄດ້ຮັບຜົນບຸນທີ່ດີ.

- 5 - ເຮັດບຸນສິນກິນທານ ບົນພື້ນຖານຂອງຄວາມຖືກຕ້ອງ ແລະ ພໍດີ
- 3 - ເຮັດບຸນສິນກິນທານ ບົນພື້ນຖານຂອງຄວາມຖືກຕ້ອງ ແລະ ພໍດີ
- 4 - ເຮັດບຸນສິນກິນທານ ບົນພື້ນຖານຂອງຄວາມຖືກຕ້ອງ ແລະ ພໍດີ