ມີໂຮງຮຽນ 248 ແຫ່ງ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໄດ້ເຂົ້າໂຄງການອາຫານທ່ຽງໃນໂຮງຮຽນ

ກອງປະຊຸມລາຍງານຄວາມຄືບໜ້າໂຄງການອາຫານທ່ຽງໃນໂຮງຮຽນຢູ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ຈັດຂຶ້ນວັນທີ 23 ເມສາ 2024 ຢູ່ເມືອງຍົມມະລາດ ແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມຂອງທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ທ່ານ ນາງ ບຸນມີ ເຄນສອນມາ ຜູ້ຈັດການໂຄງການອາຫານທ່ຽງໃນໂຮງຮຽນ…

ຕອນບ່າຍອາກາດຈະຮ້ອນເອົ້າທະລຸ 42 ອົງສາ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດເຊົ້າວັນທີ 25 ເມສາ 2024 ວ່າ: ມວນອາກາດຮ້ອນເອົ້າຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ແລະ ຮ້ອນເອົ້າຫລາຍ ພ້ອມມີໝອກແຫ້ງຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ….

ຈີນຂະຫຍາຍເວລາເຕືອນໄພພາຍຸຝົນລະດັບສີຟ້າໃນຫລາຍພື້ນທີ່ທົ່ວປະເທດ

     ກົມອຸຕຸນິຍົມວິທະຍາແຫ່ງຊາດຂອງຈີນ (National Meteorological Center) ປະກາດຂະຫຍາຍເວລາເຕືອນໄພພາຍຸຝົນລະດັບສີຟ້າໃນວັນທີ 24 ເມສາ ເນື່ອງຈາກຄາດວ່າຈະມີຝົນຕົກໜັກໃນຫລາຍພື້ນທີ່ຂອງປະເທດ.      ກົມອຸຕຸນິຍົມວິທະຍາແຫ່ງຊາດຂອງຈີນພະຍາກອນວ່າ: ນັບແຕ່ຕອນທ່ຽງວັນທີ 24 ເມສາ ຫາ ຕອນທ່ຽງວັນທີ 25 ເມສາ ຈະມີຝົນຕົກໜັກໃນຫລາຍພື້ນທີ່ຂອງມົນທົນກຸ້ຍໂຈ, ຫູໜານ,…

ຄື້ນຄວາມຮ້ອນປົກຄຸມຟີລິບປິນ ດັດຊະນີຄວາມຮ້ອນສູງເກືອບ 50 ອົງສາ

     ຟີລິບປິນຜະເຊີນສະພາບອາກາດຮ້ອນ ດັດຊະນີຄວາມຮ້ອນຢູ່ເກາະລູຊອນສູງເກືອບ 50 ອົງສາ.      ວັນທີ 24 ເມສາ, ກົມອຸຕຸນິຍົມວິທະຍາແຫ່ງຊາດຂອງຟີລິບປິນ ລາຍງານດັດຊະນີຄວາມຮ້ອນຢູ່ເມືອງອາປາຣີ ແຂວງຄາກາຢັນ ທາງເໜືອສຸດຂອງເກາະລູຊອນ ໄດ້ 48 ອົງສາ ໃນວັນທີ 23 ເມສາຜ່ານມາ ເປັນສະຖິຕິສູງສຸດຂອງປະເທດ…

ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ ເພື່ອ ປັບປຸງສຸຂະພາບ ແມ່ແລະເດັກ ຢູ່ ສປປ ລາວ

ພິທີຮັບຮອງແຜນງານສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ ຈັດຂຶ້ນໃນວັນທີ 24 ເມສາ 2024, ທີ່ ນະຄອນຫຼວງວຽງຈັນ ເພື່ອປັບປຸງສຸຂະພາບແມ່ແລະເດັກ ແລະ ໂພຊະນາການ ຜ່ານວິທີການແບບຄອນເນັກ ຢູ່ ສປປ ລາວ ລະຫວ່າງກະຊວງສາທາລະນະສຸກ, ກະຊວງພາຍໃນ, ອົງການພັດທະນາສາກົນ…

