ຕຳຫລວດຈີນຈັບກຸມຍິງອາຍຸ 59 ປີ ທີ່ປ່ຽນແປງໃບໜ້າເພື່ອໜີໜີ້ຈຳນວນ 25 ລ້ານຢວນ

ສຳນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ຈາກ​ນະຄອນ​ຫລວງ​ປັກ​ກິ່ງ​ໃນ​ວັນ​ທີ 30 ກໍລະກົດ​ແລ້ວ​ນີ້​ວ່າ: ຄະດີ​ທີ່​ສະ​ແດງ​ໃຫ້​ເຫັນ​ຈະ​ແຈ້ງ​ເຖິງ​ຄວາມທ້າທາຍ​ທີ່​ປະ​ເທດ​ຈີນ​ກຳລັງ​ຜະ​ເຊີນ ​ໃນ​ຂະນະ​ທີ່​ພະຍາຍາມ​ກໍ່ຕັ້ງສັງຄົມ​ສິນ​ເຊື່ອ. ສຳນັກ​ຂ່າວ​ຊິນ​ຮົວລາຍ​ງານ​ວ່າ: ​ເຈົ້າໜ້າ​ທີ່​ຕຳຫລວດ​ທີ່​ຈັບ​ກຸມ​ຕ້ອງ​ຕົກ​ໃຈ​ເມື່ອ​ເຫັນ​ໃບ​ໜ້າ​ໃໝ່​ທີ່​ປ່ຽນ​ໄປ​ຂອງ​ນາງ ຈູ ໝ່າ​ຈ້ວນ ​ທີ່​ຫລົບໜີ​ຄະດີ​ໄປ​ຢູ່​ເມືອງ​ເສິນ​ເຈິ້ນ ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ ພາຍຫລັງ​ສານ​ເມືອງ​ຫວູຮັນ ​​ມົນທົນ​ຫູ​ເປຍ ທາງ​ພາກ​ກາງ ມີ​ຄຳ​ສັ່ງ​ໃຫ້​ນາງ​ຊຳລະ​ໜີ້. ຕຳຫລວດ​ເປີດ​ເຜີຍ​ກັບ​ນັກ​ຂ່າວ​ຊິນ​ຮົວວ່າ: ຮູ​້ສຶກ​ແປກ​ໃຈ​ກັບ​ໃບ​ໜ້າ​ໃໝ່, ນາງ ຈູ ​ເບິ່ງ​ຄື​ຜູ້ຍິງ​ອາຍຸ​ປະມານ…

ຜູ້ໄດ້ຮັບບາດເຈັບຈາກຖັງອົກຊີລະເບີດຢູ່ເຂດກໍ່ສ້າງເຂື່ອນນໍ້າງຽບ 1 ພົ້ນຂີດອັນຕະລາຍ ແລ້ວ

  ຕາມລາຍງານຈາກເວບໄຊບໍລິສັດນໍ້າງຽບ 1 ໃຫ້ຮູ້ວ່າ: ກໍາມະກອນຊາວຫວຽດນາມສອງຄົນທີ່ໄດ້ຮັບບາດເຈັບຈາກຖັງອົກຊີລະເບີດເມື່ອທ້າຍອາທິດຜ່ານມານັ້ນປັດຈຸບັນແມ່ນພົ້ນຂີດອັນຕະລາຍແລ້ວ. ບໍລິສັດດັ່ງກ່າວ ລາຍງານວ່າ: ເຫດລະເບີດຂອງຖັງອົກຊີເຈນຄວາມດັນສູງທີ່ເຂື່ອນໃຫຍ່ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງຽບ 1 ທີ່ເມືອງບໍລິຄັນແຂວງ ບໍລິຄຳໄຊໃນເວລາປະມານ 22:00 ໂມງຂອງວັນທີ 28 ກໍລະກົດຜ່ານມາ, ໄດ້ເຮັດໃຫ້ກຳມະກອນຊາວຫວຽດນາມ 6 ຄົນເສຍຊີວິດ ແລະ ອີກສອງຄົນໄດ້ຮັບບາດເຈັບ…

