ມື້ນີ້! ອຸຕຸເຕືອນ ຈະມີຝົນຕົກໜັກພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ກວມເອົາ 40-70% ຂອງພື້ນທີ່
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານການຄາດຄະເນສະພາບອາກາດ ວັນທີ 28 ກໍລະກົດ 2023 ວ່າ: ຮ່ອງຄວາມກົດ ດັນອາກາດຕໍ່າຈະສືບຕໍ່ພາດຜ່ານຢູ່ເຂດພາກເໜືອຂອງປະເທດລາວ. ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ…