ຣັດເຊຍຕຳໜິອາເມລິກາທີ່ປະນາມ ປະເທດຕົນ ແລະ ຈີນໃນບັນຫາແຫລມເກົາຫລີ

ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ​ວ່າ: ອາ​ເມ​ລິ​ກາ ​ແລະ​ ປະ​ເທດ​ອື່ນໆ​ໄດ້​ຖິ້ມ​ໂທດ​ໃສ່ປະ​ເທດ​ຕົນ ​ແລະ​ ຈີນ​ ​ໃນ​ກໍ​ລະ​ນີ​ ສ​ປ​ປ ​ເກົາຫຼີ​ ທົດ​ລອງ​ຍິງລູກສອນໄຟ​ໃນ​ມໍ່ໆ​ນີ້​ ທັງໆ​ທີ່​ການ​ກະ​ທຳ​ດັ່ງ​ກ່າວ​ບໍ່​ມີ​ເຫດ​ຜົນ​ແຕ່​ຢ່າງ​ໃດ. ຖະ​ແຫຼງ​ການ​ລະ​ບຸ​ວ່າ: ນັບ​ແຕ່​ ສ​ປ​ປ ​ເກົາຫຼີ​ ລະ​ເມີດ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ແລະ ​ຍິງລູກສອນໄຟ​ໃນ​ວັນ​ທີ…

ກຸ່ມບໍລິສັດດວງເດືອນມອບອຸປະກອນກູ້ຊີບໃຫ້ອາສາກູ້ໄພສະຫວັນນະເຂດ

ໃນວັນທີ 31 ກໍລະກົດຜ່ານ ມານີ້, ກຸ່ມບໍລິສັດດວງເດືອນ (ຮ້ານ ຄຳ ລີຈ່ຽນ) ໄດ້ມອບອຸ ປະກອນກູ້ ຊີບ ໃຫ້ແກ່ມູນນິທີ ອາສາຊ່ວຍ ເຫລືອກູ້ໄພ ແຂວງ ສະຫວັນນະເຂດປະກອບມີ: ຕຽງ ນອນຄົນ ເຈັບ, ລາງຕຽງ,…

ຊາວນະຄອນຫລວງວຽງຈັນຫລາຍຄົນ ຕົກໃຈຈາກລະບົບໄຟຟ້າບໍ່ປົກກະຕິ

​ເພ່ືອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ບໍ່​ຮູ້​ວ່າ​ດ້ວຍ​ສາ​ເຫດ​ໃດ​ໃນ 2-3 ມື້ຜ່ານ​ມາ​ນີ້, ສະພາບ​ການ​ສະໜອງ​ໄຟຟ້າ​ຢູ່​ນະຄອນຫລວງ​ວຽງ​ຈັນ​​ເຫັນ​ວ່າ​ຜິດ​ປົກກະຕິ​ຫລາຍ ບຶດ​ໄຟ​ແຮງ, ບຶດ​ໄຟ​ຄ່ອຍ ​ເປັນ​ມັບໆ​ແມັບໆ​ຢ່າງ​ໜ້າ​ຢ້ານ​ກົວ ພ້ອມ​ໄດ້​ສົ່ງ​ຜົນ​ກະທົບ​ໃຫ້​ເຄື່ອງ​ໄຟຟ້າ​ຫລາຍ​ຢ່າງ​ໃນ​ບາງ​ຄອບຄົວ​ໄດ້​ຮັບ​ຜົນ​ກະທົບ ​ແລະ ​ໃນ​ຂະນະ​ນັ້ນ ກອງ​ບັນນາທິການ​ໜັງສືພິມ​ພວກ​ເຮົາ​ກໍ​ໄດ້​ຖາມ​ໄປ​ຫລາຍ​ເຂດ​ໃນ​ນະຄອນຫລວງ​ມີ​ຫລາຍ​ຄອບຄົວ​ກໍ​ຕົກ​ຢູ່​ໃນ​ສະພາບ​ດັ່ງກ່າວ ​ໂດຍ​ສະ​ເພາະ​ແມ່ນ​ຍາມ​ຫົວ​ຄໍ່າລະຫວ່າງ 18-20 ​ໂມງ ​ແລະ ຕໍ່​ສະພາບ​ດັ່ງກ່າວ​ກໍ​ບໍ່​ໄດ້​ຮັບ​ການ​ແຈ້ງ​ເຕືອນ​ໃດໆ​ຂອງ​ພາກສ່ວນ​ຮັບຜິດຊອບ ​ແລະ ຫລາຍ​ຄົນ​ກໍ​ມີ​ຄຳ​ຖາມ​ມາ​ວ່າ: ຖ້າ​ເກີດ​ກໍລະນີ​ຮ້າຍ​ແຮງ​ສົ່ງ​ຜົນ​ກະທົບ​ເຖິງ​ເຄື່ອງ​ໃຊ້​ໄຟຟ້າ​ທີ່​ມີ​ລາຄາ​ແພງ​ນັ້ນ​ແມ່ນ​ໃຜ​ຈະ​ເປັນ​ຜູ້​ຮັບຜິດຊອບ….

