ປະທານສະພາແຫ່ງຊາດຫວຽດນາມ ລາອອກຈາກໜ້າທີ່

ອີງຕາມການລາຍງານຂ່າວຈາກ VnExpress ວັນທີ 26 ເມສາ 2024 ນີ້ ໃຫ້ຮູ້ວ່າ: ກອງປະຊຸມວິສາມັນຂອງສູນກາງຫວຽດນາມໄດ້ເຫັນດີເປັນເອກະສັນໃຫ້ທ່ານ ເວືອງດິງ ເຫວະ ຢຸດຕິການເປັນ ກຳມະການກົມການເມືອງ, ກຳມະການສູນກາງພັກສະໄໝທີ 13 ແລະ ປະທານສະພາແຫ່ງຊາດຊຸດທີ 15 ຕາມຄວາມມຸ່ງມາດປາຖະໜາຂອງຕົນ. ໂດຍອີງຕາມການລາຍງານຂອງຄະນະກວດກາຂັ້ນສູນກາງ…

ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ຈະຮ້ອນເອົ້າຫລາຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ເນື້ອທີ່ປົກຫຸ້ມຂອງຝົນ 30%

ວັນທີ 27 ເມສາ 2024 ນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນສະພາບອາກາດຮ້ອນເອົ້າຫລາຍ ເນື່ອງຈາກມວນອາກາດຮ້ອນເອົ້າຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຫລາຍ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ,…

ຍີ່ປຸ່ນ ຊ່ວຍເຫລືອອຸປະກອນ ແລະ ລົດກົນຈັກ ເພື່ອສ້ອມແປງຫົນທາງ ແລະ ຂົວທີ່ເປ່ເພ ຢູ່ ສປປ ລາວ ມູນຄ່າ 1.500 ລ້ານ ເຢນ

ໃນວັນທີ 26 ເມສາ 2024 ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາໂຄງການຊ່ວຍເຫລືອລ້າຈາກລັດຖະບານ ຍີ່ປຸ່ນ ສໍາລັບ ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນ ແລະ ລົດກົນຈັກຕ່າງໆ ສໍາລັບບູລະນະ ແລະ ສ້ອມແປງຖະໜົນຫົນທາງ ແລະ ຂົວທີ່ເປ່ເພ…

ແຕ່ງຕັ້ງ ຮສ ປອ ເດຊານຸລາດ ແສນດວງເດດ ເປັນວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຜູ້ໃໝ່

ວັນທີ 26 ເມສາ 2024 ນີ້ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດການຈັດຕັ້ງຄະນະນໍາ ມຊ ໂດຍການເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ.    …

ຍິງສາວເຂົ້າຫ້ອງ ICU ເພາະດື່ມກາເຟຈາກຕູ້ອັດຕະໂນມັດ

     ຍິງສາວຄົນໜຶ່ງປ່ວຍໜັກຕ້ອງເຂົ້າຫ້ອງ ICU ຫລັງດື່ມກາເຟຈາກຕູ້ກົດອັດຕະໂນມັດຢູ່ສະໜາມບິນ ໂດຍຈອກກາເຟຂອງນາງເຕັມໄປດ້ວຍແມງໄມ້.      “Metro” ສື່ຂອງອັງກິດລາຍງານວ່າ: ຍິງສາວອາຍຸ 21 ປີ ເຊິ່ງເຮັດວຽກໃຫ້ສາຍການບິນແຫ່ງໜຶ່ງ ຊື້ກາເຟຈາກຕູ້ກົດອັດຕະໂນມັດຢູ່ສະໜາມບິນຊອນ ຊານ ໂຈນ ໃກ້ເມືອງປັລມາ ມາຢໍກາ ປະເທດແອັສປາຍ ຫລັງຈາກກິນກາເຟໄປໄດ້ 2-3…

