ການສົ່ງເສີມການໃຊ້ເງິນກີບຢູ່ເມືອງບໍ່ແຕນ ຍັງພົບຄວາມຫຍຸ້ງຍາກ ຍ້ອນປະຊາຊົນ ແລະ ຜູ້ປະກອບການ ມີຄວາມຊິນເຄີຍກັບການໃຊ້ເງິນຕາໃນການຊື້-ຂາຍສິນຄ້າມາດົນ
ທ່ານ ສົມສະໜຸກ ໄຊອຸດົມ, ເຈົ້າເມືອງບໍ່ແຕນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 28 ກໍລະກົດ 2023 ນີ້ ວ່າ: ເມືອງບໍ່ແຕນ ໄດ້ອີງໃສ່ບັນດານິຕິກໍາທີ່ກ່ຽວຂ້ອງເພື່ອ ຊຸກຍູ້ສົ່ງເສີມປະຊາຊົນນໍາໃຊ້ເງິນກີບເຂົ້າໃນການຊື້-ຂາຍສິນຄ້າຕ່າງໆ ໃຫ້ເປັນຂະບວນກວ້າງຂວາງ ໂດຍໄດ້ແຕ່ງຕັ້ງຄະ ນະຮັບຜິດຊອບຂັ້ນເມືອງຈັດຕັ້ງປະຕິບັດວຽກງານນີ້ສະເພາະ. ນອກຈາກນີ້ ຜ່ານມາມີທະນາຄານ ແຫ່ງ…