ອິດສະລາແອນຢືນຢັນ ບໍ່ກ່ຽວຂ້ອງນໍາເຫດການ ສຸສານໝູ່ 300 ກວ່າສົບ ຢູ່ໂຮງໝໍໃນກາຊາ

     ຝ່າຍຄວາມໝັ້ນຄົງຂອງອິດສະລາແອນຢືນຢັນ “ບໍ່ມີສ່ວນກ່ຽວຂ້ອງ” ຕໍ່ການຄົ້ນພົບສຸສານໝູ່ຫລາຍກວ່າ 300 ຄົນ ພາຍໃນໂຮງໝໍຂະໜາດໃຫຍ່ ທາງຕອນໃຕ້ຂອງເຂດກາຊາ.      ວັນທີ 24 ເມສາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນອອກຖະແຫລງການວ່າ: ສົບຜູ້ເສຍຊີວິດເກືອບ 340 ຄົນ ທີ່ມີການຝັງລວມກັນເປັນສຸສານໝູ່ຢູ່ພາຍໃນພື້ນທີ່ຂອງໂຮງໝໍນາສເຊີ ເຊິ່ງເປັນໜຶ່ງໃນໂຮງໝໍຂະໜາດໃຫຍ່ທີ່ສຸດ ຕັ້ງຢູ່ເມືອງຂ່ານ…

ສປປ ເກົາຫລີ ສົ່ງຄະນະຜູ້ແທນລະດັບສູງຢ້ຽມຢາມອີຣານ ຄັ້ງທໍາອິດໃນຮອບ 5 ປີ

      ເຈົ້າໜ້າທີ່ລະດັບສູງຈາກລັດຖະບານ ສປປ ເກົາຫລີ ຢ້ຽມຢາມອີຣານຢ່າງເປັນທາງການຄັ້ງທໍາອິດນັບແຕ່ປີ 2019.       ວັນທີ 24 ເມສາ, ສໍານັກຂ່າວກາງເກົາຫລີ (KCNA) ກະບອກສຽງຂອງລັດຖະບານພຽງຢາງ ລາຍງານວ່າ: ທ່ານ ຢຸນ ຈອງໂຮ ລັດຖະມົນຕີດ້ານການພົວພັນທາງເສດຖະກິດພາຍນອກຂອງ ສປປ ເກົາຫລີ…

ປະທານປະເທດແຫ່ງ ສປປ ລາວ ພົບປະປະທານສະພາສູງແຫ່ງ ຣາຊະອານາຈັກກໍາປູເຈຍ

ຕອນເຊົ້າວັນທີ 23 ເມສາ 2024 ນີ້, ທີ່ນະຄອນຫລວງພະນົມເປັນ ຣາຊະອານຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ປະທານສະພາສູງແຫ່ງຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງຢ້ຽມຢາມທາງລັດຖະກິດທີ່ຣາຊະອານາຈັກກໍາປູເຈຍ. ໂອກາດນີ້,…

ອິດສະລາແອນໂຈມຕີເວສແບງ ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ຮຸນແຮງສຸດໃນຮອບຫລາຍເດືອນ

      ອິດສະລາແອນ ເປີດສາກໂຈມຕີໃສ່ເຂດເວສແບງໃນທ້າຍອາທິດຜ່ານມາ ເຮັດໃຫ້ມີຊາວປາແລັສຕິນເສຍຊີວິດຢ່າງໜ້ອຍ 14 ຄົນ ໜຶ່ງໃນນັ້ນຄືເດັກນ້ອຍຜູ້ຊາຍອາຍຸ 16 ປີ ຖືເປັນໜຶ່ງໃນເຫດໂຈມຕີທີ່ມີຜູ້ເສຍຊີວິດຢູ່ເຂດເວສແບງຫລາຍທີ່ສຸດໃນຮອບຫລາຍເດືອນ.      ກອງກໍາລັງອິດສະລາແອນເລີ່ມຖະຫລົ່ມໃສ່ຄ້າຍຜູ້ອົບພະຍົບນູຊໍາໃນວັນທີ 19 ເມສາຜ່ານມາ ກ່ອນຈະມີການຍິງຕອບໂຕ້ກັບ ກອງກໍາລັງຕິດອາວຸດຊາວປາແລັສຕິນທີ່ປະຈໍາຢູ່ໃນພື້ນທີ່ດັ່ງກ່າວໃນວັນທີ 20 ເມສາ ໂດຍທາງການອິດສະລາແອນອ້າງວ່າມີກອງກໍາລັງຕິດອາວຸດຈໍານວນໜຶ່ງເສຍຊີວິດ. ຂະນະທີ່ທະຫານອິດສະລາແອນໄດ້ຮັບບາດເຈັບຢ່າງໜ້ອຍ…

ທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ຣາຊະອານາຈັກ ກໍາປູເຈຍ

  ວັນທີ 23 ເມສາ 2024,  ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນພະນົມເປັນ, ນະຄອນຫຼວງພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ  ເຊິ່ງໄດ້ຮັບການຕ້ອນຮັບໂດຍ ທ່ານ Oknha Mahamontrei…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!