ອູແກຣນກັງວົນຈະຖືກຣັດເຊຍໂຈມຕີ

ຜູ້ນຳ​ອູ​ແກຣນສະ​ແດງ​ຄວາມ​ກັງວົນ​ຫລັງຣັດ​ເຊຍ ສົ່ງ​ລົດ​ຕັງ​ເຂົ້າມາ​ປະຈຳການ​ຊາຍ​ແດນ​ເພີ່ມ ​ແລະ ບອກ​ວ່າ: ລັດຖະບານ​ຈະ​ພະຍາຍາມ​ຢ່າງ​ເຕັມ​ສ່ວນ ​ເພື່ອ​ຫາ​ທາງ​ຊ່ວຍ​ທະຫານ​ເຮືອ​ທີ່​ຖືກຣັດ​ເຊຍ​ຈັບ​ກຸມ. ປະທານາທິບໍດີ ​ເປ​ໂຕຣ ​ໂປ​ໂຣ​ເຊ​ນ​ໂກ ຂອງ​ອູ​ແກຣນ ​ໃຫ້​ສຳພາດ​ສື່​ອ້າງ​ລາຍ​ງານ​ຂ່າວ​ລະບຸ​ວ່າ: ຣັດ​ເຊຍ​ສົ່ງ​ລົດ​ຕັງ​ເຂົ້າມາ​ປະຈຳການ​ຊາຍ​ແດນ​ເພີ່ມ ​ເຊິ່ງສ່ຽງ​ຈະ​ເກີດ​ການ​ປະ​ທະ​ຮອບ​ໃໝ່​ລະຫວ່າງ​ອູ​ແກຣນກັບຣັດ​ເຊຍ ຫລັງ​ຈາກ​ວັນ​ທີ 25 ພະຈິກ ຣັດ​ເຊຍ​ໄດ້​ຢຶດ​ເຮືອ​ຮົບ ​ແລະ ​ເຮືອ​ລາກ​ຈູງ​ຂອງ​ອູ​ແກຣນ 3…

ລັດຖະບານນູແວນເຊລັງບໍ່ອະນຸມັດ ແຜນໃຊ້ອຸປະກອນ 5G ຂອງຫົວເຫວີຍ

ໜ່ວຍ​ງານ​ລັດຖະບານ​ນູ​ແວນ​ເຊ​ລັງບໍ່​ອະນຸມັດ​ຂໍ້​ສະ​ເໜີ​ຂອງ​ບໍລິສັດ​ເອກະ​ຊົນ​ເລື່ອງ​ໃຊ້​ອຸປະກອນ 5ຈີ (5G) ຂອງ​ຫົວ​ເຫວີຍ ​ເຕັກ​ໂນ​ໂລ​ຊີ​ໃນ​ການວາງ​ເຄືອ​ຂ່າຍ ​ໂດຍ​ອ້າງ​ເລື່ອງ​ຄວາມ​ສ່ຽງ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ. ສະ​ປຣາກ ນູ​ແວນ​ເຊ​ລັງ ບໍລິສັດ​ໂທລະ​ຄົມມະນາຄົມ​ນູ​ແວນ​ເຊ​ລັງ ຖະ​ແຫລ​ງວ່າ: ຜູ້ອຳນວຍການ​ສຳນັກງານ​ຄວາມ​ປອດ​ໄພ​ການ​ສື່ສານ​ລັດຖະບານ (GCSB) ບໍ່​ອະນຸມັດ​ຂໍ້​ສະ​ເໜີ​ດັ່ງກ່າວ ​ເຮັດ​ໃຫ້​ບໍລິສັດ​ບໍ່​ສາມາດ​ໃຊ້​ອຸປະກອນ​ຂອງ​ຫົວ​ເຫວີຍ ​ເຊິ່ງ​ເປັນ​ບໍລິສັດ​ຈີນ​ໃນ​ການວາງ​ເຄືອ​ຂ່າຍ​ລະບົບ 5G ​ແຕ່​ບໍລິສັດ​ຍັງ​ໝັ້ນ​ໃຈ​ວ່າ​ເລື່ອງ​ນີ້​ຈະ​ບໍ່​ກະທົບ​ຕໍ່​ແຜນການ​ເປີດ​ຕົວ​ເຄືອ​ຂ່າຍ 5G ພາຍ​ໃນ​ວັນ​ທີ 1…