ສາທານະຄອນຫລວງ​ເຕືອນ​ໃຫ້​ລະວັງ​ການລະບາດຂອງພະຍາດ​ໄຂ້​ເລືອດ​ອອກ

ວັນ​ທີ 1 ສິງຫານີ້, ທ່ານ ຈັນທະ​ໄລ ໄຊຍະວົງ ຫົວໜ້າຂະ​ແໜງລະບາດ​ວິທະຍາ, ພະແນກສາທາລະນະ​ສຸກນະຄອນຫລວງ​ວຽງຈັນ ​ໄດ້​ອອກ​ມາ​ເຕືອນ​ໃຫ້​ປະຊາຊົນ​ເຝົ້າ​ລະວັງ ​ແລະ ປ້ອງ​ກັນ​ການລະບາດ​ຂອງ​ພະຍາດ​ໄຂ້​ເລືອດ​ອອກ ທີ່ກຳລັງ​ລະບາດໃນປັດຈຸບັນ, ຊຶ່ງນັບ​ແຕ່​ຕົ້ນ​ປີມານີ້​ເຫັນ​ວ່າ​ມີ​ຜູ້​ຕິດ​ເຊື້ອພະຍາດ​ດັ່ງກ່າວແລ້ວ​ຫລາຍ​ກວ່າ 1.200 ຄົນ, ຊຶ່ງ​ສະ​ເລ່ຍ​ແຕ່​ລະອາ​ທິດ​ຈະ​ມີ​ຜູ້​ຕິດ​ເຊື້ອປະມານ 10 ກວ່າ​ຄົນ, ​ສົ່ງ​ຜົນ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ 1…

ສານປະຊາຊົນແຂວງບໍ່ແກ້ວຕັດສີນປະຫານຊີວິດຜູ້ຄ້າຢາເສບຕິດສອງຄົນ

ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງບໍ່ແກ້ວໄດ້ຕັດສີນປະຫານຊີວິດຜູ້ຄ້າຢາເສບຕິດສອງຄົນຄື: ທ້າວ ໄມຈັນດີ ອາຍຸ 27 ປີຢູ່ບ້ານຊຽງກົກໃໝ່ເມືອງລອງແຂວງຫລວງນໍ້າທາ ແລະ ທ້າວ ໃຈໂຟ ອາຍຸ 23 ປີຢູ່ບ້ານຫ້ວຍແມງເມືອງປາກທາແຂວງບໍ່ແກ້ວ. ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ທ້າວ ໄມຈັນດີ ຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອທ້າຍປີ 2016 ຜ່ານມາ,…

ຊາຣາໂປວາ ຜ່ານເຂົ້າຮອບ 2 ເຕັນນິສທີ່ ສະຫະລັດ

ການແຂ່ງຂັນເຕັນນິສດັບ ເບິລຢູທີເອທົວ ລາຍການ ແບງ ອອຟ ເດິ ເວສ ຄລາສສິກ ທີ່ສະ ແຕນຟອດ ປະເທດສະຫະລັດ ອາ ເມຣິກາ ເປັນການແຂ່ງຂັນປະ ເພດຍິງດ່ຽວຮອບທຳອິດ ມາເຣຍ ຊາຣາໂປວາ ນັກເຕັນນິສສາວ ຈາກ ຣັດເຊຍ…

ຢູຟາ ລົງໂທດ ໂຈນ 2 ນັດ ກໍລະນີ້ເວົ້າຈາບໍ່ເໝາະສົມຕໍ່ເຈົ້າໜ້າທີ່ກວດສານເສບຕິດ

ສະຫະພັນບານເຕະເອີຣົບ ຫຼື ຢູຟາ ປະກາດລົງໂທດດາວເຕະ ຂອງ ແມນເຊສເຕີ ຢູໄນເຕັດ 2 ຄົນ ເຊິ່ງ ຟິລ ໂຈນ ຖືກລົງໂທດ 2 ນັດ, ສ່ວນ ດາລີ ບລິນ ຖືກປັບ ເງິນພຽງຢ່າງດຽວ…

