ແຜ່ນດິນໄຫວຮຸນແຮງຢູ່ມຽນມາ ໃກ້ຊາຍແດນລາວ ແຮງສັ່ນ 6,4 ຣິກເຕີ
ອີງຕາມການລາຍງານຂອງກົມອຸຕຸນິຍົມ ແລະອຸທົກກະສາດຂອງສປປລາວໃຫ້ຮູ້ວ່າ:ໃນວັນທີ 21 ກໍລະກົດ 2022, ເວລາ 23:40ໂມງໄດ້ພົບສັນຍານການເກີດແຜ່ນດິນໄຫວທີ່ປະເທດເພື່ອນບ້ານເຊັ່ນ: ມຽນມາ ຈໍານວນ 50 ກ່ວາຄັ້ງ ໃນລະດັບເປັນບໍລິເວນກ້ວາງ ແລະສະເທືອນຄວາມແຮງມາເຖິງພາກເໜືອຂອງສປປລາວເຖິງ 3 ຄັ້ງ ເຊິ່ງລາຍລະອຽດຂອງການເກີດແຜ່ນດິນໄຫວມີດັ່ງລຸ່ມນີ້: ຄັ້ງທີ 1 ແຜ່ນດິນໄຫວເວລາ 23:40…
ບໍ່ແກ້ວ ທຳລາຍອາວຸດລ່າເນື້ອ ແລະ ເຄື່ອງຈັກຕັດໄມ້
ໃນວັນທີ 14 ກໍໍລະກົດ 2022 ນີ້ຢູ່ທີກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໄດ້ມີພິທີທໍາລາຍອາວຸດລ່າເນື້ອ ແລະ ຈັກສະຕິນ ທີ່ຢຶດມາໄດ້ ໂດຍການເປັນປະທານ ຂອງທ່ານ ພັອ ກາຍຍາສອນ ສິງວິໄຊ ຮອງກອງບັນຊາການ ມີຄະນະພັກ, ຫົວໜ້າຫ້ອງ,…
ຮອງນາຍົກລັດຖະມົນຕີ ເນັ້ນ 9 ວຽກຕ້ານການຄ້າມະນຸດຢູ່ແຂວງບໍ່ແກ້ວ
ວັນທີ 14 ມິຖຸນາ 2022, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະ ການຕ້ານການຄ້າມະນຸດລະດັບຊາດ ໄດ້ເນັ້ນໃຫ້ແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມ 9 ວຽກເພື່ອແກ້ໄຂບັນຫາການຄ້າມະນຸດ ເປັນຕົ້ນ 1) ຖືເອົາການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນພັນທະ,…
ສະໜາມບິນສາກົນ ບໍ່ແກ້ວ ຄາດເປີດບໍລິການທ້າຍປີນີ້ຫລັງກໍ່ສ້າງຄືບໜ້າ 75%
ປັດຈຸບັນ, ສະໜາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍ່ສ້າງຄືບໜ້າແລ້ວ 75% ໂດຍໜ້າວຽກຫລັກທີ່ສຳເລັດ ມີທາງແລ່ນຂຶ້ນລົງ (run way), ທາງເຊື່ອມຈອດ(taxi way) ແລະ ລານຈອດ Apron. ຂະນະທີ່ຕາມແຜນແລ້ວຄາດວ່າຈະເປີດບໍການການບິນພາຍໃນກ່ອນ ໃນເດືອນພະຈິກ 2022. ທ່ານ ຫົງຄຳ…
ເກີດແຜ່ນດິນໄຫວໃນບໍລິເວນ ແຂວງອຸດົມໄຊ ແລະ ບໍ່ແກ້ວ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຄັ້ງວັນທີ 30 ມີນາ 2022 ຈາກສູນຂ່າວສານແຜ່ນດິນໄຫວ ແຫ່ງຊາດ ໃນຂອບເຂດທົ່ວປະເທດ ເຊິ່ງໄດ້ພົບສັນຍານການເກີດແຜ່ນດິນ ໄຫວພາຍໃນປະເທດລາວ ຈໍານວນ 02 ຄັ້ງ ໃນບໍລິເວນ ແຂວງອຸດົມໄຊ ແລະ…
