ອິດສະລາແອນລະເບີດທຳລາຍອຸໂມງຮາມັດ

ກອງທັບ​ອິດສະ​ລາ​ແອນ​ລະ​ເບີດ​ທຳລາຍ​ອຸ​ໂມງ​ທີ່​ສະມາຊິກ​ກຸ່ມ​ຮາ​ມັດ​ຂຸດ​ຈາກ​ເຂດ​ກາຊາ ​ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 7 ຄົນ. ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ເຢຣູຊາ​ເລ​ມ ປະ​ເທດ​ອິດສະ​ລາ​ແອນ ​ໃນ​ວັນ​ທີ 31 ຕຸລາ​ວ່າ: ກອງທັບ​ອິດສະ​ລາ​ແອນ​ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 30 ຕຸລາ​ວ່າ: ​ໄດ້​ລະ​ເບີດ​ທຳລາຍ​ອຸ​ໂມງ​​ແຫ່ງ​ໜຶ່ງ ​ເຊິ່ງຢູ່​ຫ່າງ​ຈາກ​ບ້ານ​ຄິສຊູ​ຟູມ ປະມານ 2 ກິ​ໂລ​ແມັດ ​ແລະ ​ເຊື່ອ​ວ່າ​ຕົ້ນທາງ​ຂອງ​ການ​ຂຸດ​ອຸ​ໂມງ​ມາ​ຈາກ​ເຂດ​ກາຊາ. ທັງ​ນີ້…

Google ປັບການສະແດງຜົນການຄົ້ນຫາໂດຍອີງຈາກພື້ນທີ່ປັດຈຸບັນຂອງຜູ້ຄົ້ນຫາເປັນຫຼັກ

ປົກກະຕິແລ້ວເວລາພິມຄົ້ນຫາຂໍ້ມູນຈາກ Google ຜົນທີ່ສະແດງນັ້ນ Google ຈະຮວບຮວມຂໍ້ມູນທີ່ກ່ຽວຂ້ອງຈາກທົ່ວໂລກມາສະແດງ, ແຕ່ຕໍ່ຈາກນີ້ Google ຈະໃຊ້ວິທີການສະແດງຜົນການຄົ້ນຫາໂດຍອີງຕາມປະເທດທີ່ເຮົາຢູ່ແທນ ທັງໃນບໍລິການ Google search ແລະ Google map ເພື່ອໃຫ້ຜູ້ຄົ້ນຫາໄດ້ຂໍ້ມູນທີ່ກົງຕາມຄວາມຕ້ອງການຫຼາຍທີ່ສຸດ ​ເຊິ່ງແມ່ນວ່າເຮົາຈະປ່ຽນໂດເມນຂອງ Google ໃຫ້ເປັນອີກປະເທດໜຶ່ງແລ້ວກໍຕາມ ແຕ່ Google…

ນາຍົກເນັ້ນຫລາຍວຽກຈຸດສຸມໃຫ້ລັດຖະບານເອົາໃຈໃສ່

ໃນໂອກາດໂອ້ລົມຕໍ່ກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2017 ເມື່ອທ້າຍອາທິດຜ່ານມານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ແນະນໍາ ໃຫ້ສະມາຊິກລັດຖະບານເອົາໃຈໃສ່ປະຕິບັດວຽກງານຈຸດສຸມໃນຕໍ່ໜ້າຄື: ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ວຽກງານຮັກສາຄວາມສະຫງົບຕາມຊາຍແດນ ເພື່ອ ປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີສ້າງສະຖານະການບໍ່ດີຕ່າງໆເພື່ອຍຸແຍ່, ແບ່ງແຍກ ແລະ ກໍ່ຄວາມບໍ່ສະຫງົບ, ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ໜັກແໜ້ນ, ໂດຍເລັ່ງສ້າງແຜນແມ່ບົດຈັດສັນລະບຽບສັງຄົມຕາມແຜນກຳນົດໄວ້, ສືບຕໍ່ເພີ່ມທະວີການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ບັນຫາຢາເສບຕິດ, ອຸປະຕິເຫດ,…

ໂທລະພາບລາວສະຕາຣ໌ ກຽມຈົດທະບຽນເຂົ້າຕະຫລາດຫລັກຊັບລາວໃນມໍ່ໆນີ້

ວັນທີ 30 ຕຸລານີ້, ທ່ານ ສຸລະເພັດ ແກ້ວວຽງຄຳ ປະທານຜູ້ອຳນວຍ ການບໍລິສັດ ລາວສະຕາຣ໌ ໂຄອາຊ່ຽນ ໂຮນດິ້ງ ຈຳກັດຜູ້ດຽວ, ໃນນາມໂທລະພາບ ລາວສະຕາຣ໌ ໄດ້ຖະແຫລງຕໍ່ສື່ມວນຊົນລາວວ່າ: ບໍລິສັດຕົນ ໄດ້ແຕ່ງຕັ້ງໃຫ້ບໍລິສັດ ຫລັກຊັບເອພີເອັມລາວ ມາເປັນທີ່ປຶກສາການເງິນ ເພື່ອເຂົ້າມາຊ່ວຍວາງແຜນທຸລະກິດ…

ເປີດງານວາງສະແດງມູນເຊື້ອສາຍພົວພັນມິດຕະພາບ ລາວ-ຫວຽດນາມ

ພິທີເປີດງານວາງສະແດງມູນເຊື້ອສາຍພົວພັນມິດຕະພາບ ລາວ-ຫວຽດນາມ ໄດ້ມີຂຶ້ນໃນວັນທີ 30 ຕຸລານີ້ ທີ່ຫໍພິພິຕະພັນໄກສອນ ພົມວິຫານ ໂດຍຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ເປັນຜູ້ຈັດຂຶ້ນ ພາຍໃຕ້ຫົວຂໍ້: “ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ” ໂດຍການເຂົ້າຮ່ວມຂອງທ່ານ ຄຳຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ…