UN ເຜີຍສະຖິຕິແມ່ຍິງທົ່ວໂລກ ຖືກຄາດຕະກຳຊົ່ວໂມງລະ 6 ຄົນ

ຕາມ​ການ​ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຫລື UN ​ເນື່ອງ​ໃນ​ວັນ​ສາກົນ​ເພື່ອ​ລຶບລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ (Internationa Day for the Elimination of Violence against Women) ​ໃນ​ວັນ​ທີ 25 ພະຈິກ ກ່ຽວ​ກັບ​ບັນຫາ​ອາ​ຊະ​ຍາ​ກຳ ​ແລະ ຢາ​ເສບ​ຕິດ ​ເປີດ​ເຜີຍ​ສະຖິຕິ​ເຫດ​ຄາດ​ຕະກຳ​ແມ່ຍິງ​ໃນ​ທົ່ວ​ໂລກ…

ເອທິໂອປີ ກຽມຍິງດາວທຽມ ຂຶ້ນສູ່ອະວະກາດເປັນຄັ້ງທຳອິດ

​ເອທິ​ໂອ​ປີ ກຽມ​ປ່ອຍ​ດາວ​ທຽມ​ຂຶ້ນສູ່​ອະວະກາດ​ເປັນ​ໜ່ວຍ​ທຳ​ອິດ​ຂອງ​ປະ​ເທດ​ໃນ​ປີ 2019 ​ໂດຍ​ການ​ຊ່ວຍ​ເຫລືອ​ຈາກ​ຈີນ. ປະ​ເທດ​ເອທິ​ໂອ​ປີ ປະ​ເທດ​ໜຶ່ງ​ທີ່​ຂຶ້ນຊື່ວ່າ​ເປັນ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ທະວີບອາ​ຟຣິກາ, ນັບ​ແຕ່​ປີ 2019 ​ເປັນຕົ້ນ​ໄປ ​ໂລກ​ອາດ​ຕ້ອງ​ເບິ່ງ​ພາບ​ພົດ​ຂອງ​ເອທິ​ໂອ​ປີ​ໃນ​ແບບ​ທີ່​ປ່ຽນ​ໄປ ​ໂດຍ​ສຳນັກ​ຂ່າວ CGTN ຂອງ​ຈີນ​ລາຍ​ງານ​ວ່າ: ປະ​ເທດ​ເອທິ​ໂອ​ປີ​ ຈະ​ມີ​ດາວ​ທຽມ​ໜ່ວຍ​ທຳ​ອິດ​ຂອງ​ປະ​ເທດ​ໃນ​ປີໜ້າ. ລາຍ​ງານ​ລະບຸ​ວ່າ: ດາວ​ທຽມ​ໜ່ວຍ​ດັ່ງກ່າວ​ຈະ​ປ່ອຍ​ຂຶ້ນສູ່​ອະວະກາດ​ຈາກ​ຖານ​ຍິງ​ດາວ​ທຽມ​ຢູ່​ປະ​ເທດ​ຈີນ ​ເຊິ່ງມີ​ກຳນົດ​ປ່ອຍ​ໃນ​ເດືອນ​ກັນຍາ 2019 ​ແລະ…

ກຽມຈິດໃຈສະເຫລີມສະຫລອງ ວັນຊາດທີ 2 ທັນວາ ໃຫ້ຟົດຟື້ນ

 ໂດຍ: ທ່ຽງທຳ    ສະບາຍດີ, ເພື່ອນຜູ້ ອ່ານທີ່ຮັກແພງຍັງອີກບໍ່ດົນ ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ (2/12/ 1975-2/12/2018), ກໍຈະ ໝູນວຽນມາເຖິງອີກວາລະ ໜຶ່ງຢ່າງມີຄວາມໝາຍ ແລະ ຄວາມສຳຄັນຍິ່ງເພາະເປັນ ປີ…

ຍ້ອນຫຍັງເທພີເສລີພາບຈຶ່ງເປັນສັນຍະລັກຂອງສະຫະລັດ ?

