ເພື່ອຫລຸດບັນຫາອຸປະຕິເຫດ, ຈີນໄດ້ເຮັດເຄື່ອງຍິງສະເປທາງມ້າລາຍ

- kitchen vibe - ເພື່ອຫລຸດບັນຫາອຸປະຕິເຫດ, ຈີນໄດ້ເຮັດເຄື່ອງຍິງສະເປທາງມ້າລາຍ

ເມື່ອບໍ່ດົນມານີ້, ຈີນ ໄດ້ ເຮັດເຄື່ອງຍິງສະເປ, ໃກ້ກັບ ເສັ້ນທາງມ້າລາຍເພື່ອເວລາຄົນຂ້າມທາງບໍ່ເບິ່ງໄຟສັນ ຍານເຕືອນກ່ອນ.
ປັນຫາການຂ້າມທາງ ບໍ່ເບິ່ງໄຟສັນຍານນັ້ນ ຍັງເປັນ ປັນຫາທີ່ເກີດຂຶ້ນໃນຫລາຍ ປະເທດ ໂດຍສະເພາະກັບຈີນ ເຖິ່ງວ່າລັດຈະຫາທາງແກ້ ແບບໃດກໍຕາມແຕ່ປະຊາຊົນຜູ້ມັກແຫກກົດ, ກໍຍັງບໍ່ຢຸດ ທີ ຈະຫາທາງຂ້າມຖະໜົນ ແບບບໍ່ຖືກຕ້ອງ.

 

- Visit Laos Visit SALANA BOUTIQUE HOTEL - ເພື່ອຫລຸດບັນຫາອຸປະຕິເຫດ, ຈີນໄດ້ເຮັດເຄື່ອງຍິງສະເປທາງມ້າລາຍ

- 6522 - ເພື່ອຫລຸດບັນຫາອຸປະຕິເຫດ, ຈີນໄດ້ເຮັດເຄື່ອງຍິງສະເປທາງມ້າລາຍ

ມາລະຍາດເທິງຖະໜົນທີ່ທ່ານຄວນປະຕິບັດ

ກົມ​​ຈະລາຈອນຈະເອົາໃຈໃສ່ກວດກາຄວາມປອດໄພຂອງຜູ້ໃຊ້ລົດໃຊ້ຖະໜົນໃຫ້ເຂັ້ມງວດ

ດັ່ງນັ້ນ ຈີນໄດ້ນຳສະເໜີ ໄອເດຍໃໝ່ ເພື່ອຈັດການບັນ ດານັກຂ້າມທາງແບບຜິດລະບຽບໂດຍໃຊ້ເຄື່ອງສະເປນ້ຳໃກ້ຫົນທາງພ້ອມກັບສັນ ຍານໄຟ ເຊິ່ງເລີ່ມຕິດຕັ້ງແລ້ວ ໃນເມືອງຫວງລີ ມົນທົນຫູຍເປ.

- 854 - ເພື່ອຫລຸດບັນຫາອຸປະຕິເຫດ, ຈີນໄດ້ເຮັດເຄື່ອງຍິງສະເປທາງມ້າລາຍ

ກ່ອນໜ້ານີ້ຈີນໄດ້ລອງໃຊ້ຫລາຍວິທີຫລາຍແບບ ທັງບັງຄັບໄສ່ໝວກສີຂຽວ ເພື່ອໃຫ້ຄົນອາຍ ຄືກັບສະຖາ ນີລົດໄຟແຕ່ທຸກຢ່າງລ້ວນ ບໍ່ເປັນຜົນໃນໄລຍະຍາວມາ ເບິ່ງກັນວ່າທີ່ກັ້ນນີ້ຈະຊ່ວຍ ໄດ້ບໍ່?

ບາງຄົນກໍພາກັນສົ່ງໃສ່ກ່ຽວກັບເຄື່ອງສະເປນ້ຳດັ່ງກ່າວນັ້ນ ມັນຈະກັນຄົນທີ່ມັກ ແຫກກົດໄດ້ແບບໃດເພາະ ເບິ່ງຜ່ານໆ ແລ້ວມັນກໍບໍ່ແມ່ນ ນ້ຳຮ້ອນ ຫລື ນ້ຳພິເສດອັນ ໃດມັນເປັນນ້ຳທຳມະດາ.

ເຖິ່ງຢ່າງໃດກໍຕາມຈະ ເປັນນ້ຳທຳມະດາ ແຕ່ຄວາມ ແຮງຂອງມັນບໍ່ທຳມະດາ ເພາະຖ້າເຈົ້າຂ້າມໄປພຽງ ໜ່ອຍໜຶ່ງຂາຂອງເຈົ້າກໍຈະປ່ຽກ ແລະ ສ້າງປັນຫາຕາມ ມາທັນ, ຖ້າໃຜຖືກແລ້ວຈະ ຕົກໃຈ ແລະ ຮູ້ໄດ້ທັນທີວ່າ ຍັງບໍ່ໄດ້ຮັບການອານຸຍາດ ໃຫ້ຂ້າມທາງ, ຄວນຖ້າສັນ ຍານໄຟກ່ອນເຮົາຈິ່ງສາ ມາດຂ້າມທາງໄດ້ ແລະ ເຮົາ ຈະສັງເກດເບິ່ງໄຟສັນຍານ ໄດ້ງ່າຍໆ ໂດຍການເບິ່ງ ແສງສີຂຽວ ແລະ ແດງທີ່ ສາຍ ຜ່ານນ້ຳທີ່ສີດອອກມາ ແນ່ນອນວ່າມີຄົນບໍ່ເຊື່ອ ແລະ ໄດ້ລອງໄປຖ່າຍຄຣິບເພື່ອພິສູດຄວາມຄັກຂອງເຄື່ອງສິດນ້ຳມາແລ້ວ./.

- 632 - ເພື່ອຫລຸດບັນຫາອຸປະຕິເຫດ, ຈີນໄດ້ເຮັດເຄື່ອງຍິງສະເປທາງມ້າລາຍ

- 3 - ເພື່ອຫລຸດບັນຫາອຸປະຕິເຫດ, ຈີນໄດ້ເຮັດເຄື່ອງຍິງສະເປທາງມ້າລາຍ
- 5 - ເພື່ອຫລຸດບັນຫາອຸປະຕິເຫດ, ຈີນໄດ້ເຮັດເຄື່ອງຍິງສະເປທາງມ້າລາຍ
- 4 - ເພື່ອຫລຸດບັນຫາອຸປະຕິເຫດ, ຈີນໄດ້ເຮັດເຄື່ອງຍິງສະເປທາງມ້າລາຍ