ການຄົ້ນຫາຜູ້ສູນຫາຍຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ເມືອງວຽງໄຊເຕັມໄປດ້ວຍຄວາມລຳບາກ

ການຄົ້ນຫາຜູ້ສູນຫາຍຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ເມືອງວຽງໄຊເຕັມໄປດ້ວຍຄວາມລຳບາກ - 11 6 - ການຄົ້ນຫາຜູ້ສູນຫາຍຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ເມືອງວຽງໄຊເຕັມໄປດ້ວຍຄວາມລຳບາກ
ການຄົ້ນຫາຜູ້ສູນຫາຍຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ເມືອງວຽງໄຊເຕັມໄປດ້ວຍຄວາມລຳບາກ - kitchen vibe - ການຄົ້ນຫາຜູ້ສູນຫາຍຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ເມືອງວຽງໄຊເຕັມໄປດ້ວຍຄວາມລຳບາກ

ທ່ານເຈົ້າເມືອງວຽງໄຊແຂວງຫົວພັນ ພອນສຸກ ອິນທະວົງ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ການຄົ້ນຫາຜູ້ສູນຫາຍຈາກເຫດການນໍ້າປ່າໄຫລຊຸຢູ່ກຸ່ມບ້ານນໍ້າງາ ແມ່ນພົບຄວາມຫຍຸ້ງຍາກລໍາບາກຫລາຍ, ເຖິງແມ່ນວ່າລະດັບນໍ້າໄດ້ບົກແຫ້ງລົງ ແຕ່ພື້ນທີ່ເຂດຖືກນໍ້າຖ້ວມໄດ້ເຕັມໄປດ້ວຍຂີ້ຕົມລະດັບສູງ ແລະ ເສດຊາກຂອງຕົ້ນໄມ້, ມາຮອດດຽວນີ້ ຍັງບໍ່ສາມາດພົບເຫັນຜູ້ສູນຫາຍຈໍານວນ 7 ຄົນ ໃນຄອບຄົວຂອງທ້າວ ເຍ່ຍຈິ່ງທໍ່ ແລະ ຄອບຄົວທ້າວ ເວັງຊົ່ງ. ຕໍ່ສະພາບດັ່ງກ່າວທາງອໍານາດການປົກຄອງ ຈະລະດົມກໍາລັງ ປກຊ-ປກສ ແລະ ຊາວຫນຸ່ມຕື່ມອີກປະມານ 200 ຄົນ ມາຊ່ວຍເຫລືອຊອກຄົ້ນຜູ້ສູນຫາຍດັ່ງກ່າວໃນໄລຍະ 2-3 ວັນຕໍ່ຫນ້າ ແລະ ຖ້າບໍ່ພົບເຫັນກໍອາດຈະຍົກເລີກພາລະກິດການຄົ້ນຫາ.

ທ່ານເຈົ້າເມືອງໃຫ້ຮູ້ຕື່ມວ່າ: ເຫດການໄພນໍ້າຖ້ວມຄັ້ງຮ້າຍແຮງນີ້ເກີດຂຶ້ນໃນວັນທີ 3ສິງຫາຜ່ານມາ, ພາຍຫລັງໄດ້ມີຝົນຕົກຫນັກຫລາຍຊົ່ວໂມງຕິດຕໍ່ກັນໄດ້ເຮັດໃຫ້ 6 ບ້ານຄື: ບ້ານຟ້ອງງາ, ນາເຮືອ, ນາມັ້ນ, ຫີນດໍາ, ນາຮາມ ແລະ ບ້ານຄໍານາງ ໄດ້ຮັບຜົນກະທົບ ໂດຍມີເຮືອນຊານ ແລະ ໄຮ່ນາຮົ້ວສວນໄດ້ຮັບຄວາມເສຍຫາຍຫນັກຫນ່ວງ. ນອກນີ້, ຍັງມີບ້ານອື່ນໆ ທີ່ຕັ້ງຢູ່ລຽບສາຍນໍ້າພູນ, ນໍ້າສິມ, ນໍ້າໂສຍ ກໍໄດ້ຮັບຜົນກະທົບເສຍຫາຍເຊັ່ນກັນ.

ການຄົ້ນຫາຜູ້ສູນຫາຍຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ເມືອງວຽງໄຊເຕັມໄປດ້ວຍຄວາມລຳບາກ - Visit Laos Visit SALANA BOUTIQUE HOTEL - ການຄົ້ນຫາຜູ້ສູນຫາຍຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ເມືອງວຽງໄຊເຕັມໄປດ້ວຍຄວາມລຳບາກ

ປັດຈຸບັນ, ຫລາຍພາກສ່ວນກໍໄດ້ຮີບຮ້ອນຊ່ວຍເຫລືອກຸ່ມບ້ານທີ່ໄດ້ຮັບຜົນກະທົບຮ້າຍແຮງດັ່ງກ່າວ ແລະ ປະເມີນຜົນເສຍຫາຍໃນເບື້ອງປະມານ 13 ຕື້ກີບ.

ການຄົ້ນຫາຜູ້ສູນຫາຍຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ເມືອງວຽງໄຊເຕັມໄປດ້ວຍຄວາມລຳບາກ - 3 - ການຄົ້ນຫາຜູ້ສູນຫາຍຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນຢູ່ເມືອງວຽງໄຊເຕັມໄປດ້ວຍຄວາມລຳບາກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!