ລາວມອບ​ຜູ້​ຕ້ອງຫາ​ຄະດີ​ຢາ​ເສບ​ຕິດ​ໃຫ້​ເຈົ້າໜ້າ​ທີ່​ໄທດໍາເນີນຄະດີ

ເມື່ອບໍ່ດົນມານີ້, ຢູ່​ດ່ານສາກົນ​ຂົວ​ມິດຕະພາບ 4 ​ເມືອງ​ຫ້ວຍ​ຊາຍ​ແຂວງ​ບໍ່​ແກ້ວ, ​ເຈົ້າໜ້າ​ທີ່​ ປກສ ​ແຂວງດັ່ງກ່າວ​ໄດ້​ສົ່ງ​ຕົວ​ທ້າວ ​ໂກວິດ ​ແຊ​ຊົງ ອາຍຸ 28 ປີ​ສັນຊາດ​ໄທ, ຢູ່​ບ້ານ​ສາມ​ເມືອງ​​ເທີ​ງຈັງຫວັດ​ຊຽງ​ລາຍປະ​ເທດ​ໄທ, ເຊິ່ງເປັນຜູ້ຕ້ອງ​ຫາໃນ​ຄະດີ​ຄ້າຂາຍ​ຢາ​ເສບ​ຕິດ ມອບ​ໃຫ້​ເຈົ້າໜ້າ​ທີ່​ໄທເອົາຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ. ເຈົ້າໜ້າທີ່ ​ໃຫ້​ຮູ້​ວ່າ: ຜູ້​ຕ້ອງ​ຫາ​ລາຍ​ນີ້, ​ແມ່ນ​ພົວພັນໃນ​ຄະດີ​ຄ້າຂາຍ​ຢາ​ເສບ​ຕິດ​ຢູ່​ປະ​ເທດ​ໄທ​ແລ້ວ​ໄດ້​ເອົາ​ຕົວ​ຫລົບໜີ​ມາ​ຢູ່​ແຂວງ​ບໍ່​ແກ້ວເມື່ອຕົ້ນເດືອນກັນຍາ 2017…

ເລຂາທິການນາໂຕເລັ່ງໃຫ້ຂວ້ຳບາດ ສປປ ເກົາຫລີ ເຕັມຮູບແບບ

ທ່ານ ​ເຢນ ສ​ໂຕ​ລ​ເທ​ນ​ເບິ​ກ ​ເລຂາທິການ​ອົງການ​ນາ​ໂຕ ກ່າວ​ຮຽກຮ້ອງ​ໃຫ້​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ​ບັງຄັບ​ໃຊ້​ມາດ​ຕະການ​ຂວ້ຳບາດ​ຢ່າງ​ເຕັມ​ຮູບ​ແບບ​ຕໍ່ ສປປ ​ເກົາຫລີ ​ເຊິ່ງທ່ານ​ຖື​ວ່າ​ເປັນ​ໄພ​ຄຸກ​ຄາມ​ທົ່ວ​ໂລກ​ຈາກ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​​ໄກ​ເຖິງ​ເອີຣົບ ​ແລະ ອາ​ເມ​ລິ​ກາ​ເໜືອ. ​ ​ເລຂາທິການ​ອົງການ​ສົນທິສັນຍາ​ປ້ອງ​ກັນ​ອັດ​ລັງ​ຕິກ​ເໜືອ (ນາ​ໂຕ) ກ່າວ​ໃນ​ການ​ຖະ​ແຫລ​ງຂ່າວ​ຢູ່​ນະຄອນຫລວງ​ໂຕ​ກຽວ ​ແລະ ພົບ​ປະ​ກັບ​ນາຍົກລັດຖະມົນຕີ ຊິນ​ໂຊ ອາ​ເບະ ຂອງ​ຍີ່ປຸ່ນ​ວ່າ: ກໍລະນີ​ທີ່…

