Google ຖືກ EU ປັບໄໝ 2,4 ພັນລ້ານເອີໂຣ ເພາະຈັດອັນດັບຄົ້ນຫາຂໍ້ມູນບໍ່ເປັນທຳ

- kitchen vibe - Google ຖືກ EU ປັບໄໝ 2,4 ພັນລ້ານເອີໂຣ ເພາະຈັດອັນດັບຄົ້ນຫາຂໍ້ມູນບໍ່ເປັນທຳ

- 96700120 817b71a1 63fb 4557 a7db 94d18b6333d5 - Google ຖືກ EU ປັບໄໝ 2,4 ພັນລ້ານເອີໂຣ ເພາະຈັດອັນດັບຄົ້ນຫາຂໍ້ມູນບໍ່ເປັນທຳ

ຄະນະ​ກຳມາ​ທິການ​ເອີຣົບ (EU) ສັ່ງ​ປັບ​ໄໝ Google ​ເປັນ​ເງິນ 2,4 ພັນ​ລ້ານ​ເອີ​ໂຣ, ພາຍຫລັງ​ຕັດສິນ​ວ່າ​ບໍລິສັດສັນຊາດ​ອາ​ເມ​ລິ​ກາ​ແຫ່ງ​ນີ້​ໃຊ້​ອຳນາດ​ໃນ​ຖານະ​ຜູ້​ໃຫ້​ບໍລິການ​ຄົ້ນຫາ​ຂໍ້​ມູນ​ຍັກ​ໃຫຍ່​ໃນ​ການຈັດ​ອັນ​ດັບ​ການຄົ້ນຫາ​ຂໍ້​ມູນ​ທີ່​ບໍ່​ເປັນ​ທຳ ​ໂດຍ​ຈັດ​ບໍລິການ​ປຽບທຽບ​ສິນຄ້າ​ທີ່​ຈ່າຍ​ເງິນ​ໃຫ້ Google ​ໄປ​ໄວ້​ຕຳ​ແໜ່​ງ​ເທິງ​​ໃນ​ຜົນ​ການ​ຄົ້ນຫາ​ຂໍ້​ມູນ​ສິນຄ້າ ​ເຮັດ​ໃຫ້​ບໍລິສັດ​ຄູ່​ແຂ່ງ​ເສຍປຽບ. ຖື​ເປັນ​ການ​ປັບ​ໄໝ​ສູງ​ສຸດ​ເປັນ​ປະຫວັດສາດ​ທີ່ EU ສັ່ງ​ລົງ​ໂທດ​ບໍລິສັດ​ທີ່ຖືກ​ກ່າວ​ຫາ​ວ່າ: ລະ​ເມີດ​ກົດໝາຍ​ຕໍ່ຕ້ານ​ການ​ຜູກຂາດ​ທາງ​ການ​ຄ້າ.

- Visit Laos Visit SALANA BOUTIQUE HOTEL - Google ຖືກ EU ປັບໄໝ 2,4 ພັນລ້ານເອີໂຣ ເພາະຈັດອັນດັບຄົ້ນຫາຂໍ້ມູນບໍ່ເປັນທຳ

- google product search - Google ຖືກ EU ປັບໄໝ 2,4 ພັນລ້ານເອີໂຣ ເພາະຈັດອັນດັບຄົ້ນຫາຂໍ້ມູນບໍ່ເປັນທຳ

ທ່ານ​ນາງ ມາຣ​ເກດ ​ເວສທາ​ເກີ ກຳມາ​ທິການ​ດ້ານ​ການ​ແຂ່ງຂັນ​ທາງ​ການ​ຄ້າ​ຂອງ​ສະຫະພາບ​ເອີຣົບ ລະບຸ​ວ່າ: ສິ່ງ​ທີ່ Google ​ເຮັດ​ຜິດ​ກົດໝາຍ​ຕໍ່​ຕ້ານ​ການ​ຜູກຂາດ​ທາງ​ການ​ຄ້າ​ຂອງ EU. ພ້ອມ​ຊີ້​ວ່າ: Google ​ປິດ​ໂອກາດ​ດ້ານ​ການ​ແຂ່ງຂັນ​ຂອງ​ບໍລິສັດ​ຄູ່​ແຂ່ງ​ອື່ນໆ ​ແລະ ສິ່ງ​ສຳຄັນ Google ປິດ​ກັ້ນຜູ້​ບໍລິ​ໂພ​ກຢູ່​ເອີຣົບຈາກ​ຜົນ​ປະ​ໂຫຍ​ດທີ່​ເກີດ​ຈາກ​ການ​ແຂ່ງຂັນ​ທາງ​ການ​ຄ້າ, ການ​ເລືອກ​ຢ່າງ​ແທ້​ຈິງ ​ແລະ ນະ​ວັດຕະ​ກຳ​ຕ່າງໆ.

