ສຸດສະເທືອນໃຈ ຊາຣາເຍໂວ ເກມ 1984 ສະໜາມທີ່ເຄີຍໃຊ້ແຂ່ງຂັນໂອລີມປິກ ຖືກເຮັດໃຫ້ກາຍເປັນລານປະຫານ


ອີງຕາມການລາຍງານຂ່າວຂອງ The Sun ສື່ດັງໄດ້ລາຍງານໃຫ້ຮູ້ວ່າ: ກ່ຽວກັບສະໜາມແຂ່ງຂັນໂອລິມປີກຄັ້ງທີ່ຜ່ານໆມາໃນປະຫວັດສາດເຊີ່ງກໍ່ຄື ສະໜາມກີລາໂອລີມປີກລະດູໜາວເມື່ອປີ 1984 ທີ່ເມືອງຊາຣາເຍໂວ ປະເທດສະໂລວາເກຍເປັນເຈົ້າພາບ


ໂດຍຫຼັງຈາກເວລາໄດ້ຜ່ານໄປຍາວນານເຖີງ 36 ປີ ສະໜາມດັ່ງກ່າວນັ້ນເຫຼືອພຽງຊາກຄວາມຫົກເຮື້ອ ແລະ ກາຍເປັນດິນແດນທີ່ຖືກລືມຜູ້ຄົນກໍ່ບໍ່ໄດ້ໃຫ້ຄວາມສົນໃຈທີ່ຈະເດີນທາງເຂົ້າໄປໃນສະຖານທີ່ດັ່ງກ່າວ ຕົ້ນເຫດສຳຄັນທີ່ເຮັດໃຫ້ສະໜາມກີລາດັ່ງກ່າວເປັນສະພາບແບບນັ້ນກໍ່ເພາະສົງຄາມ ບອສເນຍ ຊ່ວງລະຫວ່າງປີ 1992-1995 ທີ່ໄດ້ທຳລາຍທຸກຢ່າງພັງທະລາຍແບບບໍ່ເຫຼືອຊາກເຄົ້າໂຄງເດີມ ແລະ ຍັງບໍ່ໄດ້ບູລະນະຂື້ນມາໃໝ່ແຕ່ຢ່າງໃດ


ຊົ່ວຮ້າຍໄປກວ່ານັ້ນຄືສະຖານທີ່ທັ້ງໝົດທີ່ເຄີຍໃຊ້ໃນການແຂ່ງຂັນໂອລີມປິກຖືກນຳມາໃຊ້ເປັນເກມສົງຄາມຂ້າລ້າງເຜົ່າພັນ ບ້ານພັກນັກກີລາຖືກນຳມາເປັນສະຖານທີ່ຄຸມຂັງສະເລີຍເສີກຂອງຝ່າຍຕົງຂ້າມ ແລະ ແທ່ນມອບຮັບຫຼຽນລາງວັນອັນຊົງກຽດຖືກໃຊ້ເປັນບ່ອນປະຫານຊີວິດ


ສຳຫຼັບ ສົງຄາມ ບອສເນຍ ຖືເປັນຄວາມຂັດແຍ້ງທາງຊາດຕິພັນລະຫວ່າງຊາວໂຄແອດທີ່ນັບຖືສາສະໜາກາໂຕລິກ,ຊາວເຊິບ ທີ່ນັບຖືນິກາຍອໍທໍດອກ ແລະ ຊາວບອສນີແອກເຊີ່ງເປັນມຸດສະລິມ ກ່ອນທີ່ທຸກຢ່າງຈະຈົບລົງດ້ວຍການລົງນາມໃນສົນທິສັນຍາດ້ວຍການກຳໜົດໃຫ້ປະເທດບອສເນຍ ແລະ ເຮີເຊໂກວິນາ ແບ່ງເຂດການປົກຄອງອອກເປັນສອງເຂດຄື: ສະຫະພັນທະຣັດບອສເນຍ ແລະ ເຮີເຊໂກວິນາ ເຊີ່ງເປັນທີ່ຢູ່ອາໄສຂອງຊາວມຸດສະລິມ ແລະ ໂຄແອດ ສ່ວນສາທາລະນະລັດເຊິບສະກາ ຈະເປັນທີ່ຢູ່ອາໄສຂອງຊາວເຊິບ