ຈີນເພີ່ມໂທດບໍ່ເຄົາລົບເພງຊາດ ເປັນຈຳຄຸກສູງສຸດ 3 ປີ

ຈີນ​ແກ້​ໄຂ​ກົດໝາຍ​ເພີ່ມ​ບົດ​ລົງ​ໂທດຜູ້​ບໍ່​ເຄົາລົບ​ເພງ​ຊາດ​ໃຫ້​ຖືກ​ຈຳ​ຄຸກ​ສູງ​ສຸດ 3 ປີ, ພາຍຫລັງ​ມີ​ຄຳ​ສັ່ງ​ຫ້າມ​ເອົາ​ເພງ​ຊາດ​ໄປ​ຮ້ອງ​ຕາມ​ງານ​ລ້ຽງ, ງານ​ແຕ່ງດອງ ​ແລະ ງານ​ສົບ. ຈີນ​ຜ່ານ​ຮ່າງ​ກົດໝາຍ​ເພງ​ຊາດ​ໃນ​ເດືອນ​ກັນຍາ ກຳນົດ​ບົດ​ລົງ​ໂທດ​ຜູ້​ບໍ່​ເຄົາລົບ​ເພງ​ຊາດ ​ໂດຍ​ການຈຳ​ຄຸກ 15 ວັນ, ຫລ້າ​ສຸດ​ສຳນັກ​ຂ່າວ​ຊິນ​ຮົວລາຍ​ງານ​ວ່າ: ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ສະພາ​ສູງ​ສຸດ​ກຳລັງ​ພິຈາລະນາ​ມາດ​ຕະການ​ໃໝ່​ທີ່​ຈະ​ເປັນ​ສ່ວນ​ໜຶ່ງ​ໃນ​ກົດໝາຍ​ອາຍາ ກຳ​ນົດບົດ​ລົງ​ໂທດ​ຫລາຍ​ຢ່າງ ນັບ​ແຕ່​ການ​ຖອນ​ສິດທາ​ງການ​ເມືອງ​ໄປ​ຈົນ​ເຖິງ​ການ​ຄວບ​ຄຸມ​ຕົວ​ທາງ​ອາຍາ ​ແລະ ຈຳ​ຄຸກ​ສູງ​ສຸດ 3…

ປະທານເຈົ້າໜ້າທີ່ບໍລິຫານ ແອັບເປີ້ນ-ເຟສບຸກພົບຜູ້ນຳຈີນ

ສື່​ທາງ​ການ​ຈີນ​ລາຍ​ງານ​ວ່າ: ປະທານ​ເຈົ້າໜ້າ​ທີ່​ບໍລິຫານ (CEO) ຂອງ​ບໍລິສັດ​ໄຮ​ເທັກ​ລະດັບ​ໂລກ ທ່ານ ທິມ ຄຸກ ຈາກ​ແອັບ​ເປີ້ນ ​ແລະ ທ່ານ ມາຣກ ຊັດ​ເຄີ​ເບິ​ກ ຈາກ​ເຟສບຸກ ພົບ​ປະທານປະ​ເທດ​ ສີ​ຈິ້ນຜິ​ງ ຂອງ​ຈີນ. Xi Jinping tells Mark…

ອັນເຊລອດຕີ ຢືນຢັນຂໍພັກຍາວຈົນຈົບລະດູການ

ຄາໂລ ອັນເຊລອດຕີ ຢືນ ຢັນວ່າລາວເອງຈະບໍ່ຮັບພິຈາລະນາຂໍ້ສະເໜີຈາກທີມໃດ ຈົນ ກວ່າຈະຈົບລະດູການນີ້ ຫຼັງ ຈາກທີ່ຖືກປົດອອກຈາກຕຳ ແໜ່ງຜູ້ຈັດການທີມ ບາເຢິນ ມິວນິກ ໃນໄລຍະທ້າຍເດືອນຕຸ ລາຜ່ານມາ. ນັບຕັ້ງແຕ່ເປັນຜູ້ຈັດການທີມຫວ່າງວຽກ ອັນເຊລອດຕີ ກໍມີຂ່າວເຊື່ອມໂຍງກັບຫຼາຍ ສະໂມສອນ ເຊິ່ງກໍລວມເຖິງ ເອຟເວີຕັນ ຫຼ້າສຸດ…

