ກຳປູເຈຍ ພົບເຫັນການແຜ່ເຊື້ອຢູ່ພາຍໃນ ເປັນເທື່ອທຳອິດ
ຜູ້ອຳນວຍການໃຫ່ຍຄວບຄຸມສູນກັກກັນ Chhem Savuth ພ້ອມດ້ວຍສະມາຊິກໃນຄອບຄົວ 5 ຄົນຕິດເຊື້ອໂຄວິດ-19, ນີ້ຖືໄດ້ວ່າເປັນການລະບາດພາຍໃນເປັນຄັ້ງທຳອິດໃນກຳປູເຈຍ. ຜູ້ອຳນວນການຄົນດັ່ງກ່າວ ອາດຈະຕິດເຊື້ອຈາກພັນລະຍາຂອງຕົນເອງ ຊຶ່ງເປັນຜູ້ມີຜົນກວດເປັນບວກໃນວັນທີ 28 ພະຈິກທີ່ຜ່ານມາ. ນອກຈາກນີ້ ຜົນກວດຂອງ 4 ຄົນໃນຄອບຄົວກໍລ້ວນແຕ່ເປັນຜົນບວກທັງໝົດ. ຂະນະນີ້ ເຈົ້າໜ້າທີ່ກຳປູເຈຍ ກຳລັງເລັ່ງມືກວດຫາທີ່ມາຂອງພະຍາດເປັນວົງກວ້າງ ເພື່ອສະກັດກັ້ນບໍ່ໃຫ້ແຜ່ລະບາດໄປສູ້ຊຸມຊົນໃນນະຄອນຫຼວງພະນົມເປັນ….