ຜູ້ລາຍງານຂ່າວຍິງເປັນລົມກາງລາຍການ ສາເຫດຍ້ອນອາກາດຮ້ອນ

     ອາກາດຮ້ອນອົບເອົ້າ ເຮັດໃຫ້ຜູ້ລາຍງານຂ່າວຍິງເປັນລົມໝົດສະຕິ ເວລາອ່ານຂ່າວອອກອາກາດ ສາເຫດຍ້ອນອາກາດຮ້ອນອົບເອົ້າ ໂຊກດີທີມງານເຂົ້າມາຊ່ວຍເຫລືອໄດ້ທັນ.      ວັນທີ 26 ເມສາ, ຕ້ອງຍອມຮັບວ່າໄລຍະນີ້ອາກາດຮ້ອນອົບເອົ້າ ເຊິ່ງປະເທດລາວອຸນຫະພູມສູງສຸດເຖິງ 43 ອົງສາ ຫລ້າສຸດເກີດເຫດການເຮັດໃຫ້ຄົນໃນຫ້ອງຂ່າວຢູ່ປະເທດອິນເດຍ ລວມທັງປະຊາຊົນຕົກໃຈ ເພາະຜູ້ລາຍງານຂ່າວໝົດສະຕິກາງລາຍການໃນເວລາອ່ານຂ່າວ.      ໂດຍເພລ World…

ສາລະວັນ ເລັ່ງຕ້ານປາກົດການສວຍໃຊ້ໜ້າທີ່ຕຳແໜ່ງຫາຜົນປະໂຫຍດສ່ວນຕົວ

ວັນທີ 26 ເມສາ 2024 ນີ້, ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ເຊິ່ງໄດ້ໂອ້ລົມຊົມເຊີຍຕໍ່ຄະນະພັກ, ຄະນະນຳຂອງແຂວງທີ່ໄດ້ພ້ອມກັນເອົາໃຈໃສ່ນຳພາ-ຊີ້ນຳວຽກງານໃນແຕ່ລະດ້ານ ພ້ອມທັງຊີ້ນຳໃຫ້ເອົາໃຈໃສ່ວຽກງານພັດທະນາເສດຖະກິດ-ສັງຄົມ, ສ້າງເສດຖະກິດຊຸມຊົນໃຫ້ເຂັ້ມແຂງ ແລະ…

ແຂວງຊຽງຂວາງມີອຸປະຕິເຫດເກີດຂຶ້ນ 9 ລາຍ ມູນຄ່າເສຍຫາຍ ເກືອບ 300 ລ້ານກວ່າກີບ

ຕາມການໃຫ້ສຳພາດ ຂອງ ທ່ານ ພັນໂທ ທອງພິມ ຄໍາພາວົງ ຫົວໜ້າພະແນກ ພະແນກຕໍາຫຼວດຈະລາຈອນກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງຕໍ່ສື່ມວນຊົນຂອງແຂວງວ່າ: ໄລຍະບຸນປີໃໝ່ລາວ ແຕ່ວັນທີ່ 11-17ເມສາ 2024 ທົ່ວແຂວງຊຽງຂວາງມີອຸປະຕິເຫດເກີດຂຶ້ນທັງໝົດ 9 ລາຍ ມີພາຫະນະເປ່ເພ: 18 ຄັນ ຄົນໄດ້ຮັບບາດເຈັບ 16…

ສະຫລົດ! ຊາຍ 47 ປີ ຢູ່ເມືອງປາກງື່ມ ເສຍຊີວິດໃນເຮືອນໄດ້ 2-3 ມື້ ຍ້ອນອາກາດຮ້ອນ ແລະພະຍາດຜູ້ກ່ຽວເອງ

ໜ່ວຍກູ້ໄພ ອາສາເພື່ອປະຊາຊົນ ລາຍງານ ວັນທີ 26 ເມສາ 2024 ນີ້ວ່າ: ມີຄົນເສຍຊີວິດ 1 ຄົນ ຢູ່ບ້ານດອນແຍງ ເມືອງປາກງື່ມ ນະຄົນຫລວງວຽງຈັນ ເປັນເພດຊາຍ 47 ປີ ຊື່ທ້າວ ອຳພອນ, ເສຍຊີວິດໃນເຮືອນໄດ້…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!