ສາເຫດລົດຕຳກັນ 5 ຄັນຊ້ອນຍ້ອນລົດບັນທຸກເບກແຕກ

ວັນທີ 24 ມິຖຸນາ 2024 ນີ້, ພັນໂທ ອຳພອນ ຄຳອຸ່ນທອນ ຮອງພະແນກຕຳຫລວດຊີ້ນຳວຽກງານຈາລະຈອນເມືອງໄຊເສດຖາ ນະຄອນຫລວງວຽງຈັນ ລາຍງານຜ່ານລາຍການຂັບຂີ່ປອດໄພຂອງວິທະຍຸແຫ່ງຊາດວ່າ: ອຸປະຕິເຫດລົດຕຳກັນ 5 ຄັນຊ້ອນ ເມື່ອວັນທີ 20 ມິຖຸນາຜ່ານມາ ຢູ່ຕໍ່ໜ້າຮ້ານຂົນສົ່ງ ບ້ານໂຊກນ້ອຍ, ເມືອງໄຊເສດຖາ,…

ປະທານປະເທດ ສົ່ງສານຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ – ສປປ ເກົາຫລີ 24 ມິຖຸນາ ຄົບຮອບ 50 ປີ

ໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ຄົບຮອບ 50 ປີ (24 ມິຖຸນາ 1974-24 ມິຖຸນາ 2024), ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່…

ປະຊາຊົນຊ່ວຍກັນຈັບໂຈນລັກລົດຈັກໄດ້ 1 ຄົນ

ວັນທີ 23 ມິຖຸນາ 2024 ເວລາປະມານ 14:00 ໂມງ, ປະຊາຊົນ ບ້ານຫີນລັບ ເມືອງຫີນເຫີບ ແຂວງວຽງຈັນ ໄດ້ຊ່ວຍກັນຈັບໂຈນທີ່ມາລັກລົດຈັກ ແລະ ສາມາດຈັບໄດ້ 1 ຄົນ ເປັນສາວປະເພດສອງ, ສ່ວນອີກ 1 ຄົນ…

ອິດສະລາແອນໂຈມຕີກາຊາຄັ້ງຫລ້າສຸດ ເສຍຊີວິດຢ່າງໜ້ອຍ 42 ຄົນ

      ມີຜູ້ເສຍຊີວິດຢ່າງໜ້ອຍ 42 ຄົນຈາກການໂຈມຕີຂອງ ອິດສະລາແອນ ຢູ່ເຂດຕ່າງໆຂອງເຂດກາຊາ ໃນວັນທີ 22 ມິຖຸນາຜ່ານມາ.       ທ່ານ ອິສມາອິວ ອັລ-ທາວັບຕາ ຜູ້ອໍານວຍການສໍານັກງານສື່ຂອງລັດຖະບານທີ່ບໍລິຫານໂດຍກຸ່ມຮາມັດ ກ່າວຕໍ່ Reuters ວ່າ: ອິດສະລາແອນໂຈມຕີເຮືອນຢູ່ອັລ-ຊາຕີ ເຊິ່ງເປັນ 1…

ສະເໜີໃຫ້ລັດຖະບານ ແກ້ໄຂ 3 ປັດໄຈເປັນອຸປະສັກໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 12 ມິຖຸນາ 2024 ຜ່ານມາ, ທ່ານ ຄໍາສິງ ໄຊສົມແພງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານໃນການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງມີບາງຕອນທ່ານກ່າວວ່າປັດໄຈຕົ້ນຕໍທີ່ເປັນອຸປະສັກຕໍ່ການພັດທະນາຊົນນະບົດ ກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນຄື:…

ການດຳເນີນການເຄື່ອນໄຫວທຸລະກິດຮ້ານກິນດື່ມ ຮ້ານບັນເທີງ ຕ້ອງສອດຄ່ອງກັບລະບຽບກົດໝາຍ

ໂດຍ: ຜາຕຸງ ໃນສະພາບເສດຖະກິດຝຶດເຄືອງ ເງິນກີບອ່ອນຄ່າ, ອັດຕາເງິນເຟີ້ສູງ ຄວາມຜັນຜວນຂອງອັດຕາແລກປ່ຽນບໍ່ຄົງທີ່ ລາຄາສິນຄ້າເຄື່ອງອຸປະໂພກ ບໍລິໂພກ ລ້ວນແລ້ວ ແຕ່ຖີບຕົວຂຶ້ນສູງ ຍັງເປັນບັນຫາທີ່ແກ້ໄຂບໍ່ທັນໄດ້ ແລະ ເປັນບັນຫາທີ່ທ້າທາຍຕໍ່ຫຼາຍພາກສ່ວນໃນການສືບຕໍ່ແກ້ໄຂໃຫ້ໂລ່ງລ່ຽນການຊອກສະແຫວງຫາຄວາມຢູ່ລອດຂອງທຸກຄົນໃນສັງຄົມຕ້ອງສືບຕໍ່ດຳເນີນໄປຕາມແຕ່ລະເງື່ອນໄຂຂອງໃຜມັນ ແລະ ການດຳເນີນການເຄື່ອນໄຫວທຸລະກິດຮ້ານກິນດື່ມ ຮ້ານບັນເທີງຕ່າງໆ ແມ່ນໜຶ່ງທາງອອກເພື່ອຄວາມຢູ່ລອດ ຈາກນັ້ນຈຶ່ງປາກົດເຫັນວ່າ ທຸລະກິດນີ້ເລີ່ມເກີດຂຶ້ນຢ່າງຫຼວງຫຼາຍ ຈິງຢູ່ວ່າ…