ໃນປີ ຄ.ສ 1886 ປະເທດຝຣັ່ງໄດ້ມອບຮູບປັ້ນເທພີເສລີພາບໃຫ້ແກ່ສະຫະລັດອາເມລິກາ ໃນວາລະຄົບຮອບ 111 ປີ ຂອງ ການປະກາດເອກະລາດຈາກການປົກຄອງຂອງອັງກິດ. ຮູບປັ້ນນີ້ໃຊ້ ເວລາ 11 ປີຈຶ່ງສຳເລັດສົມບູນ ໂດຍຄົນຝຣັ່ງເປັນຜູ້ບໍລິຈາກເງິນໃຫ້. ຮີມສົບຂອງເທພີເສລີພາບຈະຕິດກັນແໜ້ນດີ, ມີມົງກຸດເທິງຫົວ, ມືຂວາຖືຄົບໄຟ, ມືຊ້າຍຖືຄຳປະກາດອິດສະລະພາບ ເພື່ອຕ້ອນຮັບບຸກຄົນຜູ້ສະແຫວງຫາເສລີພາບ. ເທພີເສລີພາບຍົກຄົບໄຟຂຶ້ນສູງ…

ຄົນເຮົານອນລະເມີໄດ້ແນວໃດ ?

ທ່ານເຄີຍສົງໄສຫລືບໍ່ວ່າ ໃນຕອນທີ່ເຮົານອນຫລັບແລ້ວມີອາການລະເມີເກີດຂຶ້ນໄດ້ແນວໃດ ໂດຍທີ່ອະໄວຍະວະລະບົບຕ່າງໆໃນຮ່າງກາຍກຳລັງພັກຜ່ອນ ຈຶ່ງບໍ່ໜ້າຈະສັ່ງການໃຫ້ລະບົບປະສາດເກີດປະຕິກິລິຍາຂຶ້ນໄດ້ ເຊິ່ງຂະໜາດສຽງໂມງປຸກ ຫລື ສຽງໂທລະສັບດັງຂຶ້ນ ເຮົາຍັງບໍ່ຄ່ອຍໄດ້ຍິນສຽງແລ້ວ. ຄວາມຈິງແລ້ວ ໃນຂະນະທີ່ເຮົານອນຫລັບ ລະບົບປະສາດຕ່າງໆໃນຮ່າງກາຍບໍ່ໄດ້ຢຸດເຮັດວຽກໄປທັງໝົດ ພຽງແຕ່ເຮັດ ວຽກຊ້າລົງ ຍ້ອນຢູ່ໃນໄລຍະທີ່ຮ່າງກາຍບໍ່ໄດ້ໃຊ້ພະລັງງານໃນພາກສ່ວນຂອງລະບົບປະສາດທີ່ຄວບຄຸມການເວົ້າ ບໍ່ໄດ້ຢຸດເຮັດ ວຽກ ເວລາທີ່ເຮົາມີຄວາມວິຕົກກັງວົນພາຍໃນຈິດໃຈ ຫລື ໃນຂະນະທີ່ເຮົາຝັນ ລະບົບປະສາດພາກສ່ວນທີ່ຄວບຄຸມການເວົ້າ…