ຜູ້ຈັດການຊ່ວຍໂຕ ຄູຕິນໂຢ ນັດເຈລະຈາກັບໂຕແທນ ປາຣິສ ແຊັງແຊັກແມັງ ແລ້ວ

ລິເວີພູລ ຕ້ອງພົບກັບບັນ ຫາໃນການດຶງໂຕ ຟິລິບເປ ຄູຕິນໂຢ ໃຫ້ຫຼິ້ນຢູ່ໃນຖິ່ນແອນ ຟິລຕໍ່ໄປອີກຄັ້ງ ຫຼັງສື່ ອັງກິດ ລາຍງານວ່າ ເຄຍ ຊູຣັບຊຽນ ຜູ້ຈັດການສ່ວນໂຕຂອງລາວ ໄດ້ນັດພົບກັບໂຕແທນຂອງ ປາຣິສ ແຊັງແຊັກແມັງ ໄປ ເປັນທີ່ຮຽບຮ້ອຍ ທີ່ນະຄອນ ຫຼວງລອນດອນ…

ທີມຊາດເຊີເບຍ ປະກາດປົດ ມຸສລິນ ອອກຈາກຕຳແໜ່ງຜູ້ຈັດການທີມແລ້ວ

ທີມຊາດເຊີເບຍ ປະກາດ ປົດ ສະລາໂວລຍຸບ ມຸສລິນ ອອກຈາກຕຳແໜ່ງຜູ້ຈັດການທີມຢ່າງເປັນທາງການ. ເຖິງວ່າ ມຸສລິນ ອາຍຸ 64 ປີ ຈະພາທີມຜ່ານເຂົ້າໄປຫຼິ້ນ ບານໂລກ ທີ່ປະເທດຣັດເຊຍ ກາງປີໜ້າ ຊິ່ງນັບເປັນການໄປ ຫຼິ້້ນລາຍການໃຫຍ່ຮອບສຸດ ທ້າຍໃນຮອບ 8 ປີ…

ກຽມເຊຍທີມຊາດລາວ ໃນລາຍການ AFC U-19 Championship 2018 Qualifiers

ອີງຕາມເຟສບຸກຂອງ ສະຫະພັນບານເຕະແຫ່ງຊາດລາວ ວ່າ: ຍັງອີກ 4 ມື້ກ່ອນທີ່ ທີມຊາດລາວ ຣຸ່ນອາຍຸ 19 ປີ ຈະລົງແຂ່ງຂັນ ໃນລາຍການ AFC U-19 Championship 2018 Qualifiers ຮອບຄັດເລືອກ ກຸ່ມ H,…

ເອັສຣາ ເອັຟຊີ ຊະນະ ເຍົາວະຊົນແຂວງອຸດອນ 5-1 ກ່ອນເຂົ້າຮ່ວມແຂ່ງຂັນທີ່ບູລີລຳ

ສະໂມສອນ ເອັສຣາ ເອັຟ ຊີ ລົງອຸ່ນເຄື່ອງສາມາດເອົາ ຊະນະເຍົາວະຊົນແຂວງອຸ ດອນ ປະເທດໄທ 5-1 ປະຕູ ໃນທ້າຍເດືອນຕຸລາຜ່ານມານີ້ ເພື່ອກຽມຄວາມພ້ອມຕາງໜ້າໃຫ້ສະໂມສອນລາວ ເຂົ້າຮ່ວມ ການແຂ່ງຂັນ CP-Meiji Cup U-14 International Champions 2017…

ສະໜາມບິນສິງກະໂປເປີດໃຫ້ບໍລິການ “ເທີມີນໍອັດສະລິຍະ”

ສະໜາມ​ບິນ​ສາກົນ​ຊາງ​ຢີ​ຂອງ​ສິງກະ​ໂປ​ເປີດ​ໃຫ້​ບໍລິການອາຄານ​ຜູ້​ໂດຍສານ​ໝາຍ​ເລກ 4 ທີ່​ບໍລິການ​ທັງ​ໝົດ​ເປັນ “ອັດຕະ​ໂນ​ມັດ” ດ້ວຍ​ລະບົບ​ຄອມ​ພິວ​ເຕີ ນັບ​ແຕ່​ການ​ເຊັກ​ອິນ​ໄປ​ຈົນ​ເຖິງ​ການກວດປີ້​ໂດຍສານ​ກ່ອນ​ຂຶ້ນ​ເຮືອບິນ. Here’s a glimpse of what fans will experience at our all-new #ChangiT4! Stay updated…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!