ນອກ​ຈາກ​ນີ້, ຄະນະ​ກຳມາ​ທິການ​ເອີຣົບຍັງ​ມີ​ຄຳ​ສັ່ງ​ໃຫ້ Google ຢຸດ​ການ​ກະທຳ​ແບບ​ນີ້​ພາຍ​ໃນ 90 ວັນ, ຖ້າ​ບໍ່​ປະຕິບັດ​ຈະ​ຖືກ​ລົງ​ໂທດ​ເພີ່ມ​ອີກ ​ເຊິ່ງອາດ​ສູງ​ຂຶ້ນວັນ​ລະ 14 ລ້ານ​ໂດ​ລາ​ສະຫະລັດ.

- vjm9h07c - Google ຖືກ EU ປັບໄໝ 2,4 ພັນລ້ານເອີໂຣ ເພາະຈັດອັນດັບຄົ້ນຫາຂໍ້ມູນບໍ່ເປັນທຳ

ສ່ວນ Google ລະບຸ​ວ່າ: ຈະ​ອຸທອນ​ຄຳ​ຕັດສິນ​ດັ່ງກ່າວ ​ໂດ​ຍກ່ອນ​ໜ້າ​ນີ້ Google ອ້າງ​ວ່າ: ​ເວັບ​ໄຊ​ຂາຍ​ສິນຄ້າ ​ແອ​ມະ​ຊອນ ​ແລະ ອີ​ເບ ມີ​ອິດ​ທິພົນ​ຕໍ່​ພຶດຕິ​ກຳ​ການ​ຊື້ສິນຄ້າ​ຂອງ​ຜູ້​ບໍລິ​ໂພ​ກຫລາຍ​ກວ່າ, ພ້ອມ​ປະຕິ​ເສດ​ຂໍ້​ກ່າວ​ຫາ​ຂອງ​ຄະນະ​ກຳມາ​ທິການ​ເອີຣົບ.

ທັງ​ນີ້, ບໍລິການ Google Shopping ຈະ​ສະ​ແດງ​ພາບ ​ແລະ ລາຄາ​ສິນຄ້າ​ທີ່​ກ່ຽວຂ້ອງ​ກັບ​ຄຳຄົ້ນຫາ, ພ້ອມ​ທັງ​ຊື່​ຂອງ​ຮ້ານ​ຄ້າ ​ແລະ ຄະ​ແນນ​ການ​​ຄົ້ນຫາຄືນ ​ເຊິ່ງກໍ່​ໃຫ້​ເກີດ​ຜົນ​ກະທົບທາງ​ລົບ​ຕໍ່​ສິນຄ້າ​ຂອງ​ບໍລິສັດ​ຄູ່​ແຂ່ງ, ສ່ວນ​ລາຍ​ລະອຽດ​ທີ່​ປາກົດ​ໃນ Google Shopping ຈະ​ລະບຸ​ວ່າ: ​ເປັນ​ສິນຄ້າ​ທີ່​ຈ່າຍ​ຄ່າ​​ໂຄສະນາ ​ເຊິ່ງສະທ້ອນ​ວ່າ​ຜົນ​ການຄົ້ນຫາ​ຂໍ້​ມູນ​ຂອງ​ບໍລິການ​ນີ້​ຈະ​ສະ​ແດງ​ສະ​ເພາະ​ສິນຄ້າ​ທີ່​ຈ່າຍ​ຄ່າ​ໂຄສະນາ​ໃຫ້ Google ​ເທົ່າ​ນັ້ນ ​ເຊິ່ງຕ່າງ​ຈາກ​ຜົນ​ການຄົ້ນຫາ​ຕາມ​ປົກກະຕິ.

- shopping after - Google ຖືກ EU ປັບໄໝ 2,4 ພັນລ້ານເອີໂຣ ເພາະຈັດອັນດັບຄົ້ນຫາຂໍ້ມູນບໍ່ເປັນທຳ

ຖ້າ​ເປັນ​ການຄົ້ນຫາ​ຈາກ​ມື​ຖື, ຜູ້​ໃຊ້​ຈະ​ເຫັນ​ສະ​ເພາະ​ສິນຄ້າ​ຈາກ​ບໍລິການ Google Shopping ​ເທົ່າ​ນັ້ນ ​ແລະ ຈະ​ຕ້ອງ​ເລື່ອນ​ໜ້າ​ຈໍ​ລົງ ຖ້າ​ຕ້ອງການ​ເບິ່ງ​ລິງ​ສິນຄ້າ​ອື່ນ. ນອກຈາກ​ນີ້ Google ຍັງ​ໄດ້ຜົນ​ປະ​ໂຫຍ​ດຈາກ​ການ​ໂຄສະນາ​ຂອງ Google Shopping ສະ​ແດງ​ພາບ​ສິນຄ້າ​ທີ່​ມີ​ຄວາມ​ໂດດ​ເດັ່ນ​ຫລາຍ​ກວ່າ​ໂຄສະນາ​ອື່ນ​ທີ່​ປາກົດ​ສະ​ເພາະ​ຕົວ​ອັກສອນ.

- 5 - Google ຖືກ EU ປັບໄໝ 2,4 ພັນລ້ານເອີໂຣ ເພາະຈັດອັນດັບຄົ້ນຫາຂໍ້ມູນບໍ່ເປັນທຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!