ຮອງ​ນາ​ຍົກ ສະເໜີໃຫ້ລັດຖະມົນຕີ​ກະ​ຊວງ ສຶກ​ສາ​ທິ​ການ ແລະ ກິ​ລາ ຜູ້ໃໝ່ ​ເອົາ­ໃຈ­ໃສ່​ 4 ບັນຫາ

ເນື່ອງໃນໂອກາດເຂົ້າຮ່ວມພິທີມອບ-ຮັບລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຜູ້ເກົ່າ ແລະ ຜູ້ໃໝ່ ໃນວັນທີ 1 ເມສານີ້ ທີ່ກະຊວງດັ່ງກ່າວ, ທ່ານ ກິ​ແກ້ວ ໄຂ​ຄຳ​ພິ​ທູນ, ກຳ­ມະ­ການ​ກົມ​ການ­ເມືອງສູນ​ກາງ​ພັກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ໄດ້ສະ​ເໜີ​ໃຫ້ທ່ານລັດ​ຖະ​ມົນ​ຕີ​ຜູ້​ໃໝ່ ກໍ​ຄື​ພະ​ນັກ​ງານ,…

ປີຜ່ານມາ ເນື້ອທີ່ປ່າໄມ້ຢູ່ລາວເສຍຫາຍຍ້ອນໄຟໄໝ້ລາມປ່າ 2 ແສນກວ່າເຮັກຕາ

ປີຜ່ານມາເນື້ອທີ່ປ່າໄມ້ຢູ່ລາວເສຍຫາຍຍ້ອນໄຟໄໝ້ລາມປ່າ 209.682 ເຮັກຕາ, ໃນນີ້ເກີດຂຶ້ນຫລາຍກວ່າໝູ່ແມ່ນຢູ່ແຂວງອຸດົມໄຊ, ຫລວງນໍ້າທາ, ບໍ່ແກ້ວ, ຫລວງພະບາງ ແລະ ແຂວງໄຊຍະບູລີ. ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ສໍາພາດວ່າ: ປີ 2020 ຜ່ານມາ…

ສປປ ລາວ ເລີ່ມໃຫ້ບໍລິການສັກວັກຊີນກັນພະຍາດໂຄວິດ-19 ຈາກໂຄງການຮ່ວມມື (COVAX Facility)

ໃນວັນທີ 2-3 ເມສາ,  ລາວເຮົາໄດ້ເລີ່ມຕົ້ນໃຫ້ບໍລິການສັກວັກຊີນ ກັນພະຍາດໂຄວິດ-19 ທີ່ໄດ້ຮັບຈາກໂຄງການ ການຮ່ວມມືເພື່ອວັກຊີນ ກັນພະຍາດ ໂຄວິດ-19 (COVAX Facility). ຂຶ້ນທີ່ ໂຮງໝໍມິດຕະພາບ 150 ຕຽງ, ໃນນະຄອນຫລວງວຽງຈັນ, ຊຶ່ງສະເພາະສອງມື້, ຈະສຸມໃສ່ກຸ່ມຄົນທີ່ມີ ຄວາມສ່ຽງສູງ ທີ່ສຸດ…

5 ເລື່ອງພື້ນຖານເພື່ອການມີສຸຂະພາບທີ່ດີ ບໍ່ວ່າໃຜກໍເຮັດໄດ້ງ່າຍໆ

ເລືອກກິນອາຫານໃຫ້ຄົບ 5 ໝວດ : ຫລັກໂພຊະນາການເພື່ອສຸຂະພາບງ່າຍໆ ແຕ່ດີຕໍ່ສຸຂະພາບທີ່ສຸດ ແມ່ນການເລືອກກິນອາຫານໃຫ້ຫລາກຫລາຍເພື່ອໃຫ້ຮ່າງກາຍໄດ້ສານອາຫານຄົບຖ້ວນ, ແປ້ງ ຫລື ຄາໂບໄຮເດຣດ ຊ່ວຍໃຫ້ພະລັງງານ, ໂປຣຕິນ ຊ່ວຍເລື່ອງການຈະເລີນເຕີບໃຫຍ່ ແລະ ຟື້ນຟູພາກສ່ວນທີ່ເສື່ອມສະພາບ, ໄຂມັນ ໃຫ້ພະລັງງານ ແລະ ຊ່ວຍເລື່ອງການເຮັດວຽກຂອງລະບົບຕ່າງໆໃນຮ່າງກາຍ, ຜັກ…

