ຣັດເຊຍຈົດທະບຽນວັກຊີນຕ້ານໂຄວິດ-19 ສຳລັບສັດຄັ້ງທຳອິດຂອງໂລກ
ໜ່ວຍງານເຝົ້າລະວັງດ້ານກະສິກຳ Rosselkhoznadzor ຂອງຣັດເຊຍ ເປີດເຜີຍໃນວັນທີ 31 ມີນາວ່າ: ໄດ້ຈົດທະບຽນວັກຊີນຕ້ານໂຄວິດ-19 ສຳລັບສັດເປັນຄັ້ງທຳອິດຂອງໂລກ. ວັກຊີນດັ່ງກ່າວພັດທະນາໂດຍໜ່ວຍງານຂອງ Rosselkhoznadzor ແລະ ໄດ້ຕັ້ງຊື່ວ່າ: Carnivac-Cov ເຊິ່ງຜ່ານມາໄດ້ທົດລອງທາງຄລີນິກແລ້ວນັບແຕ່ເດືອນຕຸລາປີຜ່ານມາ. ຜົນການທົດລອງຂອງວັກຊີນ Carnivac-Cov ສາມາດສະຫລຸບໄດ້ວ່າ: “ວັກຊີນບໍ່ເປັນອັນຕະລາຍ ແລະ ມີປະສິດທິພາບໃນການສ້າງພູມຄຸ້ມກັນສູງ”…