ສກຈຮ ປະຕູຄໍາ ຈໍາກັດ ຈະຊຳລະສະສາງຄ່າບໍລິການຕ່າງໆຜ່ານ ທຄຕລ

ພິທີລົງເຊັນສັນຍາການຮ່ວມມືລະຫວ່າງທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ ແລະ ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ (ສກຈຮ) ປະຕູຄໍາ ຈໍາກັດ ກ່ຽວກັບການບໍລິການຊຳລະສະສາງຄ່າບໍລິການຕ່າງໆຜ່ານ ທຄຕລ (BILL PAYMENT) ໄດ້ມີຂຶ້ນໃນວັນທີ 28 ກໍລະກົດນີ້ນະຄອນຫລວງ ວຽງຈັນລະຫວ່າງທ່ານ ພັນຊະນະ ຄຸນນຸວົງ ຮອງຜູ້ອໍານວຍການໃຫຍ່ ທຄຕລ…

ສ.ເກົາຫລີຊ່ວຍສ້າງໂຮງໝໍນ້ອຍທີ່ບ້ານຄຳປ່າແໜ ເມືອງຈຳພອນແຂວງສະຫວັນນະເຂດ

ພິທີວາງສີລາລືກກໍ່ສ້າງ ໂຮງໝໍນ້ອຍຄຳປ່າແໜ-ເຢີມິນຣັກ ດ້ວຍທຶນຊ່ວຍເຫຼືອຂອງສະມາ ຄົມຄອມສິດ ອາຣຶມດາອຸນ ຊາ ຣາມດືລ ແຫ່ງ ສ.ເກົາຫຼີ ໄດ້ມີຂຶ້ນ ໃນວັນທີ 29 ກໍລະກົດ ຜ່ານມານີ້, ທີ່ບ້ານຄຳປ່າແໜ ເມືອງຈຳພອນ ແຂວງສະຫວັນນະເຂດ, ໂດຍ ການເປັນກຽດເຂົ້າຮ່ວມຂອງ ທ່ານ…