4 ອາຫານຕ້ານຄວາມເຄັ່ງຄຽດ ຊ່ວຍໃຫ້ອາລົມດີ ພ້ອມທັງໄດ້ສຸຂະພາບ

ນົມອຸ່ນໆກ່ອນເຂົ້ານອນ : ນົມເປັນເຄື່ອງດື່ມທີ່ທຸກທ່ານຮູ້ຈັກກັນເປັນຢ່າງດີ ນອກຈາກຈະມີປະໂຫຍດຕໍ່ຮ່າງກາຍແລ້ວ ຍັງຊ່ວຍໃຫ້ຮູ້ສຶກອີ່ມທ້ອງ ທັງຍັງຊ່ວຍແກ້ອາການເຈັບຫົວ, ປວດທ້ອງນ້ອຍປະຈຳເດືອນ ແລະ ສິ່ງສຳຄັນຍັງຊ່ວຍໃຫ້ທ່ານນອນຫລັບສະບາຍຂຶ້ນນຳ. ດັ່ງນັ້ນ, ຫາກທ່ານກຳລັງເຄັ່ງຄຽດຈົນນອນບໍ່ຫລັບ ໃຫ້ລອງດື່ມນົມອຸ່ນໆຈັກຈອກກ່ອນນອນ ຮັບຮອງວ່າທ່ານຈະນອນຫລັບງ່າຍຂຶ້ນ ແລະ ຕື່ນມາດ້ວຍອາລົມສົດຊື່ນແຈ່ມໃສ ພ້ອມສຳລັບການເຮັດວຽກໃນເຊົ້າມື້ໃໝ່ໄດ້ແລ້ວ. ເຄື່ອງດື່ມຊາຂຽວ : ນອກຈາກຈະແຊບແລ້ວຍັງສາມາດຫາດື່ມໄດ້ບໍ່ຍາກ. ຊາຂຽວມີສັບພະຄຸນໃນການຊ່ວຍປິ່ນປົວອາການເຈັບຫົວໄປຈົນເຖິງພະຍາດຊຶມເສົ້າໄດ້…

ກວດ​ເຫັນ​ແລ້ວ​ບໍ່​ເກັບ​ກູ້ ພາຍ​ທ້າຍ​ຊິ​ທຸກ​ຈົນ

ໂດຍ: ທິດ​ກໍ່າ ​ໂອກາດ​ກອງ​ປະຊຸມ​ຄັ້ງປະຖົມ​ມະ​ລືກຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ທ່ານ ຄຳ​ພັນ ພົມ​ມະ​ທັດ ປະທານ​ອົງການ​ກວດກາ​ແຫ່ງ​ລັດ ​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະພາ​ວ່າ: ​ໃນ​ 5 ປີຜ່ານມາ (2016-2020) ອົງການ​ກວດ​ສອບ​ແຫ່ງ​ລັດ​ໄດ້​ກວດກາ 4 ພັນ​ກວ່າ​ເປົ້າໝາຍ ພົບ​ເຫັນ​ການ​ເສຍ​ຫາຍ 5 ພັນ​ກວ່າ​ຕື້ກີບ ​ແລະ…

