ສາທາລະນະສຸກເພີ່ມທະວີວຽກງານປ້ອງກັນພະຍາດລະບາດໃນສູນພັກເຊົ່າຊົ່ວຄາວຜູ້ປະສົບໄພນ້ຳຖ້ວມຢູ່ເມືອງສະໜາມໄຊ

ປັດຈຸບັນ ຄະນະພາກສະໜາມຟື້ນຟູ ແລະ ແກ້ໄຂໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື ພວມຈັດສັນພະນັກງານແພດໝໍເຂົ້າເບິ່ງແຍງດ້ານສຸຂະພາບຂອງຜູ້ປະສົບໄພ, ພາຍຫລັງພົບວ່າມີຜູ້ເປັນພະຍາດໄຂ້ແມງແດງ ແລະ ຖອກທ້ອງຈຳນວນຫລາຍ.
ທ່ານຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ຮູ້ວ່າ: ເພື່ອປ້ອງກັນບໍ່ໃຫ້ເກີດພະຍາດລະບາດໃນສູນພັກເຊົ່າຊົ່ວຄາວຜູ້ປະສົບໄພນ້ຳຖ້ວມນີ້ ໄດ້ມີການປະສານສົມທົບແໜ້ນລະຫວ່າງກະຊວງສາທາລະນະສຸກ, ອົງການກາແດງ ແລະ ອົງການຈັດຕັ້ງຕ່າງໆທີ່ເຂົ້າມາຊ່ວຍເຫລືອຜູ້ປະສົບໄພແລ້ວຄັດເລືອກເອົາອາສາສະໝັກຈາກພາກສ່ວນຕ່າງໆມາຝຶກອົບຮົມກັບທີ່ ເພື່ອຊ່ວຍວຽກງານກັນພະຍາດຕ່າງໆ, ພ້ອມທັງຈັດສັນພະນັກງານແພດໝໍຈາກສູນກາງ ແລະ ແຂວງລົງມາຕິດຕາມຢ່າງໃກ້ຊິດ ເພື່ອຊ່ວຍເບິ່ງແຍງປິ່ນປົວຜູ້ເປັນພະຍາດຄື: ໄຂ້ຍຸງລາຍ, ຖອກທ້ອງ, ໄຂ້ແມງແດງ ແລະ ພະຍາດອື່ນໆ ເພື່ອບໍ່ໃຫ້ເກີດການລະບາດຮ້າຍແຮງ.
ທ່ານນາງ ສຸກສະຫວັນ ແພດປະຈຳຢູ່ສູນອາສາສະໝັກຈຸດເທສະບານເມືອງສະໜາມໄຊ ໃຫ້ຮູ້ວ່າ: ຢູ່ແຕ່ລະສູນພັກເຊົ່າຊົ່ວຄາວແມ່ນມີທີມແພດປະຈຳຊຸດລະ 4 ຄົນ, ໃນນີ້ຈາກສູນກາງ 2 ຄົນ ແລະ ໂຮງໝໍເມືອງ 2 ຄົນ ແລະ ຈະຜັດປ່ຽນກັນມາປະຈຳຊຸດລະ 7 ວັນ ເພື່ອຕິດຕາມເບິ່ງແຍງດ້ານສຸຂະພາບຂອງຜູ້ປະສົບໄພ ແລະ ເມື່ອພົບຜູ້ເປັນໄຂ້ຮຸນແຮງກໍຈະນຳສົ່ງໄປປິ່ນປົວຢູ່ໂຮງໝໍເມືອງ ຫລື ແຂວງທັນທີ ແລະ ມາຮອດປັດຈຸບັນ ຕາມໂຮງໝໍເມືອງກໍແມ່ນມີຄົນເຈັບມາປິ່ນປົວເປັນຈຳນວນຫລາຍ. ຕໍ່ບັນຫາດັ່ງກ່າວ ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ລົງຢ້ຽມຢາມຜູ້ປະສົບໄພທີ່ປິ່ນປົວຢູ່ໂຮງໝໍເມືອງສະໜາມໄຊ ເມື່ອບໍ່ດົນມານີ້, ທ່ານໄດ້ສັ່ງໃຫ້ກະຊວງສາທາລະນະສຸກສົ່ງພະນັກງານແພດຈາກສູນກາງ ແລະ ນຳເອົາອຸປະກອນການແພດລົງມາເສີມຢ່າງເລັ່ງດ່ວນ ເພື່ອເຮັດໃຫ້ການປິ່ນປົວຜູ້ໄດ້ຮັບຜົນກະທົບໄດ້ທົ່ວເຖິງ.