ຜົນການຕີຄີປີນີ້ຝ່າຍປະຊາຊົນສາມາດເອົາຊະນະຝ່າຍພະນັກງານລັດຖະກອນໄດ້ 5 ຕໍ່ 4 ປະຕູ


ກິດຈະກຳແຈ່ງຂັນກິລາຕີຄີ ເນື່ອງໃນບຸນນະມັດສະການພະທາດຫລວງວຽງຈັນ ແມ່ນກິດຈະກຳນຶ່ງທີ່ມີຄວາມສຳຄັນ ແລະ ສືບທອດກັນມາແຕ່ດົນນານ ເຊິ່ງຈັດຂຶ້ນໃນມື້ສຸດທ້າຍຂອງບຸນທາດຫຼວງ ຄືມື້ຂຶ້ນ15 ຄໍ່າເດືອນສິບສອງລາວຂອງທຸກໆປີ ແລະ ປີນີ້ກົງກັບວັນຈັນທີ 31 ຕຸລາ 2020 .


ຕາມຄວາມເຊື່ອທີ່ເລົ່າ ສືບຕໍ່ກັນມາ ການແຂ່ງຂັນກິລາດັ່ງກ່າວນີ້ກໍເພື່ອເປັນການສ່ຽງທວາຍຊາຕາຂອງບ້ານເມືອງ ໂດຍແບ່ງອອກເປັນ 2 ຝ່າຍຄື ປະຊາຊົນ ແລະ ຝ່າຍພະນັກງານລັດຖະກອນ. ໂດຍຜົນການແຂ່ງຂັນ ປີໃດ ຫາກຝ່າຍພະນັກງານລັດຖະກອນຊະນະ ແມ່ນປີນັ້ນ ຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ ເຂົ້າໝາກປາແພງ, ມີໂຈນຂີ້ລັກງັດແງະຫລາຍ, ເກີດພະຍາດ ລະບາດ, ແຕ່ຖ້າປີໃດ ຝ່າຍປະຊາຊົນ ຫລື ຕົວແທນຂອງຊາວກະສິກອນ ຊາວໄຮ່ນາ ຊະນະ ປີນັ້ນຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍ, ເຂົ້າປາອາຫານ ເຫລືອຢູ່ເຫລືອກິນ, ປະຊາຊົນຢູ່ເຢັນ ເປັນສຸກ ບ້ານເມືອງສະຫງົບສຸກ


ທັງນີກໍເພື່ອສະແດງເຖິງກ້ອນກຳລັງຄວາມສາມັກຄີ ແລະ ຄວາມແຂງແກ່ນຂອງປະຊາຊົນ, ປະຊາຊົນຄື ຫົວໃຈ ແລະ ກຳລັງຂອງຊາດ.


ເຊິ່ງຜົນການແຂ່ງຂັນປີນີ້ຝ່າຍປະຊາຊົນສາມາດເອົາຊະນະຝ່າຍລັດຖະກອນໄດ້ 5-4 ປະຕູ ໂດຍຜົນທຳນາຍວ່າ ຈະເຮັດໃຫ້ປີນີ້ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍ, ເຂົ້າປາອາຫານ ເຫລືອຢູ່ເຫລືອກິນ, ປະຊາຊົນຢູ່ເຢັນ ເປັນສຸກ ບ້ານເມືອງສະຫງົບສຸກ.