ແມນເຊສເຕີ ຢູໄນເຕັດ ຄວ້າ ມາຕິດ ມາຮ່ວມທີມແລ້ວ

ສະໂມສອນ ແມນເຊສເຕີ ຢູໄນເຕັດ ປະກາດຄວ້າໂຕ ເນມັນ ຍາ ມາຕິດ ກອງກາງຊາວເຊີເບຍ ຂອງທີມ ເຊລຊີ ຄູ່ແຂ່ງຮ່ວມລີກ ມາຮ່ວມທີມຢ່າງເປັນທາງການ. ສຳລັບ ມາຕິດ ທີ່ມີຄ່າໂຕ ຢູ່ທ່ີ 40 ລ້ານປອນ ແລະ ຈະ…

ໄອໂອຊີ ຕົກລົງໃຫ້ ແອລເອ ຈັດການແຂ່ງຂັນໂອແລມປິກ ເກມ 2028

ຄະນະກຳມະການໂອແລມປິກສາກົນ (ໄອໂອຊີ) ປະກາດ ເມື່ອໃນວັນທີ 31 ກໍລະກົດຜ່ານ ມາ ວ່າ ນະຄອນຫຼວງລອສ ແອງ ເຈລິສ ປະເທດສະຫະລັດ ອາເມ ຣິກາ ໄດ້ເຮັດຂໍ້ຕົກລົງເພື່ອເປັນ ເຈົ້າພາບການແຂ່ງຂັນໂອແລມ ປິກ ເກມ ລະດູຮ້ອນ ປະຈຳປີ…

ສັນຕິ ຄວ້າແຊ໋ມກ໊ອຟຮຸ່ນທົ່ວໄປ ຊີງຂັນພະນະທ່ານນາຍົກລັດຖະມົນຕີ 2017

ທ່ານ ສັນຕີ ສີທຸມມະລັດ ນັກ ກິລາກ໊ອຟປະສົບການຫຼາຍຈາກ ແຂວງບໍ່ແກ້ວ ປະກາດສັກດາ ຄວ້າແຊ໊ມການແຂ່ງຂັນກິລາ ກ໊ອຟໃນຮຸ່ນທົ່ວໄປ ຊີງຂັນພະນະ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ປະຈຳປີ 2017 ເພື່ອ ລະດົມທຶນຊ່ວຍນັກກິລາກ໊ອຟທີມຊາດລາວ ກຽມເຂົ້າຮ່ວມງານ ມະຫະກຳກິລາຊີເກມ ຄັ້ງທີ…

ລວມຄໍາຄົມ ບຸກຄົນສໍາຄັນຂອງໂລກ (ຕໍ່)

ສິລະປະຂອງຄວາມກ້າວໜ້າຄື ຮັກສາລະບຽບວິໄນທ່າມກາງການປ່ຽນແປງ ແລະ ຮັກສາຄວາມປ່ຽນແປງທ່າມການລະບຽບວິໄນ (ທ່ານ ອັລເຟຣດ ນໍຣ໌ ໄວດ໌ເຮດ ນັກຄະນິດສາດ ແລະນັກປັດຊະຍາຊາວອັງກິດ). ຖ້າໃຜເຮັດດີກັບເຮົາໃຫ້ຈື່ ແຕ່ເຮົາເຮັດດີກັບໃຜໃຫ້ລືມ (ທ່ານ ທຽມ ໂຊດວັນນາ ອະດີດປະທານກຸ່ມທຸລະກິດສະຫະພັນ). ອັນຕະລາຍທີ່ແທ້ຈິງ ບໍ່ແມ່ນຢູ່ບ່ອນວ່າຄອມພິວເຕີຈະເລີ່ມຄິດຄືມະນຸດ ແຕ່ຢູ່ບ່ອນວ່າມະນຸດຈະເລີ່ມຄິດຄືຄອມພິວເຕີ (ທ່ານ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!