ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຜູ້ຈໍາໜ່າຍ
ພັທ ຄໍາມະນີ ແກ້ວສີຫາ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊທານີ ໃຫ້ສໍາພາດໃນວັນທີ 5 ມັງກອນນີ້ ວ່າ: ເພື່ອເປັນການສະກັດກັ້ນ ແລະ ຕ້ານກຸ່ມບໍ່ຫວັງດີທີ່ຫວັງມ້າງເພທໍາລາຍຄວາມສະຫງົບຂອງປະເທດ ທັງເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ປກສ ເມືອງໄຊທານີ ຈຶ່ງໄດ້ຫັນເອົາກໍາລັງວິຊາສະເພາະລົງຕິດຕາມ-ກວດກາເພື່ອຂຶ້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດຢູ່ບັນດາຈຸດຫຼໍ່ແຫຼມໃນຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ…