ພຽງ 3 ວັນ​ຂອງ​ການ​ຄົບງັນ​ບຸນທາດຫລວງມີ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ 3 ຄົນ

- 46444469 2084090121649801 1148535410989727744 n - ພຽງ 3 ວັນ​ຂອງ​ການ​ຄົບງັນ​ບຸນທາດຫລວງມີ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ 3 ຄົນ
- kitchen vibe - ພຽງ 3 ວັນ​ຂອງ​ການ​ຄົບງັນ​ບຸນທາດຫລວງມີ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ 3 ຄົນ

ເຈົ້າໜ້າທີ່ຈະລາຈອນນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ພຽງ 3 ວັນຂອງ​ການ​ຄົບງັນ​ບຸນທາດຫລວງ​ວຽງຈັນຄື: ນັບ​ແຕ່​ວັນ​ທີ 16-19 ພະຈິກນີ້, ມີອຸປະຕິ​ເຫດ​ເກີດ​ຂຶ້ນ 13 ກໍລະນີ, ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 3 ຄົນ​ຄື: ​ໃນ​ວັນ​ທີ 18 ​ໄດ້​ເກີດ​ອຸປະຕິ​ເຫດລົດຈັກໝາຍ​ເລກ​ທະບຽນ ດນ 1002 ຕຳ​ທ້າຍ​ລົດ​ບັນທຸກ​ ໝາຍ​ເລກ​ທະບຽນ ບກ 5893 ທີ່​ຈອດ​ຢູ່​ແຄມ​ທາງ​ເຂດ​ບ້ານຈອມ​ເພັດ​ເມືອງສີ​ສັດຕະ​ນາກນະຄອນຫລວງ​ວຽງຈັນ ​ເຮັດ​ໃຫ້​ຜູ້​ຂັບ​ຂີ່​ລົດ​ຈັກ​ທີ່​ເປັນ​ເພດ​ຍິງ​ເສຍ​ຊີວິດ​ຄາ​ທີ່ ແລະ ​ເວລາປະມານ 20 ​ໂມງ​ຂອງ​ວັນ​ດຽວກັນຢູ່​ເຂດ​ບ້ານດົງ​ຄຳ​ຊ້າງ​ເມືອງຫາດ​ຊາຍ​ຟອງ ​ໄດ້​ເກີດ​ອຸປະຕິ​ເຫດລົດຈັກຕຳ​ກັນ​ຢ່າ​ງຮຸນ​ແຮງເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຄາ​ທີ່ 1 ຄົນ ​ແລະ ​ມີ​ອຸປະຕິ​ເຫດ​ລົດຍົນໝາຍ​ເລກ​ທະບຽນ ກບ 1196 ຕຳ​ລົດຈັກໝາຍ​ເລກ​ທະບຽນ ຈຍ 7544 ​ເຮັດ​ໃຫ້​ຜູ້​ຂັບ​ຂີ່​ລົດຈັກ​ເສຍ​ຊີວິດ​ຄາ​ທີ່, ຊຶ່ງ​ສາ​ເຫດ​ສ່ວນ​ໃຫຍ່​ທີ່​ພາ​ໃຫ້​ເກີດ​ອຸປະຕິ​ເຫດແມ່ນ​ຍ້ອນ​ຜູ້​ຂັບ​ຂີ່​ດຶ່ມສິ່ງ​ມືນ​ເມົາ.

​ເຈົ້າໜ້າທີ່​ໃຫ້​ຮູ້​ວ່າ: ​​ສະ​ເພາະ​ໄລຍະ​ບຸນທາດຫລວງ​ໃນ​ປີຜ່ານມາ, ຢູ່ນະຄອນຫລວງ​ວຽງຈັນ ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນກ່ວາ 10 ກໍລະນີ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 5 ຄົນ ​ແລະ ໃນ​​ປີນີ້​ເຫັນ​ວ່າ​ມີອັດຕາສ່ວນ​ເກີດ​ຂຶ້ນຫລາຍ, ສະ​ນັ້ນ​ເຈົ້າໜ້າທີ່ ຈະລາຈອນນະຄອນຫລວງ​ວຽງຈັນ ຈະ​ໄດ້​​ເປີດ​ຫ້ອງ​ໂຄສະນາ​ບັນຫາ​ອຸປະຕິ​ເຫດ​ໃຫ້​ກັບ​ມວນ​ຊົນ​ທີ່​ມາ​ທ່ຽວຫລີ້ນບຸນ​ມີ​ສະຕິ​​ໃນ​ການ​ຂັບ​ຂີ່​ເຂັ້ມ​ງວດປະຕິບັດກົດລະບຽບ​ຈະລາຈອນໃຫ້ດີຂຶ້ນກວ່າເກົ່າ.

- Visit Laos Visit SALANA BOUTIQUE HOTEL - ພຽງ 3 ວັນ​ຂອງ​ການ​ຄົບງັນ​ບຸນທາດຫລວງມີ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ 3 ຄົນ
- 4 - ພຽງ 3 ວັນ​ຂອງ​ການ​ຄົບງັນ​ບຸນທາດຫລວງມີ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ 3 ຄົນ
- 5 - ພຽງ 3 ວັນ​ຂອງ​ການ​ຄົບງັນ​ບຸນທາດຫລວງມີ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ 3 ຄົນ
- 3 - ພຽງ 3 ວັນ​ຂອງ​ການ​ຄົບງັນ​ບຸນທາດຫລວງມີ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ 3 ຄົນ