ສາເຫດທີ່ເຮັດໃຫ້ຄົນເຮົາມີສີຜິວທີ່ແຕກຕ່າງກັນ

ນັກວິທະຍາສາດກ່າວໄວ້ວ່າ ສີຜິວຂອງຄົນຈະເປັນແນວໃດນັ້ນຂຶ້ນຢູ່ກັບປະລິມານລັງສີຈາກດວງຕາເວັນທີ່ສ່ອງມາກະທົບໂຕເຮົາ ເຊິ່ງເຮັດໃຫ້ເກີດການກະຈາຍໂຕຂອງເມັດສີໃຕ້ຜິວໜັງແຕກຕ່າງກັນອອກໄປ, ຄົນທີ່ອາໄສຢູ່ໃນເຂດໜາວ ຫລື ໄດ້ຮັບແສງຕາເວັນໜ້ອຍ ກໍຈະມີຜິວບາງ ແລະ ມີຜິວສີຂາວ. ໃນຂະນະທີ່ຄົນໃນເຂດຮ້ອນ ເຊັ່ນ : ຄົນອາຟຣິກາ ໄດ້ຮັບແສງແດດກ້າຕະຫລອດເວລາກໍຈະມີຜິວໜາ ແລະ ເປັນສີດຳ. ສິ່ງສຳຄັນທີ່ເປັນໂຕກຳນົດວ່າຄົນເຮົາຈະມີສີຜິວແນວໃດນັ້ນກໍຂຶ້ນຢູ່ກັບກຳມະພັນຂອງແຕ່ລະຄົນນຳ ຖ້າພໍ່ແມ່ຂາວ ລູກທີ່ເກີດມາກໍຕ້ອງມີຜິວຂາວໄປນຳ, ແຕ່ຖ້າພໍ່…

ປະຫວັດຄວາມເປັນມາຂອງອາຫານບຸບເຟ້

ອາຫານບຸບເຟ້ ມີຕົ້ນກຳເນີດຈາກປະເທດສະວີເດັນ ຕັ້ງແຕ່ສະໄໝໄວກິ້ງ ເຊິ່ງຄົນໄວກິ້ງຖືກເອີ້ນວ່າ : ໂຈນສະຫລັດແຫ່ງເອີຣົບເໜືອ ເປັນຊົນເຜົ່າທີ່ມີທັກສະໃນການເດີນເຮືອສູງ ດຳລົງຊີວິດໂດຍການຊື້ – ຂາຍສິນຄ້າ ແລະ ປຸ້ນສະດົມ ພວກເຂົາໃຊ້ຊີວິດສ່ວນຫລາຍຢູ່ເທິງເຮືອທີ່ແລ່ນຢູ່ກາງທະເລ, ເວລາຂຶ້ນຝັ່ງ ພວກເຂົາຈຶ່ງມັກສັ່ງອາຫານທີ່ຢາກກິນມາວາງເຕັມໂຕະ ຈາກນັ້ນກໍໃຫ້ແຕ່ລະຄົນເລືອກກິນຕາມໃຈມັກ ຈຶ່ງເປັນທີ່ມາຂອງອາຫານບຸບເຟ້ ອາລິຍະທຳການກິນອາຫານແບບນີ້ຖືກຄົນຝຣັ່ງຂະໜານນາມວ່າ : ບຸບເຟ້…

ບາງເຄັດລັບສຳຫລັບຄົນຢາກມີຜິວອ່ອນນຸ້ມ

ຫາກທ່ານມີເວລາໜ້ອຍ ແຕ່ຢາກມີຜິວອ່ອນນຸ້ມແບບຮີບດ່ວນ ມື້ນີ້ພວກເຮົາມີເຄັດລັບເຮັດໃຫ້ຜິວອ່ອນນຸ້ມມາແນະນຳ. ເລີ່ມຈາກການໃຊ້ນຳ້ມັນນວດຜິວໃຫ້ທົ່ວຮ່າງກາຍກ່ອນອາບນຳ້ ໂດຍເລືອກນຳ້ມັນທີ່ໄດ້ມາຈາກສານສະກັດຂອງພືດ ແລະ ເມື່ອອາບນຳ້ຮຽບຮ້ອຍແລ້ວ ໃຫ້ເຂົ້າສູ່ຂັ້ນຕອນການຜັດຜິວ ເພື່ອໃຫ້ຜິວສະອາດ ແລະ ກ້ຽງນຽນຍິ່ງຂຶ້ນ. ຮຽບຮ້ອຍແລ້ວເຊັດໂຕໃຫ້ແຫ້ງ ທາຄຣີມບຳລຸງຜິວທີ່ເໝາະສົມກັບສະພາບຜິວ ແລະ ລະດູການ ເຊັ່ນ: ເລືອກໃຊ້ຄຣີມບຳລຸງຜິວປະເພດເຈວ ຖ້າທ່ານມີຜິວມັນ ຫລື ມື້ນັ້ນເປັນມື້ທີ່ອາກາດຮ້ອນ,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!