IMF ຊີ້ຍີ່ປຸ່ນຕ້ອງເລັ່ງປະຕິຮູບ ເພື່ອຫລຸດຈາກສະພາບເງິນຝືດ

ກອງ​ທຶນ​​ເງິ​ນຕາ​ສາກົນ (IMF) ​ເຕືອນ​ວ່າ: ຍີ່ປຸ່ນ​ຈະ​ຕ້ອງ​ເດີນ​ໜ້າ​ປະຕິ​ຮູບ​ໂຄງ​ສ້າງ​ຫລາຍ​ກວ່າ​ນີ້ ຈຶ່ງ​ຈະ​ສາມາດ​ຫລຸດ​ພົ້ນຈາ​ກສະພາບ​ເງິນ​ຝືດ​ໄດ້, ພາຍຫລັງ​ເດີນ​ໜ້າ​ຖອຍຫລັງ​ມາ​ຫລາຍ​ປີ. IMF ຄາດ​ຄະ​ເນ​ໃນ​ລາຍ​ງານ​ປະຈຳ​ປີ​ທົບ​ທວນ​ເສດຖະກິດ​ຍີ່ປຸ່ນ​ທີ່​ເຜີຍ​ແຜ່​ໃນ​ວັນ​ທີ 1 ສິງຫາ​ນີ້​ວ່າ: ​ເສດຖະກິດ​ຍີ່ປຸ່ນ​ອາດ​ຈະ​ຂະຫຍາຍຕົວ 1,3% ​ໃນ​ປີ​ນີ້ ​ເພາະ​ການ​ຄ້າ​ເຕີບ​ໃຫຍ່​ຕໍ່​ເນື່ອງ ​ແລະ ມີ​ແຮງ​ສະໜັບສະໜູນ​ທາງ​ການ​ເງິນ​ຊົ່ວຄາວ ​ໂດຍ​ໄດ້​ຂະຫຍາຍຕົວ​ເກີນ​ປະສິດທິພາບ 5 ​ໄຕ​ມາດ​ຕິດ​ຕໍ່​ກັນ. ຂະນະ​ທີ່​ອັດຕາ​ວ່າງ​ງານ​ຫລຸດ​ລົງຢູ່​ລະດັບ​ຕໍ່າ​ສຸດ​ເປັນ​ປະຫວັດສາດ,…

ປະເທດອາຊີໃຕ້ຍົກລະດັບການຮ່ວມມື ແກ້ໄຂບັນຫາດ້ານສຸຂະພາບ

ລັດຖະມົນຕີ​ວ່າ​ການ​ກະຊວງ​ສາທາລະນະ​ສຸກ​ຈາກ​ປະ​ເທດ​ອາຊີ​ໃຕ້​ມີ​ມະຕິ​ຮັບຮອງ​ປະລິນຍາ​ໂກ​ລົມ​ໂບ ວ່າ​ດ້ວຍ​ການ​ຍົກ​ລະດັບ​ການ​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ບັນຫາ​ດ້ານ​ສຸຂະພາບ​ໃນ​ພາກພື້ນ ລະຫວ່າງ​ກອງ​ປະຊຸມ​ສະມາຄົມ​ການ​ຮ່ວມ​ມື​ແຫ່ງ​ພາກພື້ນອາຊີ​ໃຕ້ (SAARC) ​ໃນ​ອາທິດ​ຜ່ານ​ມາ. ກອງ​ປະຊຸມ​ດັ່ງກ່າວ​ຈັດ​ຂຶ້ນຢູ່​ສີ​ລັງກາ​ລະຫວ່າງ​ວັນ​ທີ 27-30 ກໍລະກົດ​ຜ່ານ​ມາ ​ໂດຍ​ເປັນ​ການ​ຫາລື​ກັນ​ລະຫວ່າງ​ຜູ້​ແທນ​ຈາກ​ປະ​ເທດ​ສະມາຊິກ​ຂອງ​ສະມາຄົມ​ການ​ຮ່ວມ​ມື​ແຫ່ງ​ພາກພື້ນອາຊີ​ໃຕ້ ​ເຊິ່ງປະກອບ​ມີ​ອັບ​ກາ​ນິດ​ສະຖານ, ບັງ​ກະລາ​ເທດ, ພູ​ຖານ, ອິນ​ເດຍ, ມານ​ດິວ, ​ເນ​ປານ, ປາ​ກິດ​ສະຖານ ​ແລະ ສີ​ລັງກາ. ຖະ​ແຫລ​ງການ​ລະບຸ​ວ່າ: ບັນດາ​ລັດຖະມົນຕີ​ໃນ​ກອງ​ປະຊຸມ​ໄດ້​ມີ​ມະຕິ​ຮັບຮອງ​ປະລິນຍາ​ໂກ​ລົມ​ໂບ…

