ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ

ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ - 57 - ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ
ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ - kitchen vibe - ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ

ຄວາມເຄັ່ງຕຶງລະຫວ່າງສະຫະລັດ ອາເມລິກາ ແລະ ອີຣານ ຂຶ້ນສູງກວ່າ ເວລາ ໃດໝົດ ພາຍຫຼັງ ອີຣານ ຍິງເຮືອບິນບໍ່ມີຄົນຂັບຂອງ ສະຫະລັດຕົກ.

ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ - 57 1 - ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ

ອີງຕາມຂ່າວ Metro ຂອງ ອີຣານ ປະກາດວ່າ: “ພ້ອມແລ້ວທີ່ຈະເຮັດສົງຄາມ” ພາຍຫຼັງໄດ້ຍິງເຮືອ ບິນບໍ່ມີຄົນຂັບຂອງສະຫະລັດ ຕົກ, ໄດ້ເຮັດໃຫ້ຄວາມເຄັ່ງ ຕຶງລະຫ່ວາງສະຫະລັດ ແລະ ອີຣານເພີ່ມຄວາມຮ້ອນແຮງ ຂຶ້ນ. ນາຍທະຫານຄົນໜຶ່ງ Hossein Salami ຫົວໜ້າ ກອງບັນຊາການກອງທັບ ຂອງ ອີຣານ (IRGC) ໃຫ້ ຮູ້ວ່າ: ທ່າທີ ດັ່ງກ່າວຂອງທະ ຫານ ອີຣານ ໄດ້ສົ່ງໄປໃຫ້ ປະ ທານາທິບໍດີ ທຣຳ ຂອງສະ ຫະລັດຮັບຊາບແລ້ວ.

ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ - Visit Laos Visit SALANA BOUTIQUE HOTEL - ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ

ຫົວໜ້າກອງບັນຊາການດັ່ງກ່າວ ຍັງໃຫ້ຮູ້ຕື່ມອີກວ່າ: “ບໍ່ຢາກເຮັດສົງຄາມ ກັບປະ ເທດໃດທັງໝົດແຕ່ພ້ອມ ແລ້ວ ທີ່ຈະດຳເນີນສົງຄາມ ຖ້າຫາກຖືກໂຈມຕີ ” ຄຳຖະແຫຼງການ ຂອງທ່ານ Hossein ຖືກ ເຜີຍແຜ່ອອກໃນໂທລະພາບ ແຫ່ງຊາດ ອີຣານ, ພາຍຫຼັງທີ່ ວໍຊິງຕັນ ແລະ ເຕເຮຣານ ໄດ້ຮັບຂ່າວວ່າ UAV ຂອງ ສະຫະລັດຖືກຍິງຕົກ.

ພາຍຫຼັງເຫດການເກີດ ຂຶ້ນ, ທຣຳ ໄດ້ຂຽນວິພາກ ວິຈານລົງໃນທະວິດເຕີສ່ວນ ຕົວ ກ່າວເຕືອນຕໍ່ ອີຣານວ່າ: ຜິດພາດໃຫ່ຍແລ້ວ.   ທຣຳ ເວົ້າວ່າ: “ທຸກຄົນຈະໄດ້ຄຳຕອບໃນໄວໆນີ້ ”

ເຖິງຢ່າງໃດກໍດີ, ເພື່ອບໍ່ ໃຫ້ສະຖານະການບານ ປາຍກວ່ານີ້, ທຣຳ ກ່າວວ່າ: ເຫດການດັ່ງກ່າວ ແມ່ນອຸປະຕິເຫດທີ່ບໍ່ໜ້າຈະເກີດຂຶ້ນ.

ສະຫະລັດອາເມລິກາ ແລະ ອີຣານ ຂັດແຍ່ງກັນ ກ່ຽວກັບຈຸດ ແລະ ສະຖານທີ່ ເຮືອບິນ UAV ລຳດັ່ງກ່າວ ຖືກຍິງຕົກ. ສຳນັກຂ່າວສານ ຂອງ ອີຣານ IRNA ໃຫ້ຮູ້ວ່າ, ເຮືອບິນ UAV ແມ່ນປະເພດ RQ-4 Global Hawk, ແຕ່ຂ່າວຈາກ CNN ຂອງສະ ຫະລັດອາເມລິກາ ອ້າງອີງຄຳ ໃຫ້ການຂອງເຈົ້າໜ້າທີ່ ທະຫານເຮືອຄົນໜຶ່ງວ່າ: ເຮືອບິນ UAV ທີ່ຖືກໂຈມ ຕີນັ້ນ ແມ່ນປະເພດ MQ-4C Triton.

ກຳລັງ IRGC ຂອງ ອີຣານ ປະກາດວ່າ: ເຮືອບິນ UAV ຂອງສະຫະລັດ ອາເມ ລິກາ ລຳດັ່ງກ່າວ ໄດ້ບິນ ລ່ວງລໍ້າເຂດນ່ານຟ່າຂອງ ບັນດາປະເທດຕາເວັນອອກ ກາງ. ໃນຂະນະດຽວກັນ ສະ ຫະລັດອາເມລິກາໂຕ້ຄືນວ່າ: ເຮືອບິນ UAV ຂອງວໍ ຊິງຕັນ ລຳດັ່ງກ່າວ ແມ່ນບິນ ຢູ່ເທິງນ່ານຟ້າຂອງສາກົນ.

ຮຽບຮຽງໂດຍ: ລູກເມືອງພວນ

                     

ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ - 5 - ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ
ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ - 4 - ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ
ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ - 3 - ອີຣານປະກາດວ່າ: ພ້ອມແລ້ວທີ່ຈະເຮັດສົງຄາມກັບສະຫະລັດອາເມລິກາ