ໃນປີນີ້ ທົ່ວໂລກ ມີຜູ້ເສຍຊີວິດ ຍ້ອນພະຍາດອະຫິວາແລ້ວຫລາຍກວ່າ 1,900 ຄົນ

ຂໍ້ມູນຢ່າງເປັນທາງການຈາກອົງການອະນາໄມໂລກລະບຸວ່າ: ນັບແຕ່ຕົ້ນປີ 2024ເປັນຕົ້ນມາ ໃນທົ່ວໂລກມີຜູ້ເສຍຊີວິດແລ້ວເກືອບ 1,900 ຄົນ ຈາກການແຜ່ລະບາດຂອງພະຍາດອະຫິວາ. ວັນທີ 23 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ອົງການອະນາໄມໂລກ (WHO) ເຜີຍແຜ່ລາຍງານກ່ຽວກັບສະຖານະການການແຜ່ລະບາດຂອງພະຍາດອະຫິວາ ວ່າມີການຢືນຢັນການແຜ່ລະບາດຢູ່ຢ່າງໜ້ອຍ 24 ປະເທດ ນັບແຕ່ຕົ້ນປີນີ້ມາ ມີຜູ້ຕິດເຊື້ອສະສົມຢ່າງໜ້ອຍເກືອບ 195,000…

ມອງໂກເລຍຜະເຊີນ ຫິມະລະດູຮ້ອນ ຫາຍາກ

    ຫລາຍພື້ນທີ່ຂອງມອງໂກເລຍ ລວມທັງນະຄອນຫລວງອູລານບາຕໍ ຂອງປະເທດ ມີຫິມະລະດູຮ້ອນຕົກລົງມາສ້າງຄວາມໜາວເຢັນ ໃນວັນທີ 21 ມິຖຸນາຜ່ານມາ.      ລາຍງານລະບຸວ່າ: ພາກກາງ, ຕາເວັນອອກ ແລະ ຕາເວັນຕົກຂອງມອງໂກເລຍມີຝົນຕົກໜັກນັບແຕ່ເຊົ້າວັນທີ 20 ມິຖຸນາ ແລະ ກາຍເປັນຫິມະຕົກໃນເຊົ້າວັນທີ 22 ມິຖຸນາ….

ອົດສະຕຣາລີເລັ່ງຊ່ວຍກຽມພ້ອມຮັບມືພະຍາດລະບາດຢູ່ປາຊີຟິກ-ອາຊຽນ

      ວັນທີ 21 ມິຖຸນາ, ສໍານັກຂ່າວຊິນຮົວລາຍງານວ່າ: ອົງການວິໄຈວິທະຍາສາດ ແລະ ອຸດສາຫະກໍາແຫ່ງເຄືອຈັກກະພົບ (CSIRO) ຂອງອົດສະຕຣາລີເປີດເຜີຍແຜນຊ່ວຍເຫລືອກຸ່ມປະເທດໃນປາຊີຟິກ ແລະ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ກຽມຄວາມພ້ອມຮັບມືພະຍາດລະບາດໃຫ້ດີຍິ່ງຂຶ້ນ.       CSIRO ຈະໃຊ້ຄວາມຊ່ຽວຊານດ້ານສຸຂະພາບມະນຸດ ແລະ ສຸຂະພາບສັດ ລວມທັງສິ່ງອໍານວຍຄວາມສະດວກລະດັບໂລກ…

ອາກາດຮ້ອນອົບເອົ້າເຮັດໃຫ້ຜູ້ສະແຫວງບຸນພິທີຮັນເສຍຊີວິດເພີ່ມຂຶ້ນຕໍ່ເນື່ອງ ຄາດວ່າສູງເຖິງ 1,000 ຄົນ

      ຕົວເລກຢ່າງເປັນທາງການຂອງຜູ້ສະແຫວງບຸນທີ່ເສຍຊີວິດລະຫວ່າງການຈັດພິທີຮັນຢູ່ນະຄອນເມກກະ ປະເທດຊາອຸດິອາຣະເບຍ ໃນປີນີ້ເພີ່ມສູງຂຶ້ນເປັນເກືອບ 500 ຄົນແລ້ວ. ຂະນະທີ່ຄາດວ່າຈໍານວນຜູ້ເສຍຊີວິດທີ່ແທ້ຈິງອາດຫລາຍກວ່ານັ້ນເຖິງສອງເທົ່າ ເນື່ອງຈາກສະພາບອາກາດທີ່ຮ້ອນອົບເອົ້າ ທ່າມກາງອຸນຫະພູມທີ່ສູງເຖິງເກືອບ 50 ອົງສາ.       ຈໍານວນຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນຈາກທາງການຂອງແຕ່ລະປະເທດປະກອບມີ ຊາວມາເລເຊຍ 14 ຄົນ, ອິນໂດເນເຊຍ 165 ຄົນ, ຈໍແດນ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!