ລາວລະນຶກ​ວັນ​ສາກົນຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ເດັກຍິງ

​ໃນ​ວັນ​ທີ 27 ພະຈິກນີ້, ຄະນະກຳມາທິການແຫ່ງຊາດເພື່ອ​ຄວາມ​ກ້າວໜ້າຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ (ຄຊກມດ) ໄດ້ຈັດພິທີລະນຶກວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການດັ່ງກ່າວ ແລະ ມີລັດຖະມົນຕີ, ຮອງລັດຖະມົນຕີກະຊວງຕ່າງໆ, ພ້ອມດ້ວຍທູຕານຸທູດ ແລະ…

ກະຊວງປ້ອງກັນຄວາມສະຫງົບເອົາໃຈໃສ່ຄຸ້ມຄອງ-ແກ້ໄຂແຮງງານຕ່າງປະເທດ

ໃນວັນທີ 28 ພະຈິກນີ້, ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ແຈງ ແລະ ຕອບຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດຕໍ່ກັບບັນຫາການຄຸ້ມຄອງແຮງງງານຕ່າງປະເທດຢູ່ລາວທີ່ບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງທ່ານພົນຕີໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆ ໂດຍສະເພາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງການຕ່າງປະເທດ…

ສ ສະອາດ ຍັງມີອຸປະສັກ

ໂດຍ: ທ່ຽງທຳ ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ກໍນັບວ່າເປັນ ຫວ່ງນຳເລື່ອງການຈັດຕັ້ງ ປະຕິບັດ ຄຳຂວັນ ສ ສະອາດ ຂອງນະຄອນຫລວງເຮົາ ເບິ່ງຄືວ່າ ນັບມື້ຍິ່ງຖອຍ ຫລັງ, ເວົ້າຫລາຍແຕ່ເຮັດ ໄດ້ ໜ້ອຍ, ສະພາບການລັກຖິ້ມ ຂີ້ເຫຍື້ອຊະຊາຍໃນສາຍທາງ…

ເກັ່ງແຕ່ບໍ່ເຢີກ ເງີກງາກ ບໍ່ທັນເຂົ້າ

ໂດຍ: ຈານແຫຍ່ ມື້ກ່ອນໄດ້ອ່ານ ຄໍລຳ “ໂລກໜ້າຮູ້” ຢູ່ໜັງສືພິມ ວຽງຈັນໃໝ່ ເລື່ອງເຮືອມັງ ກອນຍາວທີ່ສຸດໃນໂລກ ຂອງ ກຳປູເຈຍ ເຊິ່ງມີລາຍ ລະອຽດວ່າ ເປັນເຮືອທີ່ເຮັດ ດ້ວຍໄມ້ເນື້ອດີສອງຕົ້ນເອົາ ມາຕໍ່ໃສ່ກັນແລ້ວໃຊ້ກຳມະ ວິທີເຈາະ-ຄວັດຕາມແບບ ສະບັບ ບູຮານ ຈົນກາຍເປັນ…

ຍີ່ປຸ່ນສະໜັບສະໜູນ ບົດບາດຍິງ-ຊາຍ ຢູ່ແຂວງບໍ່ແກ້ວ

ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 505.210 ໂດລາ ສະຫະລັດ ເພື່ອສ້າງສິ່ງອໍາ ນວຍ ຄວາມສະດວກພາຍ ໃນໂຮງຮຽນມັດທະຍົມສຶກສາ ແລະ ສະໜັບສະໜູນການ ຮຽນຮູ້ກ່ຽວກັບບົດບາດຍິງ-ຊາຍ ຢູ່ແຂວງບໍ່ແກ້ວ, ພິທີລົງ ນາມໂຄງການຊ່ວຍເຫຼືອດັ່ງ ກ່າວ, ໄດ້ມີຂຶ້ນໃນວັນທີ 29 ພະຈິກນີ້, ທີ່ນະຄອນ ຫລວງ…

ພ້ອມກັນອ່ວາຍໜ້າເຄື່ອນທັບ ຂັບເຄື່ອນສູ່ເມືອງວຽງໄຊ

ໂດຍ: ທິດກ່ຳ  ດັ່ງທີ່ຮູ້ກັນໃນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງ ຊົນເຮົາຄື: ວັນທີ 30 ພະຈິກ 1968 ເປັນວັນສ້າງຕັ້ງ ເມືອງ ວຽງໄຊ ອັນເປັນຖານ ທີ່ໝັ້ນຂອງການປະຕິບັດ ລາວ ແລະ ກໍອາດເວົ້າໄດ້ ວ່າ…

ວຽງ​ໄຊ ຖິ່ນ​ກຳ​ເນີ​ດ ສປປ ລາວ

​ເມືອງ​ວຽງ​ໄຊ ​ແຂວງ​ຫົວພັນ ​ເປັນ​ສູນ​ກາງ​ຖານ​ທີ່ໝັ້ນຂອງການ​ປະຕິວັດ​ລາວ, ​ເປັນ​ບ່ອນ​ປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ ​ແລະ ບັນດາ​ການ​ນຳ​ປະຕິວັດ​ພັກ​ພາ​ອາ​ໄສ​ໃນ​ໄລຍະ​ຕໍ່ສູ້​ກູ້​ຊາດ, ​ເປັນ​ສູນ​ກາງ​ບັນຊາ​ຊີ້​ນຳ​ຂະ​ບວນການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ ຈົນ​ສາມາດຍາດ​ໄດ້​ໄຊຊະນະ​ຢ່າງ​ສົມບູນ ​ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງ​ເປັນທາງ​ການ ​ໃນ​ວັນ​ທີ 2 ທັນວາ 1975…

ກະຊວງການເງິນ ເລັ່ງແກ້ໄຂຂໍ້ຄົງຄ້າງດ້ານລາຍຮັບ

ປັດຈຸບັນ, ກະຊວງການເງິນ ໄດ້ເອົາໃຈໃສ່ເລັ່ງປັບປຸງບັນຫາຄົງຄ້າງດ້ານລາຍຮັບ ໂດຍສະເພາະການຄຸ້ມຄອງ ແລະ ຈັດເກັບລາຍຮັບງົບປະມານທີ່ຍັງບໍ່ທັນປະຕິບັດໄດ້ດີ, ຍັງບໍ່ທັນເກັບໄດ້ຄົບຖ້ວນຕາມທີ່ກົດໝາຍກຳນົດ, ຍັງມີການຮົ່ວໄຫລຂອງລາຍຮັບ, ຂາດລະບົບການເກັບກຳ ແລະ ຖານຂໍ້ມູນລາຍຮັບທີ່ຄົບຖ້ວນ ເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງການເງິນໄດ້ມີການກໍານົດວິທີການແກ້ໄຂຢ່າງລະອຽດ ແລະ ເປັນລະບົບ. ໃນໂອກາດຕອບຂໍ້ຂ້ອງໃຈຂອງສະມາຊິກສະພາແຫ່ງຊາດ ​ໃນວັນທີ 27 ພະຈິກນີ້, ທ່ານ…

ລາວ-ຣັດເຊຍ ຫາລືຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ຄັ້ງທີ 14

ກອງປະຊຸມຄະນະກຳມາທິການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ຣັດເຊຍ ຄັ້ງທີ 14 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26-27 ພະຈິກ​ນີ້ ທີ່ນະຄອນຫລວງວຽງຈັນ, ເພື່ອຫາລື​ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ມີ​ປະສິດທິ​ຜົນ ​ເຊິ່ງຝ່າຍ​ລາວ​ນຳ​ໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະຄະນະກຳມາທິການຮ່ວມມື ລາວ-ຣັດເຊຍ ແລະ…

ເປີດ​ຂະ​ບວນຄາ​ລະ​ວານ​ທ່ອງ​ທ່ຽວສູ່​ຖານ​ທີ່ໝັ້ນ ​ເມືອງ​ວຽງ​ໄຊ

ພິທີ​ເປີດ​ຂະ​ບວນຄາ​ລະວາ​ນລົດ​ທ່ອງ​ທ່ຽວສູ່​ຖານ​ທີ່​ໝັ້ນເມືອງວຽງ​ໄຊ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 28 ພະຈິກນີ້ ຢູ່​ເດີ່ນ​ພະທາດ​ຫລວງ​ວຽງຈັນ ​ໂດຍ​ການ​ເຂົ້າ​ຮ່ວມ​ເປີດ​ພິທີ​ຂອງທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງນາຍົກລັດຖະມົນຕີ ​ແລະ ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວ ງຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໂດຍ​ມີ​ຈຳນວນ​ລົດ​ເຂົ້າຮ່ວມ​ຂະ​ບວນຫລາຍກວ່າ 100…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!