ລາວ ຈະເລັ່ງໃສ່ການຄຸມກໍາເນີດໃຫ້ບັນລຸ 65% ໃນປີ 2025
ເພື່ອສືບຕໍ່ຜັນຂະຫຍາຍຄຳໝັ້ນສັນຍາ ເຮັດໃຫ້ອັດຕາການຄຸມກໍາເນີດຢູ່ໃນ ສປປ ລາວ ເພີ່ມຂຶ້ນຈາກ 51% ໃນປັດຈຸບັນເປັນ 65% ບັນລຸໃນປີ 2025. ລັດຖະບານກໍຄືກະຊວງສາທາລະນະສຸກຈະເອົາໃຈໃສ່ວຽກງານ ການວາງແຜນຄອບຄົວຕາມຫຼັກການສາກົນ ເພື່ອປັບປຸງການເຂົ້າເຖິງຂໍ້ມູນ, ການບໍລິການ ແລະ ຜະລິດຕະພັນການວາງແຜນຄອບຄົວແບບສະໝັກໃຈສຳລັບແມ່ຍິງ, ຜູ້ຊາຍ ແລະ…