ອາເມລິກາຂວ້ຳບາດ ປະທານາທິບໍດີເວເນຊູເອລາ

ລັດຖະບານ​ວໍ​ຊິງ​ຕັນ​ອາ​ຍັດ​ຊັບ​ສິນ​ທັງ​ໝົດ​ຂອງ​ປະທານາທິບໍດີ ນິ​ໂກ​ລັດ​ ມາ​ດູ​ໂຣ ທີ່​ມີ​ຢູ່​ໃນ​ອາ​ເມ​ລິ​ກາ, ພາຍຫລັງ​ຜູ້ນຳ​ເວ​ເນ​ຊູ​ເອລາ​ຈັດການ​ເລືອກ​ຕັ້ງສະພາ​ປະຊາຊົນ ທີ່​ຫລາຍ​ຝ່າຍ​ເບິ່ງ​ວ່າ​ເປັນຄວາມ​ພະຍາຍາມ​ຄວບ​ຄຸມ​ອຳນາດ. ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ວໍ​ຊິງ​ຕັນ ປະ​ເທດ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 31 ກໍລະກົດ​ແລ້ວ​ນີ້​ວ່າ: ກະຊວງ​ການ​​ເງິນ​ອາ​ເມ​ລິ​ກາ​ອອກ​ຖະ​ແຫລ​ງ​ໃນ​ວັນ​ທີ 31 ກໍລະກົດ ​ເພີ່ມ​ຊື່​ຂອງ​ປະທານາທິບໍດີ ນິ​ໂກ​ລັດ ມາດ​ູ​ໂຣ ​ເຂົ້າສູ່​ບັນຊີ​ດຳ​ລາຍ​ຊື່​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ​ລັດຖະບານ​ເວ​ເນ​ຊູ​ເອລາ ​ເຊິ່ງຈະ​ຖືກ​ອາ​ຍັດຊັບ​ສິນ​ທັງ​ໝົດ​ທີ່​ມີ​ຢູ່​ໃນ​ອາ​ເມ​ລິ​ກາ ​ແລະ…

ສົກຮຽນໃໝ່ນີ້ວິທະຍາໄລລາວ-ເຢຍລະມັນ ຈະຮັບນັກສຶກສາເພີ່ມເປັນ 800 ກວ່າຄົນ

ທ່ານ ອໍານວຍການວິທະຍາ ໄລລາວ-ເຢຍລະມັນ ໄດ້ໃຫ້ຮູ້ວ່າ: ສົກຮຽນ 2017-2018 ນີ້ ທາງ ວິທະຍາໄລຂອງຕົນຈະຮັບນັກ ສຶກສາໃໝ່ເພີ່ມເປັນ 800 ກວ່າ ຄົນຈາກ 680 ຄົນໃນສົກປີ ຜ່ານມາ ແລະ ການເປີດຂາຍ ແບບຟອມສອບເສັງ ໄດ້ເລີ່ມ…

ເປີດປ້າຍສ້າງຕັ້ງສະມາຄົມລາວວຽງແຫ່ງປະເທດໄທ

ວັນທີ 30 ກໍລະກົດນີ້, ທ່ານ ຫລີ ບຸນຄໍ້າ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ປະຈໍາຣາຊະ ອານາຈັກໄທ, ພ້ອມຄະນະໄດ້ ເຂົ້າຮ່ວມ ພິທີເປີດປ້າຍ ສ້າງຕັ້ງ ສະມາຄົມລາວວຽງແຫ່ງປະ ເທດໄທ ທີ່ບ້ານໜອງຄວາຍໂຊ,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!