6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ
ທ່ານ ສຸລັດ ອິນທະວົງ ຫົວໜ້າດ່ານພາສີສາກົນລະໄລ ແຂວງສາລະວັນລາຍງານວ່າ: ໃນ 6 ເດືອນຕົ້ນປີ 2023 ນີ້, ສາມາດປະຕິບັດໄດ້ 40,4 ຕື້ກວ່າກີບ ຫລື ເທົ່າກັບ 70,69% ຂອງແຜນການປີ. ໃນປີ 2023 ດ່ານພາສີສາກົນລະໄລ, ໄດ້ຮັບຕົວເລກແຜນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 57 ຕື້ກີບ (ລາຍຮັບຕາມຖານຂໍ້ມູນໄດ້ຈາກນ້ຳມັນເຊື້ອໄຟ, ຄ່າທຳນຽມຄົນເຂົ້າ-ອອກ, ຄ່າທໍານຽມພາຫະນະ ແລະ…