ນາຍົກເນັ້ນໃຫ້ບູລິມະສິດໂກຕາລັດຖະກອນເມືອງທຸກຍາກ

ໃນໂອກາດໂອ້ລົມຕໍ່ກອງປະຊຸມລັດຖະບານປະຈໍາເດືອນຕຸລາ 2017 ເມື່ອທ້າຍອາທິດຜ່ານມານີ້ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ຂະແໜງການຕ່າງໆເອົາໃຈໃສ່ຈັດສັນໂກຕາລັດຖະກອນໃຫ້ທ້ອງຖິ່ນເປັນສ່ວນໃຫຍ່, ໂດຍສະເພາະແມ່ນບັນດາເມືອງທຸກຍາກ. ທ່ານນາຍົກລັດຖະມົນຕີ ກ່າວວ່າ: ການຈັດສັນໂກຕາລັດຖະກອນໃນສົກປີ 2018 ທີ່ສະພາແຫ່ງຊາດໄດ້ຮັບຮອງໃນຈຳນວນ 3.000 ຕຳແໜ່ງນີ້, ແມ່ນໃຫ້ຈັດສັນໄປຕາມບູລິມະສິດທີ່ລັດຖະບານກຳນົດ, ໂດຍສະເພາະຂະແໜງການສຶກສາ, ສາທາລະນະສຸກ ແລະ ກະສິກຳຢູ່ບັນດາເມືອງທຸກຍາກ ແລະ…

ມີຫລາຍອັນທີ່ລາວຈະໄດ້ຈາກການທ່ອງທ່ຽວ 2018

ພິທີເປີດປີທ່ອງທ່ຽວລາວ 2018 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ພ້ອມກັນກັບພິທີ ເປີດບຸນນະມັດສະການພະທາດຫລວງວຽງຈັນເມື່ອທ້າຍອາທິດຜ່ານມາ, ໂດຍແມ່ນທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດງານດັ່ງກ່າວຢ່າງມີຄວາມໝາຍສໍາຄັນ ເພື່ອເຊີນຊວນຄົນພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວປະເທດລາວນັບມື້ຫລາຍຂຶ້ນດ້ວຍບັນຍາກາດຟົດຟື້ນ. ຕາມການລາຍງານຂອງກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ທີ່ເປັນເຈົ້າການຮັບພິຊອບເປີດປີທ່ອງທ່ຽວໃຫ້ຮູ້ວ່າ: ປີທ່ອງທ່ຽວ 2018…

ລັດພວມເລັ່ງກວດຄືນເສັ້ນທາງກໍ່ສ້າງບໍ່ໄດ້ມາດຕະຖານ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ລັດຖະບານພວມເລັ່ງກວດຄືນບັນດາໂຄງການກໍ່ສ້າງເສັ້ນທາງທີ່ບໍ່ໄດ້ມາດຕະຖານ ແລະ ມີລາຄາສູງເກີນຄວາມເປັນຈິງ ເພື່ອແກ້ໄຂໃຫ້ສອດຄ່ອງຕາມຫລັກການ ແລະ ລະບຽບກົດໝາຍ, ພາຍຫລັງເຫັນວ່າສະພາບການກໍ່ສ້າງເສັ້ນທາງຢູ່ປະເທດເຮົາແມ່ນມີມູນຄ່າສູງ, ຂາດຄຸນນະພາບ ອັນໄດ້ເຮັດໃຫ້ລັດເສຍຜົນປະໂຫຍດ ແລະ ສະເໜີໃຫ້ລັດຖະບານແກ້ໄຂຢ່າງຮີບດ່ວນ. ທ່ານນາຍົກລັດຖະມົນຕີ…

ການປະຕິບັດຄໍາຕັດສີນຂອງສານຍັງມີຫລາຍຂອດຕ້ອງແກ້ໄຂ

ທ່ານລັດຖະມົນຕີກະຊວງຍຸຕິທໍາ ໄຊສີ ສັນຕິວົງ ຍອມຮັບວ່າການປະຕິບັດຄໍາຕັດສີນຂອງສານແມ່ນຍັງມີຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຫລາຍຢ່າງ, ຊຶ່ງມັນສະແດງອອກຜ່ານການເຄື່ອນໄຫວວຽກງານຕົວຈິງ, ໂດຍສະເພາະໃນ ໄລຍະ 9 ເດືອນຜ່ານມາ, ສາມາດຈັດຕັ້ງປະຕິບັດຄໍາຕັດສີນຂອງສານສໍາເລັດ ຈໍານວນ 1.555 ເລື່ອງ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ້ມຂຶ້ນ 6% ແລະ ມາຮອດປັດຈຸບັນ, ມີຈໍານວນຄໍາຕັດສີນໃຊ້ໄດ້ເດັດຂາດທີ່ພວມຈັດຕັ້ງປະຕິບັດ…

ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນຳເຂົ້າສິນຄ້າ

ຜ່ານການສະເໜີຮ່າງກົດໝາຍວ່າດ້ວຍການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນຜົນກະທົບຈາກການນຳເຂົ້າສິນຄ້າ ທີ່ປະກອບມີ 7 ພາກ, 7 ໝວດ ແລະ 52 ມາດຕາ, ຂອງທ່ານນາງ ເຂັມມະນີ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII, ໃນວັນທີ 30…