ລາວ-ໄທ ຮ່ວມກັນລາດຕະເວນທາງນ້ຳຕາມລຳແມ່ນ້ຳຂອງ ຄັ້ງທີ I ເພື່ອແກ້ໄຂບັນຫາຢາເສບຕິດ
ວັນທີ 4 ກຸມພາ 2022ຜ່ານມານີ້ ລາວ-ໄທ ລະຫວ່າງແຂວງບໍ່ແກ້ວ ກັບ ຈັງຫວັດຊຽງຣາຍ ທີ່ສຳນັກງານໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລຳແມ່ນ້ຳຂອງ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ຝ່າຍລາວ ນຳໂດຍທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນລາວ-ໄທ, ຝ່າຍໄທ ນຳໂດຍທ່ານ…
ໂຄງການທາງດ່ວນບໍ່ເຕັນ ຫາ ຫ້ວຍຊາຍ ໄລຍະທາງ 176,3 ກິໂລແມັດມູນຄ່າ 3,8 ຕື້ໂດລາ
ຫົວໜ້າທີມງານສຳຫຼວດອອກແບບໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ ຫາ ບໍ່ເຕັນ ໄດ້ລາຍງານ ຕໍ່ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ 2021 ນີ້ ໃຫ້ຮູ້ວ່າ:.ໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ແກ້ວ ຫາ ບໍ່ເຕັນ ແມ່ນເລີ່ມແຕ່ດ່ານຊາຍແດນບໍ່ເຕັນ (ຊາຍແດນລາວ-ຈີນ) ໄປຮອດດ່ານຊາຍແດນຫ້ວຍຊາຍ (ຊາຍແດນລາວ-ໄທ) ,…
ງົວຂອງປະຊາຊົນ ເມືອງຕົ້ນເຜິ້ງຕາຍແບບກະທັນຫັນພ້ອມກັນຫຼາຍໂຕ ຄາດວ່າອາດເກີດຈາກເອົາປຸ໋ຍປະສົມນໍ້າໃຫ້ກິນ
ວັນທີ 16 ພຶດສະພາ 2021 ນີ້ ມີງົວຂອງປະຊາຊົນບ້ານ ສີທາດ ເມືອງ ຕົ້ນເຜິ້ງ ລົ້ມຕາຍແບບກະທັນຫັນພ້ອມກັນຫຼາຍໂຕ ຕາມການລົງກວດກາຕົວຈິງ ເຈົ້າຂອງງົວໃຫ້ຮູ້ວ່າ: ກ່ອນໜ້າທີ່ງົວຈະລົ້ມຕາຍແບບກະທັນຕົນເອງ ແລະ ຄອບຄົວ ໄດ້ເອົາປຸ໋ຍກາເຮືອໃບປະສົມນໍ້າໃຫ້ງົວກິນໃນອັດຕາສ່ວນ ນໍ້າ 3 ຖັງ ປະສົມກັບປຸ໋ຍ…
ພົບການສວຍໂອກາດຂຶ້ນລາຄາສິນຄ້າຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
ອີງຕາມຂ່າວທ້ອງຖິ່ນລາຍງານວັນທີ 10 ພຶດສະພາ 2021ນີ້ໃຫ້ຮູ້ວ່າ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍ່ແກ້ວ ກໍໄດ້ອອກແຈ້ງການຄວບຄຸມລາຄາສິນຄ້າ ເພື່ອບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ ໝວດສະບຽງອາຫານປະເພດ ເຂົ້າ, ຊີ້ນສັດ, ປາ, ໄຂ່ ແລະ ສິນຄ້າອຸປະໂພກ- ບໍລິໂພກປະເພດອື່ນໆ ສູງເກີນກວ່າລາຄາທີ່ຈຳໜ່າຍໃນໄລຍະປົກກະຕິ ເພື່ອຮັບປະກັນຕໍ່ການສະໜອງສິນຄ້າພາຍໃນແຂວງ ໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກຊົມໃຊ້…