ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ

ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ - 88887 - ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ
ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ - kitchen vibe - ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ

ຮຽບຮຽງໂດຍ: ລູກເມືອງພວນ

ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ - 88887 - ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ

ທຣຳ ອາດຈະສົ່ງທູດພິເສດກ່ຽວກັບ ສປປ ເກົາຫຼີ  Stephen Biegun ໄປປ່ຽນ ແທນທູດຢູ່ລັດເຊຍທີ່ຈະລາ ອອກຈາກໜ້າທີ່.

ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ - Visit Laos Visit SALANA BOUTIQUE HOTEL - ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ

Biegun ເປັນຜູ້ໜຶ່ງຢູ່ໃນແຖວໜ້າຂອງຄວາມພະຍາຍາມໃຫ້ເກີດການ ເຈລະຈາລະຫ່ວາງ ສະຫະລັດ ກັບ ສປປ ເກົາຫຼີ, ອາດຈະຖືກທຣຳ ສົ່ງໄປເປັນທູດຢູ່ ລັດເຊຍ – ຂ່າວຈາກ Vox News

ທ່ານ ທູດສະຫະລັດທີ່ ດຳລົງຕຳແໜ່ງຢູ່ລັດເຊຍ ປັດຈຸບັນ Jon Huntsman ໄດ້ຢື່ນໃບຂໍລາອອກ ນັບແຕ່ ວັນທີ 3 ຕຸລາເປັນຕົ້ນໄປ, ເພື່ອແກ້ໄຂວຽກສ່ວນຕົວ  ແລະ ຄອບຄົວ. ທ່ານ Biegun ອາຍຸ 56 ປີຄົນນີ້, ຖືວ່າເປັນ ຜູ້ໜຶ່ງທີ່ມີຄວາມຮູ້ກ່ຽວກັບ ລັດເຊຍເລິກເຊິ່ງດີ, ເພາະ ທ່ານເຄີຍໄດ້ຮຽນກ່ຽວກັບ ວິທະຍາສາດການເມືອງ ແລະ ພາສາສາດທີ່ມະຫາວິທະຍາ ໄລ Michigan ຂອງລັດ ເຊຍມາກ່ອນ ແລະ ທ່ານກໍ ເຄີຍເປັນຜູ້ອຳນວຍການຖາ ວອນຂອງສະຖາບັນ ສາທາ ລະນະລັດສາກົນ ປະຈຳຢູ່ ມົດສະກູແຕ່ປີ 1992-1994.

ໃນສະໄໝປະທານາທິ ບໍດີ George W. Bush, Biegun ເຄີຍເປັນທີ່ປຶກສາ ລະດັບສູງດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະ    ລັດ ໃຫ້ທ່ານ Condoleezza Rice. ຫຼັງຈາກນັ້ນ, ທ່ານ ໄດ້ ໄປເປັນຜູ້ຮັບຜິດຊອບວຽກງານຕ່າງປະເທດໃຫ້ບໍລິສັດ Ford ຕະຫຼອດ 14 ປີ.

Biegun ເຄີຍຊີ້ນຳການ ເຈລະຈາລະຫວ່າງ ວໍຊິງຕັນ ກັບພຽງຢາງ ກ່ອນຈະເກີດກອງປະຊຸມສຸດຍອດລະຫວ່າງສະຫະລັດກັບ ສປປ ເກົາຫຼີ ທີ່ຮ່າໂນ້ຍ. ຖ້າ ທ່ານຫາກຖືກໄປຮັບໜ້າທີ່ຢູ່ ມົດສະກູແລ້ວ, ອາດເຮັດ ໃຫ້ວຽກງານເຈລະຈາລະຫວ່າງສອງປະເທດວ່າງລົງ. ປັດຈຸບັນທ່ານ Stephen Biegun ປະຕິເສດຂ່າວດັ່ງກ່າວຂອງ Vox News ແຕ່ໃນຂະນະດຽວກັນກະຊວງການຕ່າງປະເທດຂອງສະຫະລັດໃຫ້ຮູ້ວ່າ: ເຂົາບໍ່ທັນໄດ້ຮັບແຈ້ງການຢ່າງເປັນທາງການເທື່ອ.

ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ - 5 - ທຣຳ ອາດຈະສົ່ງທູດພູເສດກ່ຽວກັບ ສປປ ຫລີ ໄປເປັນທູດຢູ່ລັດເຊຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!