ເກີດເຫດລົດໄຟຕົກລາງຢູ່ໄຕ້ຫວັນ ເສຍຊີວິດແລ້ວຢ່າງໜ້ອຍ 36 ຄົນ

ວັນ​ທີ 2 ​ເມສາ, ​ເກີດ​ເຫດ​ລົດ​ໄຟ​ຂະ​ບວນໜຶ່ງ​ທີ່​ບັນທຸກ​ຜູ້​ໂດຍສານ​ປະມານ 350 ຄົນ ຕຳ​ກັບ​ລົດ​ສ້ອມ​ແປງ​ອຸ​ໂມງ​ຈົນ​ຕົກ​ລາງ ຂະນະ​ກຳລັງ​ແລ່ນ​ຜ່ານ​ອຸ​ໂມງ​ຢູ່​ເມືອງ​ຮົວຫລຽນ​ຂອງ​ໄຕ້​ຫວັນ. ສຳນັກ​ຂ່າວ Reuters ລາຍ​ງານ​ເບື້ອງຕົ້ນມີ​ຜູ້​ເສຍ​ຊີວິດ​ແລ້ວ​ຢ່າງ​ໜ້ອຍ 36 ຄົນ, ​ໄດ້​ຮັບ​ບາດ​ເຈັບ​ອີກຫລາຍ​ກວ່າ 72 ຄົນ ຖື​ເປັນ​ອຸປະຕິ​ເຫດ​ລົດ​ໄຟ​ຕົກ​ລາງ​ຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ 3 ທົດ​ສະ​ວັດ. ພາບ​ຈາກ​ວິ​ດີ​ໂອ​ທີ່​ໄດ້​ຮັບ​ການ​ບັນທຶກ​ໄວ້…

ສານຂອງໄທພິພາກສາໃຫ້ນາງ ຍິ່ງລັກ ບໍ່ຕ້ອງຊົດໃຊ້ 35.000 ລ້ານບາດ ຄະດີຈຳນຳເຂົ້າ

ວັນ​ທີ 2 ​ເມສາ 2021, ສານ​ປົກຄອງ​ກາງຂອງ​ໄທ ພິພາກສາ ຍົກ​ເລີກ​ຄຳ​ສັ່ງ​ຂອງ​ກະຊວງ​ການ​ເງິນ ທີ່​ໃຫ້ນາງ ຍິ່ງ​ລັກ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີ​ໄທ ຊົດ​ໃຊ້​ຄ່າ​​ເສຍ​ຫາຍ​ມູນ​ຄ່າ 35.000 ລ້ານ​ບາດ ​ໃນ​ໂຄງການ​ຮັບ​ຈຳນຳ​ເຂົ້າ, ພ້ອມ​ຍົກ​ເລີກ​ຄຳ​ສັ່ງ​ອາ​ຢັດ​ຊັບ​ສິນ ​ແລະ ຂາຍ​ເຂົ້າຕະຫລາດ ​ເນື່ອງ​ຈາກ​ເປັນ​ຄຳ​ສັ່ງ​ທາງ​ປົກຄອງທີ່​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ. ​ເພາະ​ກະຊວງ​ການ​ເງິນ…

ອີຢິບກຽມຮຽກຮ້ອງຄ່າເສຍຫາຍ ຈາກເຫດເຮືອຂວາງຄອງສຸເອຊ

ໜ່ວຍ​ງານ​ເບິ່ງ​ແຍງ​ຄອງ​ສຸ​ເອຊອາດ​ຮຽກຮ້ອຄ່າ​ເສຍ​ຫາຍ​ປະມານ 1 ພັນ​ລ້ານ​ໂດ​ລາ ​ແຕ່​ຍັງ​ບໍ່​ລະບຸ​ວ່າ​ຮຽກຮ້ອງ​ຈາກ​ໃຜ. ວັນ​ທີ 1 ​ເມສາ 2021, ສຳນັກ​ຂ່າວ Bloomberg ລາຍ​ງານ​ຄຳ​ໃຫ້​ສຳພາດ​ຂອງ​ທ່ານ ​ໂອຊາ​ມາ ຣາບີ CEO ຂອງ​ໜ່ວຍ​ງານ​ບໍລິການ​ແກ້​ໄຂ​ຄອງ​ສຸ​ເອຊ ທີ່​ອອກ​ມາ​ເປີດ​ເຜີຍ​ວ່າ: ທາງ​ໜ່ວຍ​ງານ​ອາດ​ມີ​ການ​ຮຽກຮ້ອງ​ຄ່າ​ເສຍ​ຫາຍ ຈາກ​ເຫດການ​​ເຮືອ​ຍັກ Ever Given…

ອຸຕຸເຕືອນ! ວັນທີ 2-5 ເມສານີ້ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຮູ້ວ່າ: ເນື່ອງຈາກວ່າ ບໍລິເວນຄວາມກົດດັນອາກາດຕໍ່າ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບ ກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງແຮງ ໃນໄລຍະວັນທີ 2-5 ເມສານີ້, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ ບາງທ້ອງຖິ່ນແຂວງພາກເຫນືອ ແລະ ພາກກາງ. ດັ່ງນັ້ນ,…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!